ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ 1 ສຳເລັດ​ບັ້ນ​ເຄື່ອນ​ທັບ​ຊ້ອມ​ຮົບ​ສັງ​ລວມ ຂັ້ນ​ໝວດ​ທະຫານ​ຮາບ ໃຫ້​ແກ່​ນັກຮຽນ​ນາຍ​ສິບ ຊຸດ​ທີ 39
ເວລາອອກຂ່າວ: 2026-06-10 09:27:56 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 287 | ຄວາມນິຍົມ:



ບັ້ນ​ເຄື່ອນ​ທັບ​ຊ້ອມ​ຮົບ​ສັງລວມ ຂັ້ນ​ໝວດ​ທະຫານ​ຮາບ ໃຫ້​ແກ່​ນັກຮຽນ​ນາຍ​ສິບ ຊຸດ​ທີ 39 ສົກຮຽນ 2025-2026 ໄດ້​ສຳເລັດ​ລົງ​ໃນ​ວັນ​ທີ 5 ມິຖຸນາ 2026 ນີ້, ໂດຍ​ການ​ເປັນ​ປະທານ​ຂອງ​ສະຫາຍ ພັນ​ເອກ ພົງ​ສຸລິຍາ ເພັງ​ຄູນ ຫົວໜ້າ​ການ​ທະຫານ​ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ1, ມີ​ຄະນະ​ພັກ-ຄະນະ​ອຳນວຍ​ການ,ກອງພັນ, ກອງຮ້ອຍ, ຄູ-ອາຈານ, ພະນັກງານ​ຮັບ​ໃຊ້ ແລະ ນັກຮຽນ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ພາສີ ວິໄລ​ວັນ ຫົວໜ້າ​ພະ​ແນກ​ຄູ​ຍຸດທະວິທີ ຮອງ​ຄະນະ​ຮັບຜິດຊອບ​ຊີ້​ນຳ ຕົວ​ຈິງ​ໄດ້​ໃຫ້​ຮູ້​ວ່າ: ການຈັດຕັ້ງ​ຊ້ອມ​ຮົບ​ສັງ​ລວມ ໃນ​ຄັ້ງ​ນີ້​ແມ່ນ​ການ​ປະຕິບັດ​ຕາມ​ໂຄງການ​ອົບຮົມ-ຫັດ​ແອບ​ຮໍ່າຮຽນ​ທີ່​ກົມ​ໂຮງຮຽນ ກົມ​ໃຫ​ຍ່​ເສນາ​ທິ​ການ​ກອງທັບ​ວາງ​ອອກ. ເວົ້າ​ລວມ ເວົ້າ​ສະເພາະ ແມ່ນ​ການຈັດຕັ້ງ​ປະຕິບັດ​ແຜນການ​ທີ່​ຫ້ອງ​ອົບຮົມ ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ ​ເລກ1 ໄດ້​ສ້າງ​ຂຶ້ນ​ເພື່ອ​ດຳເນີນ​ອົບຮົມ ສິດສອນ​ໃຫ້​ແກ່​ນັກຮຽນ​ນາຍ​ສິບ ຊຸດ​ທີ 39 ສົກຮຽນ 2025-2026 ໃຫ້​ປະກົດ​ຜົນ​ເປັນ​ຈິງ ແລະ ບັນລຸ​ຕາມ​ຈຸດປະສົງ​ຄາດ ໝາຍ. ການຈັດຕັ້ງ​ຊ້ອມ​ຮົບ​ສັງ​ລວມ​ຄັ້ງ​ນີ້​ໄດ້​ດຳເນີນ​ມາ​ເປັນ​ເວລາ 3 ວັນ, ເຊິ່ງ​ເລີ່ມ​ແຕ່​ວັນ 3 ມິຖຸນາ 2026-5 ມິຖຸນາ 2026, ມີ​ຈຳນວນ​ພົນ​ເຂົ້າ​ຮ່ວມ​ທັງ​ໝົດ 273 ສະຫາຍ, ຄູ-ອາຈານ 19 ສະຫາຍ,ນັກຮຽນ 211 ສະຫາຍ, ພະນັກງານ​ຮັບ​ໃຊ້ 31 ສະຫາຍ ແລະ ມີ​ໄລຍະ​ທາງ​ຊ້ອມ​ຮົບ 25 ກິໂລແມັດ. ໃນ​ນີ້​ປະກອບ​ມີ 6 ເນື້ອ​ໃນ ແລະ ແບ່ງ​ເປັນ 4 ໝວດ, ໂດຍ​ແມ່ນ​ການ​ຊ້ອມ​ຮົບ 2 ຂັ້ນ, 2 ຝ່າຍ, ກອງຮ້ອຍ​ຊີ້​ນຳ ແລະ ເອົາ​ໝວດ​ຫັດ​ແອບ​ຢູ່​ເທິງ​ພູມີ ປະເທດ​ຕົວ​ຈິງ ຜ່ານ​ການ​ຫັດ​ແອບ ​ຕົວ​ຈິງ​ເຫັນ​ວ່າ ຄະນະຮັບຜິດ ຊອບ​ກຳ​ແໜ້ນ​ໄດ້​ຈຸດປະສົງ​ຄາດໝາຍ​ຂອງ​ການ​ຊ້ອມ​ຮົບ ແລະ ເອົາໃຈໃສ່​ຊີ້​ນຳ​ແຕ່​ລະ​ພາກ ສ່ວນ​ດ້ວຍ​ຄວາມ​ຮັບຜິດຊອບ​ສູງ ສາມາດ​ເຮັດ​ໃຫ້​ເນື້ອ​ໃນ​ຊ້ອມ​ຮົບ​ດຳເນີນ​ຖືກຕ້ອງ ແລະ ຄົບ​ຖ້ວນ​ຕາມ​ແຜນການ. ນັກຮຽນ​ແຕ່​ລະ​ສະຫາຍ​ມີ​ຄວາມ​ຮັບຜິດຊອບ​ຄົ້ນຄວ້າ, ກຳ​ແໜ້ນ​ເນື້ອ ໃນ​ບົດຮຽນ​ໄດ້​ດີ ຮູ້​ໝູນ​ໃຊ້​ເຂົ້າ​ໃນ​ສະພາບ​ຕົວ​ຈິງ ຖືກຕ້ອງ ແລະ ມີ​ຄວາມ​ຕັດສິນ​ໃຈ​ອົດທົນ​ຜ່ານ​ຜ່າ​ຕໍ່​ກັບ​ສະພາບ​ພູມ​ມີ​ປະເທດ, ເສັ້ນທາງ​ຍາວ​ໄກ, ຜ່ານ​ຫ້ວຍ​ນ້ຳ, ປ່າຕຶບ​ໜາ, ຜ່ານ​ສິ່ງ​ກີດຂວາງ ຈາກ​ທຳ​ມະ​ຊາດ, ພົບ​ກັບ​ສະພາບ​ດິນ​ຟ້າ​ອາກາດ​ຕາມ​ລະດູ​ການ, ຝົນຕົກ ແດດ​ຮ້ອນ, ການ​ພັກ​ເຊົາ, ການ​ກິນ​ຢູ່, ການ​ຫັດ​ແອບ​ທັງ​ກາງເວັນ, ກາງຄືນ ມີ​ຄວາມ​ຫຍຸ້ງຍາກ ແຕ່​ທຸກ​ຄົນ​ມີ​ຄວາມ​ຕັດສິນ​ໃຈ​ສູງ. ມັນ​ສະແດງ​ອອກ​ໃນ​ການ​ອອກ​ຄຳ​ສັ່ງ​ຈະແຈ້ງ, ຈັງຫວະ​ເຂັ້ມແຂງ, ຜູ້​ບັນຊາ​ດຳເນີນ​ວຽກ​ງານ​ຖືກ​ຕາມ​ລຳດັບ​ບາດ ກ້າວ​ຄົບ​ຖ້ວນ ແລະ ພ້ອມ​ກັນ​ປະຕິບັດ​ກົດ​ລະບຽບ​ຂອງ​ການ​ຫັດ​ແອບ​ໄດ້​ດີ, ຮັກສາ​ໄດ້​ຄວາມ​ສາມັກຄີ ແລະ ຮັບປະກັນ​ຄວາມ​ປອດ​ໄພ​ຕໍ່​ຄົນ ແລະ ພາຫະນະ​ໄດ້ 100% ຕີ​ລາຄາ​ຜົນ​ຂອງ​ການ​ຫັດ​ແອບ ໄດ້ 91,12 %. ໂດຍ: ນ້ອຍ​ຈັນ​ໄພ ແກ້ວ​ວັນ​ເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ