ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ປະກາດການບົ່ງຕົວແຕ່ງຕັ້ງ ເລຂາ, ຮອງເລຂາ ແລະ ກຳມະການໜ່ວຍພັກ ຫ້ອງການກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2026-06-10 14:53:12 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 344 | ຄວາມນິຍົມ:



ພິທີ ປະກາດການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກຳມະການໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ, ໄດ້ຈັດຂຶ້ນໃນວັນທີ 10 ມິຖຸນາ 2026 ນີ້, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ບົວສິງ ອິນທະວົງ ກໍາມະການຄະນະພັກກະຊວງປ້ອງກັນປະເທດ, ກໍາມະການຄະນະປະຈໍາພັກກົມໃຫຍ່, ປະທານກວດກາພັກ, ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີຄະນະບໍລິຫານງານພັກກົມໃຫຍ່ພະລາທິການກອງທັບ, ຄະນະໜ່ວຍພັກຫ້ອງການກົມໃຫຍ່ ແລະ ສະມາຊິກພັກເຂົ້າຮ່ວມ. ສະຫາຍ ພັນໂທ ສີພັນ ໄຊຍະສອນ ຫົວໜ້າພະແນກຈັດຕັ້ງພັກ ຫ້ອງການເມືອງກົມໃຫຍ່ພະລາທິ ການກອງທັບ, ໄດ້ຜ່ານມະຕິຕົກລົງຂອງຄະນະພັກ ກົມໃຫຍ່ພະລາທິການກອງທັບ ວ່າດ້ວຍການບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກຳມະການໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ, ອີງຕາມ ກົດລະບຽບຂອງພັກ ປະຊາຊົນ ປະຕິວັດລາວ ວ່າດ້ວຍການບົ່ງຕົວແຕ່ງຕັ້ງໜ່ວຍພັກ, ຄະນະພັກກົມໃຫຍ່ພະລາທິການກອງທັບ ຕົກລົງ ບົ່ງຕົວແຕ່ງຕັ້ງເລຂາ, ຮອງເລຂາ ແລະ ກຳມະການໜ່ວຍພັກຫ້ອງການກົມໃຫຍ່ພະລາທິການກອງທັບ ໃນນີ້, ບົ່ງຕົວແຕ່ງຕັ້ງ ສະຫາຍ ພັນເອກ ບຸນມີ ວິເສດສິນ ເປັນເລຂາໜ່ວຍພັກ ປ່ຽນແທນ ສະຫາຍ ພົນຈັດຕະວາ ຄໍາແຫວນ ຫຼ້າບົວມະຫາໄຊ ຍົກຍ້າຍໄປຮັບໜ້າທີ່ໃໝ່ຢູ່ຫ້ອງວ່າການກະຊວງປ້ອງກັນປະເທດ, ສະຫາຍ ພັນໂທ ພູວົງ ລັດສະໝີ ເປັນຮອງເລຂາໜ່ວຍພັກ ປ່ຽນແທນ ພັນເອກ ບຸນມີ ວິເສດສິນ ຂຶ້ນເປັນເລຂາໜ່ວຍພັກ, ສະຫາຍ ພັນເອກ ເພັດນຸລົມ ນຸມອນສິນ ແລະ ພັນໂທ ນາງ ພອນທິບ ວິຈິດວົງສາ ເປັນກຳມະການໜ່ວຍພັກ ຫ້ອງການກົມໃຫຍ່ພະລາທິການກອງທັບ. ໂອກາດນີ້, ສະຫາຍ ປະທານໄດ້ໂອ້ລົມຫຼາຍບັນຫາສໍາຄັນ ພ້ອມທັງຊີ້ທິດເຍືອງຕໍ່ຄະນະໜ່ວຍພັກ ບັນດາສະຫາຍທີ່ໄດ້ຮັບການບົ່ວຕົວແຕ່ງຕັ້ງໃນຄັ້ງນີ້, ຈົ່ງເອົາໃຈໃສ່ເພີ່ມທະວີວຽກງານສຶກສາອົບຮົມການເມືອງແນວຄິດໃຫ້ພະນັກງານ-ສະມາຊິກ, ພະນັກງານນັກຮົບເປັນກົກ, ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງຄະນະພັກກະຊວງວາງອອກ ໂດຍຫັນເປັນແຜນການອັນລະອຽດ ແລະ ຈັດຕັ້ງປະຕິບັດໃຫ້ສຳເລັດຕາມຄາດໝາຍ, ມີຄວາມສາມັກຄີພາຍໃນພັກຢ່າງແໜ້ນແຟ້ນ, ເປັນເຈົ້າການປົກປ້ອງແນວທາງອຸດົມການຂອງພັກ, ປະຕິບັດຫຼັກການລວມສູນປະຊາທິປະໄຕຂອງພັກ, ເຮັດວຽກເປັນໝູ່ຄະນະ, ແບ່ງວຽກບຸກຄົນຮັບຜິດຊອບ, ຈຳກັດແນວຄິດທີ່ຂັດກັບແນວທາງນະໂຍບາຍຂອງພັກ-ລັດ, ປັບປຸງແບບແຜນການນໍາພາຂອງໜ່ວຍພັກ, ສະມາຊິກພັກ, ປະຕິບັດລະບອບດໍາເນີນຊີວິດການເມືອງພາຍໃນພັກຢ່າງເປັນປົກກະຕິ, ສ້າງໃຫ້ພະນັກງານ-ສະມາຊິກພັກມີທັດສະນະຫຼັກໝັ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີສະຕິເປັນເຈົ້າຕົນເອງ, ເພິ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ເຮັດສໍາເລັດໜ້າທີ່ວຽກງານວິຊາສະເພາະຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້. ໂດຍ: ຄໍາປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ