ກອງທັບປະຊາຊົນລາວ
 
ວັນພະຫັດ, ວັນທີ 28 ມີນາ 2024

  

ຕີດັບຄວາມໄຝ່ຝັນ ແລະ ຄຳອວດສຳຫາວຂອງນິກເຊີນເມື່ອອັດຕະປື ໄດ້ຮັບການປົດປ່ອຍໂດຍສົມບູນ
ເວລາອອກຂ່າວ: 2018-11-25 13:00:02 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 333 | ຄວາມນິຍົມ:



ຊຸມປີ 1969-1973 ການ ປະຕິວັດລາວໄດ້ວາງແນວທາງ ຊຸກຍູ້ຂະບວນການຕໍ່ຕ້ານທົ່ວ ປວງຊົນຮອບດ້ານຢ່າງແຂງ ແຮງ ສົມທົບໃສ່ການເພີ່ມທະວີ ຮ່ວມສຳພັນສູ້ຮົບກັບກອງທັບ ແລະ ປະຊາຊົນຫວຽດນາມ ແລະ ກຳປູເຈຍໃຫ້ເລິກເຊິ່ງເຖິງຖອງ ແນໃສ່ຕີເອົາຊະນະຍຸດທະສາດ “ ສົງຄາມພິເສດເພີ່ມທະວີ”ຂອງ ຈັກກະພັດລ່າເມືອງຂຶ້ນແບບໃໝ່ ອາເມຣິກາ ໃຫ້ພັງທະລາຍລົງ ໃນຂະນະດຽວກັນ “ ນິກເຊິນ” ປະ ທານາທິບໍດີຂອງອາເມຣິກາໃນ ໄລຍະນັ້ນໄດ້ປະກາດແບບອວດ ສຳຫາວວ່າ: ສົງຄາມອິນດູຈີນ ຈະ ຕ້ອງສິ້ນສຸດລົງ ແລະ ຈະນຳ ເອົາທະຫານອາເມຣິກາກັບຄືນ ປະເທດຢ່າງສົມບູນ ( ວ່າຊັ້ນ). ແຕ່ໃນຄວາມເປັນຈິງແລ້ວ, ມັນບໍ່ເປັນໄປດັ່ງຄຳປະກາດແບບ ອວດສຳຫາວຂອງພວກເຂົາຄືດັ່ງ ກ່າວ, ກົງກັນຂ້າມພວກເຂົາຍິ່ງ ໄດ້ເພີ່ມທະວີການຊ່ວຍໜູນອຳ ນາດການປົກຄອງ ແລະ ທະຫານ ຫຸ່ນວຽງຈັນຂຶ້ນເຖິງ 2 ທົບ ດ້ວຍ ພາຫະນະອາວຸດທີ່ທັນສະໄໝ, ໃນນີ້ພວກເຂົາໄດ້ເພີ່ມທະວີທັບ ອາກາດຍິງທຳລາຍເຂດປົດປ່ອຍ ລາວຂຶ້ນເຖິງ 4-5 ທົບ, ພ້ອມທັງ ເປີດບັ້ນເຄື່ອນທັບຍຸດທະສາດຂຶ້ນ ຫຼາຍບັ້ນເຊັ່ນ: ບັ້ນເຄື່ອນທັບ “ 17 1NB ” ເຂົ້າທາງທິດຕາ ເວັນອອກສ່ຽງເໜືອຂອງກຳປູ ເຈຍ, ບັ້ນເຄື່ອນທັບ “ ກວາງຈູ4” ເຂົ້າໄຕງວຽນຂອງຫວຽດນາມ ແລະ ເຂດຊາຍແດນ 3 ປະເທດ ລາວ-ຫວຽດນາມ-ກຳປູເຈຍ. ສະເພາະຢູ່ພາກໃຕ້ລາວ, ພວກເຂົາໄດ້ນຳໃຊ້ທັບອາກາດ ຍິງທຳລາຍເຂດປົດປ່ອຍເຮົາ ແລະ ເສັ້ນທາງຍຸດທະສາດຢ່າງ ຮ້າຍແຮງ, ພ້ອມທັງນຳໃຊ້ກຳລັງ ທະຫານຫຸ່ນລາວເຖິງ 26 ກອງ ພັນ ເປີດບັ້ນກວາດລ້າງທຳລາຍ ເຂດປົດປ່ອດຢ່າງຂະໜານໃຫຍ່ ແລະ ເຕົ້າໂຮມກຳລັງເຂົ້າຍຶດເອົາ ບາງຈຸດທີ່ຂຶ້ນກັບແຂວງອັດຕະປື, ສາລະວັນ ແລະ ບາງຈຸດຕາມ ເສັ້ນທາງເລກທີ 13 , ເຂດເຊບັ້ງ ໄຟ, ເຊບັ້ງຫຽງ, ເຊບັ້ງນວນ ແລະ ຍຶດເອົາທີ່ຕັ້ງຍຸດທະສາດ ຕາມສາຍພູຫຼວງເບື້ອງລາວ. ເພື່ອທັບມ້າງກົນອຸບາຍສົງ ຄາມພິເສດເພີ່ມທະວີຂອງຈັກກະ ພັດອາເມຣິກາໃຫ້ປະຊາໄລກຳ ລັງປະກອບອາວຸດເຮົາຢູ່ພາກໃຕ້ ລາວໄດ້ປະສານສົມທົບແໜ້ນກັບ ກຳລັງອາສາສະໝັກຫວຽດນາມ ເປີດບັ້ນຕີຕ້ານກຳລັງຂອງສັດຕູ ທັງນ້ອຍ ແລະ ໃຫຍ່ລຽນຕິດ-ລຽນຕໍ່ເຖິງ 359 ຄັ້ງສາມາດປັດ ເຂ່ຍສັດຕູອອກຈາກວົງສູ້ຮົບໄດ້ ເຖິງ 2.390 ກວ່າບັກ, ໃນນີ້ຖືກ ດັບສູນ 1.640 ກວ່າບັກ, ບາດ ເຈັບ 460 ກວ່າບັກ, ອອກມາ ຍອມຈຳນົນ ແລະ ຖືກຈັບເປັນສະ ເລີຍເສິກ 280 ກວ່າບັກ ພ້ອມນີ້ ພວກເຮົາຍັງສາມາດຍິງຍົນພວກ ເຂົາຕົກ 60 ກວ່າລຳ, ຍຶດປືນທຸກ ຊະນິດ ແລະ ເຄື່ອງສິນເສິກໄດ້ ເປັນຈຳນວນຫຼວງຫຼາຍ. ເຖິງຈະຖືກຕີໃຫ້ປະລາໄຊ ຢ່າງໜັກໜ່ວງກໍຕາມ, ລະດູແລ້ງ ປີ 1969 ຕໍ່ໃສ່ປີ 1970 ພວກ ເຂົາໄດ້ດື້ດ້ານສືບຕໍ່ປະຕິບັດກົນອຸ ບາຍກໍ່ສົງຄາມຂຶ້ນສູ່ລະດັບສູງ ໂດຍໄດ້ເສີມກຳລັງເຂົ້າໃສ່ບັນດາ ທີ່ຕັ້ງຍຸດທະສາດສຳຄັນຕ່າງໆ ພ້ອມທັງເປີດບັ້ນກວາດລ້າງ ແລະ ນຳໃຊ້ທັບອາກາດເຂົ້າຍິງ ທຳລາຍເຂດປົດປ່ອຍເຮົາຢູ່ພາກ ໃຕ້ລາວທັງເວັນ ແລະ ຄືນຢ່າງ ຮ້າຍກາດກວ່າເກົ່າ. ຕໍ່ໜ້າສະພາບການຄືດັ່ງກ່າວ ເດືອນມີນາ 1970 ຄະນະພັກການ ທະຫານສູນກາງລາວ-ຫວຽດ ນາມ ໄດ້ຕົກລົງເປີດບັ້ນຮົບບຸກ ຕີປົດປ່ອຍເທດສະບານແຂວງ ອັດຕະປື ແລະ ສາລະວັນ ເພື່ອ ເປີດກວ້າງເຂດປົດປ່ອຍຢູ່ພາກ ໃຕ້ລາວ ທັງປ້ອງເສັ້ນທາງຍຸດ ທະສາດ ພູຫຼວງເບື້ອງລາວ, ດ້ວຍການນຳໃຊ້ບັນດາກົມກອງ ກຳລັງປະກອບອາວຸດຢູ່ແຂວງ ພາກໃຕ້ລາວ ປະສານສົມທົບກັບ ກຳລັງຂອງທະຫານເຂດ 4 ຫວຽດນາມ ຈັດຕັ້ງດ້ານຮົບຂຶ້ນ ຢູ່ອັດຕະປື, ຜ່ານການກະກຽມ ຢ່າງເຄັ່ງຮ້ອນ 10 ກວ່າວັນ, ມາເຖິງເວລາ 3 ໂມງເຊົ້າຂອງ ວັນທີ 29 ເມສາປີ 1970 ກຳ ລັງປະສົມລາວ-ຫວຽດນາມ ພວກເຮົາໄດ້ຮ່ວມສຳພັນສູ້ຮົບ ແໜ້ນເປີດສາກບຸກຕີກຳລັງຂອງ ສັດຕູທຸກທິດຢູ່ທິດເທສະບານ ແຂວງອັດຕະປືແບບພວກເຂົາ ຕັ້ງຕົວບໍ່ທັນຈົນເຖິງເວລາ 17 ໂມງຂອງວັນດຽວກັນພວກເຮົາ ຈຶ່ງສາມາດປົດປ່ອຍເທສະບານ ແຂວງອັດຕະປື ໄດ້ໂດຍສົມບູນ ສາມາດປັດເຂ່ຍສັດຕູອອກຈາກ ວົງສູ້ຮົບໄດ້ 200 ກວ່າບັກ, ຈັບ ເປັນສະເລີຍເສິກໄດ້ 700 ກວ່າ ບັກ, ຕີໃຫ້ເສຍຫາຍໜັກ 1 ກອງ ພັນ, ຍິງຍົນຕົກ 2 ລຳ ແລະ ຍຶດ ປືນທຸກຊະນິດ ພ້ອມດ້ວຍເຄື່ອງ ສິນເສິກໄດ້ເປັນຈຳນວນຫຼວງ ຫຼາຍ. ໄຊຊະນະບັ້ນຮົບປົດປ່ອຍອັດ ຕະປືຄັ້ງນີ້, ບໍ່ພຽງແຕ່ຈະໄດ້ເປັນ ການຢັ້ງຢືນເຖິງປະສິດທິພາບ ການຮ່ວມມືສຳພັນສູ້ຮົບອັນແໜ້ນ ແຟ້ນລະຫວ່າງກຳລັງປະກອບອາ ວຸດ ລາວ-ຫວຽດນາມ ເທົ່ານັ້ນ ຫາກຍັງເປັນການຕີບັ່ນທອນຍຸດ ທະສາດສົງຄາມພິເສດເພີ່ມທະວີ ຂອງຈັກກະພັດອາເມຣິກາຢູ່ອິນ ດູຈີນ ໃຫ້ເຊື່ອມຈອດເຂົ້າກັນ ທັງ ສ້າງເງື່ອນໄຂສະດວກແກ່ກຳລັງ ປະກອບອາວຸດ ລາວ-ຫວຽດ ນາມ ຕີເອົາຊະນະບັ້ນເຄື່ອນທັບ ( ແຊນລາວ ) ຂອງທະຫານອາ ເມຣິກາຢູ່ພາກໃຕ້ຫວຽດນາມ ແລະ ກຳປູເຈຍ, ສືບຕໍ່ຕີປົດປ່ອຍ ເອົາເທສະບານແຂວງສາລະວັນ ໃນເວລາໄລ່ເລ່ຍກັນ, ບັງຄັບໃຫ້ ອາເມຣິກາ ຕ້ອງລົງຂັ້ນໄດສົງ ຄາມພິເສດເພີ່ມທະວີຢູ່ລາວ, ກ້າວໄປສູ່ການສ້າງຕັ້ງລັດຖະ ບານປະສົມຢູ່ລາວ ຄັ້ງທີ 3 , ສົມທົບໃສ່ການນຳໃຊ້ “ 3 ບາດ ຄ້ອນຍຸດທະສາດບຸກຕີ ” ເປັນກະ ແສຟອງສູງໃນຂອບເຂດທົ່ວປະ ເທດ ແລະ ຍຶດອຳນາດໃນປີ 1975 ແບບສຽງປືນບໍ່ແຕກ, ແບບບົວບໍ່ໍຊໍ້ານໍ້າບໍ່ຂຸ່ນ ແຕ່ສາ ມາດຈັບປາໄດ້ເກືອບທຸກໂຕ, ຄົງ ມີແຕ່ພວກທີ່ປຶກສາອາເມຣິກາ, ພວກທົ່ວໄປປະຕິການນາຍທະ ຫານ ແລະ ຂ້າລັດຖະການຂັ້ນສູງ ຂອງພວກຫຸ່ນວຽງຈັນເທົ່ານັ້ນ ທີ່ພາກັນເອົາຕົວຫຼົບຕາຍໜີກ່ອນ, ເປັນອັນວ່າຄວາມຝັນ ແລະ ຄຳ ອວດສຳຫາວຂອງ “ນິກເຊິນ” ປະທານາທິບໍດີ ອາເມຣິກາ ໃນ ໄລຍະນັ້ນທີ່ວ່າ: ສົງຄາມອິນດູຈີນ ຕ້ອງສິ້ນສຸດລົງດ້ວຍໄຊຊະນະ ຂອງພວກເຂົາ ແລະ ຈະນຳເອົາ ທະຫານອາເມຣິກາກັບຄືນມາຕຸ ພູມ ( ຢ່າງສົມກຽດ, ຕ້ອງພັງ ທະລາຍລົງຢ່າງເສຍກຽດເສຍ ສັກສີ ແລະ ປະລາໄຊຢ່າງເຈັບ ແສບ, ມາຮອດທຸກມື້ນີ້ຊາກສົບ ຫຼື ເອີ້ນກັນແບບຫັຼກມະນຸດສະທຳ ວ່າ: “ສິ່ງເສດເຫຼືອຂອງທະ ຫານອາເມຣິກາ ” ທີ່ມາກໍ່ ແລະ ດຳເນີນສົງຄາມຮຸກຮານລາວນັ້ນ ແມ່ນຍັງຊອກຫາຂຸດຄົ້ນ, ທ້ອນ ໂຮມສົ່ງກັບຄືນມາຕຸພູມ ( ປະ ເທດອາເມຣິກາ ) ບໍ່ທັນໝົດ ສ້ຽງຄົບຕາມຕົວເລກທີ່ທາງການ ຂອງອາເມຣິກາແຈ້ງໄວ້ຕໍ່ທາງ ການຂອງລາວເທື່ອ . ການປາລະໄຊຂອງທິດສະ ດີນິກເຊີນໃນສົງຄາມຢູ່ລາວບໍ່ສະ ເພາະແຕ່ເປັນການສິ້ນສຸດສົງ ຄາມຢູ່ອິນດູຈີນ ເທົ່ານັ້ນ ແຕ່ຍັງ ເປັນການປາລະໄຊອັນເຈັບແສບ ຂອງລັດທິລ່າເມືອງຂຶ້ນແບບໃໝ່ ນຳອີກ ໂດຍ: ປ ຊາຕີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ