ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ກອງປະຊຸມທາບທາມຮ່າງດໍາລັດ ວ່າດ້ວຍກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວ ຢູ່ກອງບັນຊາການທະຫານແຂວງເຊກອງ
ເວລາອອກຂ່າວ: 2026-06-10 14:55:52 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 357 | ຄວາມນິຍົມ:



ວັນທີ 10 ມິຖຸນາ 2026 ນີ້, ຢູ່ທີ່ສະໂມສອນ ກອງບັນຊາການທະຫານແຂວງເຊກອງ ໄດ້ຈັດກອງປະຊຸມທາບທາມຮ່າງດໍາລັດ ວ່າດ້ວຍກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄໍາທູນ ອິນທິລາດ ຮອງຫົວໜ້າກົມການທະຫານທ້ອງຖິ່ນ ກົມໃຫຍ່ເສນາທິການກອງທັບ, ມີສະຫາຍ ພົນຈັດຕະວາ ທອງສີ ກຸນສະນະ ກໍາມະການຄະນະປະຈໍາພັກແຂວງ, ຫົວໜ້າການທະຫານ ກອງບັນຊາການທະຫານແຂວງເຊກອງ, ມີບັນດາສະຫາຍຄະນະຮັບຜິດຊອບຈາກກະຊວງປ້ອງກັນປະເທດ, ຄະນະພັກ-ຄະນະບັນຊາ ກອງບັນຊາການ ປກຊ-ປກສ ແຂວງ, ເມືອງ, ຫ້ອງການ ປກຊ-ປກສ ແລະ ແຂກຖືກເຊີນມາຈາກພະແນກການອ້ອມຂ້າງແຂວງ, ພ້ອມດ້ວຍພະນັກງານຫຼັກແຫຼງທົ່ວກອງບັນຊາການ ເຂົ້າຮ່ວມ. ສະຫາຍ ພັນຕີ ສຸລະສັກ ພັນທະວົງສີ ຫົວໜ້າພະແນກນິຕິກຳ ກົມກົດໝາຍກະຊວງປ້ອງກັນປະເທດ ໄດ້ລາຍງານຈຸດປະສົງ ຂອງຮ່າງດໍາລັດ ວ່າດ້ວຍກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວໂດຍຫຍໍ້ ວ່າ: ດຳລັດສະບັບນີ້ ແມ່ນກຳນົດຫຼັກການ, ລະບຽບການ ແລະ ມາດຕະການກ່ຽວກັບ ການຄຸ້ມຄອງ, ຕິດຕາມ, ກວດກາ ວຽກງານກໍາລັງກອງຫຼອນ ແລະ ກຳລັງປ້ອງກັນຕົວ ເພື່ອໃຫ້ມີຄວາມໜັກແໜ້ນທາງດ້ານ ການເມືອງ ແນວຄິດ, ເຂັ້ມແຂງທາງດ້ານການຈັດຕັ້ງ, ມີລະບຽບວິໄນເຂັ້ມງວດ, ມີແບບແຜນທັນສະໄໝ ແນ່ໃສ່ສຳເລັດໜ້າທີ່ໃນການເຄື່ອນໄຫວວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ບ້ານ, ສໍານັກງານອົງການ, ລັດວິສາຫະກິດ, ໂຮງຈັກ, ໂຮງງານ ທີ່ເປັນຂອງລັດ ໃຫ້ມີຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ ເຂົ້າໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ເຊິ່ງ ກໍາລັງກອງຫຼອນ ແມ່ນກໍາລັງເຄິ່ງປະກອບອາວຸດປ້ອງກັນຊາດ ເຮັດໜ້າທີ່ ປກຊ-ປກສ ໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອບເຂດບ້ານ. ສ່ວນກໍາລັງປ້ອງກັນຕົວ ແມ່ນພະນັກງານລັດຖະກອນເຮັດໜ້າທີ່ ປກຊ-ປກສ ໃນການປົກປັກຮັກສາຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພຢູ່ກະຊວງ, ອົງການທຽບເທົ່າກະຊວງ, ສໍານັກງານອົງການ, ລັດວິສາຫະກິດ ແລະ ໂຮງຈັກໂຮງງານທີ່ເປັນຂອງລັດ. ເຊີ່ງຮ່າງດໍາລັດ ວ່າດ້ວຍກໍາລັງກອງຫຼອນ ແລະ ກໍາລັງປ້ອງກັນຕົວ ປະກອບມີ 9 ພາກ, 11 ໝວດ, 68 ມາດຕາ ແລະ ຄໍາຖາມເຈາະຈີ້ມ. ໂອກາດນີ້, ສະຫາຍ ພັນໂທ ຄໍາທູນ ອິນທິລາດ ໄດ້ຊີ້ນໍາກອງປະຊຸມ, ເຈາະຈີ້ມບາງບັນຫາສໍາຄັນ ແລະ ຮຽກຮ້ອງໃຫ້ບັນດາຜູ້ແທນກອງປະຊຸມເອົາໃຈໃສ່ຍົກສູງຄວາມຮັບຜິດຊອບຂອງຕົນເຂົ້າໃນການຄົ້ນຄວ້າ, ປະກອບຄໍາເຫັນໃສ່ຮ່າງດໍາລັດ ຢ່າງກົງໄປກົງມາ, ມີການສົມທຽບລະຫວ່າງເນື້ອໃນ ຂອງຮ່າງດໍາລັດ ແລະ ພຶດຕິກໍາຕົວຈິງໃນໄລຍະຜ່ານມາ. ຈາກນັ້ນ, ຄະນະຜູ້ແທນກອງປະຊຸມ ໄດ້ປະກອບຄໍາເຫັນໃສ່ຮ່າງກົດໝາຍຢ່າງກົງໄປກົງກົງມາພາວະວິໄສ, ໂດຍຍົກໃຫ້ເຫັນສະພາບຕົວຈິງໃນປັດຈຸບັນ ແລະ ສະພາບໃນຮາກຖານທ້ອງຖິ່ນ ເພື່ອເຮັດໃຫ້ຮ່າງດໍາລັດມີເນື້ອໃນທີ່ຖືກຕ້ອງ, ຄົບຖ້ວນ ແລະ ສົມບູນຂຶ້ນຕື່ມ. ໂດຍ: ກອງຄໍາ ຈິ່ງດ້າຍອດ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ