ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມກວດກາຄວາມພ້ອມການກະກຽມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ວປກ
ເວລາອອກຂ່າວ: 2019-10-10 08:53:35 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 71 | ຄວາມນິຍົມ:



ໃນວັນທີ 3 ຕຸລາ ວິທະຍາ ຄານປ້ອງກັນຊາດ ໄກສອນ ພົມວິຫານ ໄດ້ຈັດກອງປະຊຸມ ກວດກາຄວາມພ້ອມການກະ ກຽມກອງປະຊຸມໃຫຍ່ ຄັ້ງທີ IV ຂອງອົງຄະນະພັກ ວປກ. ໂດຍການເປັນປະທານຂອງ ສະຫາຍ ພົນຕີ ຄຳຫຼ້າ ພັນໄຊ ຍະສຸກ, ກຳມະການຄະນະພັກ ກະຊວງປ້ອງກັນປະເທດ, ຫົວ ໜ້າການເມືອງ ວປກ. ມີຄະນະ ພັກ-ຄະນະບັນຊາແຕ່ລະພາກ ສ່ວນ, ພ້ອມດ້ວຍອະນຸກຳມະ ການວຽກງານດັ່ງກ່າວເຂົ້າ ຮ່ວມ. ໂອກາດນີ້, ສະຫາຍ ພົນຕີ ຄຳຫຼ້າ ພັນໄຊຍະສຸກ ໄດ້ເນັ້ນ ໜັກໃຫ້ແຕ່ລະພາກສ່ວນຄວນ ເອົາໃຈໃສ່ຫຼາຍບັນຫາ. ໂດຍ ສະເພາະກໍແມ່ນກຳແໜ້ນສະ ພາບຈຸດພິເສດກ່ຽວກັບວຽກ ງານການເມືອງ-ແນວຄິດຂອງ ບຸກຄະລາກອນໃນການທາບ ທາມຮອບທີ່ໜຶ່ງ, ການຈັດຕັ້ງ ຂະບວນການຂໍ່ານັບຮັບຕ້ອນ ຕ່າງໆເຊັ່ນ: ຈັດຕັ້ງໂຄສະນາ ປາຖະກະຖາທັງພາຍໃນ ແລະ ພາຍນອກ, ຄັດເລືອກເອົາເປົ້າ ໝາຍທີ່ເຂົ້າຮ່ວມຕ້ອງຊັດ ເຈນ. ນອກຈາກນີ້ຍັງໄດ້ເນັ້ນ ໜັກໃຫ້ແຕ່ລະພາກສ່ວນໃຫ້ ມີຄວາມຮັບຜິດຊອບສູງ, ບັນ ດາອະນຸກຳມະການໃຫ້ເອົາໃຈ ໃສ່ເຜີຍແຜ່ບັນດາຈຸດພິເສດ, ຄາດໝາຍ, ການກະກຽມຄວາມ ພ້ອມທາງດ້ານຈິດໃຈພາຍຫຼັງ ທີ່ໄດ້ຮັບຮູ້ແລ້ວ, ພະຍາຍາມປຸກ ລະດົມການເຂົ້າຮ່ວມວຽກ ງານຕ່າງໆທີ່ປິ່ນອ້ອມໃຫ້ເປັນ ໄປຕາມແຜນ, ການກະກຽມ ເນື້ອໃນຕ່າງໆໃຫ້ເປັນໄປຕາມ ສະພາບຕົວຈິງ, ຮັບປະກັນໃຫ້ ໄດ້ໃຊ້ສິດດ້ວຍຕົນເອງຢ່າງມີ ປະຊາທິປະໄຕ ແລະ ມີຄວາມ ຍຸດຕິທຳໃນການຢັ່ງຫາງສຽງ ທາບທາມຕໍ່ການນຳຂັ້ນເທິງ, ການລາຍງານ, ການສ່ອງ ແສງ, ໃຫ້ປະທານຕ້ອງຮັກ ສາໄດ້ບັນຍາກາດແຫ່ງການ ປະກອບຄຳຄິດ-ຄຳເຫັນ, ມີ ຄວາມຮັບຜິດຊອບໃນການ ກະກຽມເອກະສານ, ເນື້ອໃນ ບົດຕ້ອງສອດຄ່ອງກັບສະ ພາບຄວາມເປັນຈິງໃນການ ປະຕິບັດງານແຕ່ລະວັນ, ຮັບປະກັນໄດ້ທາງດ້ານລະ ບຽບວິໄນຕ່າງໆ. ທັງນີ້ກໍເພື່ອເຮັດໃຫ້ບັ້ນດຳເນີນກອງປະ ຊຸມໃຫຍ່ຄັ້ງທີ IV ຂອງອົງ ຄະນະພັກ ວປກ ໃນຄັ້ງນີ້ດຳ ເນີນໄປດ້ວຍດີ ແລະ ໄດ້ຮັບປະສີດທິຜົນສູງ. ໂດຍ: ບົວເງິນ ສີໂສພາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ