ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ກອງພັນເຄື່ອນທີ່ໄວ 586 ແລະ ກອງຮ້ອຍຮັບປະກັນ ຍິງເປົ້າໜາຍດ້ວຍລູກປືນແທ້ ປະຈໍາປີ 2026
ເວລາອອກຂ່າວ: 2026-06-11 14:23:55 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 318 | ຄວາມນິຍົມ:



ໃນວັນທີ 9 ມີຖຸນາ 2026, ກອງພັນເຄື່ອນທີ່ໄວ 586 ແລະ ກອງຮ້ອຍຮັບປະກັນ ຈັດພິທີ ຍິງເປົ້າໝາຍດ້ວຍລູກປືນແທ້, ໂດຍການເປັນປະທານຂອງສະຫາຍ ພັນໂທ ຄຳພອນ ບຸນມີໄຊ ຫົວໜ້າພະແນກເສນາທິການ ກອງພັນໃຫ່ຍ 11, ມີສະຫາຍ ພັນໂທ ອິນຄຳ ຄູນປະເສີດ ຫົວໜ້າຂະແໜງອົບຮົມ ພະແນກເສນາທິການ, ຄະນະພັກ-ຄະນະບັນຊາກອງພັນ, ກອງຮ້ອຍ ພ້ອມດ້ວຍ ພະນັກງານ-ນັກຮົບ ທົ່ວກອງພັນເຄື່ອນທີ່ໄວ 586 ແລະ ກອງຮ້ອຍຮັບປະກັນເຂົ້າຮ່ວມ. ໃນພິທີ ສະຫາຍ ພັນຕີ ສຸດໃຈ ໄຊຍະສຸກ ຫົວໜ້າການທະຫານ ກອງພັນເຄື່ອນທີ່ໄວ 586 ໃຫ້ຮູ້ວ່າ: ຈຸດປະສົງກໍເພື່ອປະຕິບັດທິດທາງແຜນການອົບຮົມ-ຫັດແອບການເມືອງ, ການທະຫານ, ພະລາທິການ ແລະ ເຕັກນິກປະຈຳປີ 2026 ຂອງກົມກອງໃຫ້ເປັນຮູບປະທຳຕົວຈິງ ແລະ ມີປະສິດທິຜົນສູງ, ທັງເປັນການຍົກສູງ ກວດກາຕີລາຄາຄືນ ລະດັບຄວາມຮູ້ຄວາມສາມາດ ຂອງພະນັກງານນຳພາ-ບັນຊາ ເຂົ້າໃນວຽກງານອົບຮົມ ແລະ ທົດສອບຄວາມຮັບຮູ້ເຂົ້າໃຈຂອງພະນັກງານ-ນັກຮົບ ແຕ່ລະສະຫາຍໃນການກຳແໜ້ນດ້ານທິດສະດີ ຫຼັກການ, ການນຳໃຊ້ພາຫະນະ-ອາວຸດ ໃຫ້ຊຳນິຊຳນານ ເພື່ອຮັບປະກັນແກ່ວຽກງານກຽມພ້ອມສູ້ຮົບ ແລະ ສູ້ຮົບມີໄຊ ພ້ອມນີ້, ຍັງເປັນການທົດສອບ ຄຸນຄ່າສະມັດຕະພາບ ດ້ານເຕັກນິກຂອງພາຫະນະ, ອາວຸດຍຸດໂທປະກອນ ແຕ່ລະຊະນິດໃຫ້ນຳໃຊ້ໄດ້ຍາວນານ, ເຊິ່ງການຫັດແອບຍິງເປົ້າໝາຍ ດ້ວຍລູກປືນແທ້ ມີທັງຫັດແອບທ່າຈັງຫວະ ຢືນຍິງ, ນັ່ງຂູ້ເຂົ່າຍິງ, ນອນສະແຄງຍິງ, ນອນຫງາຍຍິງ ຕາມຫຼັກການ 05 ທ່າຍິງຂອງຍຸດທະວິທີ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ