ເອກອັກຄະລັດຖະທູດ ຕວັກກີ ເຂົ້າຢ້ຽມຂໍ່ານັບ ລັດຖະມົນຕີກະຊວງປ້ອງກັນປະເທດ
ເວລາອອກຂ່າວ: 2026-06-11 16:04:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1390 | ຄວາມນິຍົມ: ![]()
ວັນທີ 11 ມີຖຸນາ 2026 ນີ້, ທີ່ກະຊວງປ້ອງກັນປະເທດ, ທ່ານ ພົນເອກ ຄຳລຽງ ອຸຖະໄກສອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ນາງ ໂອ ຢາຢາຊາ ເອກອັກຄະລັດຖະທູດ ຕວັກກີ ປະຈຳ ສປປ ລາວ.
ໂອກາດນີ້, ທ່ານ ພົນເອກ ຄຳລຽງ ອຸຖະໄກສອນ ໄດ້ສະແດງຄວາມຕ້ອນຮັບຢ່າງອົບອຸ່ນ ແລະ ຕີລາຄາສູງການເຂົ້າຢ້ຽມຂໍ່ານັບຂອງທ່ານ ທູດຕວັກກີ ໃນຄັ້ງນີ້, ເຊິ່ງເປັນການຮັດແໜ້ນ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ລາວ - ຕວັກກີ ໃຫ້ໄດ້ຮັບການພັດທະນາຍິ່ງຂຶ້ນ. ພ້ອມກັນນັ້ນ, ທັງສອງຝ່າຍຍັງໄດ້ຕີລາຄາສູງຕໍ່ການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ໄດ້ປຶກສາຫາລືກັນກ່ຽວກັບທິດທາງແຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະແມ່ນການແລກປ່ຽນບົດຮຽນວຽກງານປ້ອງກັນຊາດເຊິ່ງກັນ ແລະ ກັນ ຂອງຄະນະຜູ້ແທນຂັ້ນຕ່າງໆ ເພື່ອເປັນທິດທາງໃນການຮັກສາຄວາມສັນຕິພາບ ແລະ ສະຖຽນລະພາບ ຂອງປະເທດຊາດໄວ້ໃຫ້ໝັ້ນຄົງ.
ໂອກາດດຽວກັນນີ້, ທ່ານ ເອກອັກຄະລັດຖະທູດ ຕວັກກີ ກໍໄດ້ສະແດງຄວາມຂອບໃຈຢ່າງຈິງໃຈຕໍ່ ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປລາວ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງຢືນຢັນວ່າ ຈະທຸ້ມເທເຫື່ອແຮງ, ສະຕິປັນຍາ ເຂົ້າໃນການເຄື່ອນໄຫວວຽກງານທາງການທູດ ເພື່ອເປັນຂົວຕໍ່ໃນການຊຸກຍູ້, ສົ່ງເສີມ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ລະຫວ່າງ ສອງປະເທດ ກໍຄືສອງກອງທັບ ຕວັກກີ ແລະ ລາວ ໃຫ້ມີຄວາມແໜ້ນແຟ້ນ ແລະ ມີໝາກຜົນຕົວຈິງຍິ່ງຂຶ້ນໃນອະນາຄົດ.
ໂດຍ: ລຸນທອງ ສີບຸນເຮືອງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















