ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ໂຮງຮຽນທິດສະດີການເມືອງກອງທັບ ປະກາດການແຕ່ງຕັ້ງຂັ້ນພະແນກ ແລະ ມອບຍ້ອງຍໍຜົນງານ 5 ປີ
ເວລາອອກຂ່າວ: 2026-06-10 14:49:28 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 475 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2026 ນີ້, ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຈັດພິທີປະກາດການແຕ່ງຕັ້ງ ຂັ້ນພະແນກການ ແລະ ມອບຍ້ອງຍໍຜົນງານ 5 ປີ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ປອ ບຸນທັນ ຈັນທະລິມາ ຫົວໜ້າການທະຫານ ໂຮງຮຽນທິດສະດີການເມືອງກອງທັບ, ມີຄະນະພັກ-ຄະນະອຳນວຍການ, ອະດິດການນໍາໂຮງຮຽນ, ຄະນະຫ້ອງ, ຄະນະວິຊາຄູ, ກອງພັນນັກສຶກສາ ພ້ອມດ້ວຍພະນັກງານຄູ-ອາຈານ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ສະຫາຍ ພັນໂທ ຄໍາຫຼ້າ ວິລະພົນ ຫົວໜ້າພະແນກພະນັກງານ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານຂໍ້ຕົກລົງ ຂອງກົມໃຫຍ່ການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນໂທ ສົມໝາຍ ອິນປັນຍາ ເປັນຫົວໜ້າພະແນກ ຄູຈິດຕະສາດ ໂຮງຮຽນທິດສະດີການເມືອງກອງທັບ ແລະ ຜ່ານຂໍ້ຕົກລົງ ຂອງໂຮງຮຽນທິດສະດີການເມືອງກອງທັບ ວ່າດ້ວຍການແຕ່ງຕັ້ງ ສະຫາຍ ພັນຕີ ສົມພອນ ພົງສະຫວັນ ເປັນຮັກສາການ ຫົວໜ້າພະແນກກໍ່ສ້າງ-ຄຸ້ມຄອງຊັບສິນ ຫ້ອງພະລາທິການ-ເຕັກນິກ, ແຕ່ງຕັ້ງສະຫາຍ ພັນໂທ ຄໍາສະໄໝ ກຸດວງໄຊ ເປັນຮັກສາການ ຫົວໜ້າພະແນກການເງິນ ແລະ ສະຫາຍ ພັນໂທ ບຸນທະວີ ວົງຈາວເລື່ອງ ເປັນຮັກສາການ ຮອງຫົວໜ້າພະແນກການເງິນ ໂຮງຮຽນທິດສະດີການເມືອງກອງທັບ. ຈາກນັ້ນ, ສະຫາຍ ພັນໂທ ພູວັນ ທິບພະວົງ ຮອງຫົວໜ້າຫ້ອງການເມືອງ ໂຮງຮຽນທິດສະດີການເມືອງກອງທັບ ໄດ້ຜ່ານລັດຖະດຳລັດ ຂອງປະທານປະເທດ ວ່າດ້ວຍການປະດັບຫຼຽນໄຊແຮງງານ ຊັ້ນ II, ຊັ້ນ III ແລະ ຜ່ານດໍາລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາແຮງງານ ແລະ ໃບຍ້ອງຍໍ ໃຫ້ແກ່ນາຍ ແລະ ພົນທະຫານ ຢູ່ໂຮງຮຽນທິດສະດີການເມືອງກອງທັບ ທີ່ມີຜົນງານດີເດັ່ນປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ, ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ໃນນີ້, ປະດັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 12 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 18 ສະຫາຍ, ປະດັບຫຼຽນກາແຮງງານ ຈຳນວນ 44 ສະຫາຍ ແລະ ໃບຍ້ອງຍໍລັດຖະບານຈໍານວນ 55 ສະຫາຍ. ໂດຍການຜັດປ່ຽນກັນຂຶ້ນປະດັບ ແລະ ມອບ ຂອງບັນດາສະຫາຍ ຄະນະພັກ-ຄະນະອໍານວຍການ ໂຮງຮຽນທິດສະດີການເມືອງກອງທັບ ຢ່າງສົມກຽດ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ