ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ອັດ​ຕະ​ປື ເຂົ້າ​ຮ່ວມ​ພິທີ​ບັນຈຸ​ອັດຖິ ທະຫານ​ອາສາ​ສະໝັກ ຫວຽດນາມ
ເວລາອອກຂ່າວ: 2026-06-16 08:45:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 133 | ຄວາມນິຍົມ:



ໃນ​ລະຫວ່າງ ວັນ​ທີ 4-5 ມິຖຸນາ 2026 ຜ່ານ​ມາ​ນີ້, ຄະນະ​ກຳມະການ​ປະຕິບັດ​ງານ​ພິເສດ ແຂວງ​ອັດ​ຕະ​ປື ເຂົ້າ​ຮ່ວມ​ພິທີ​ບັນຈຸ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ​ຢູ່ 3 ແຂວງ​ພາກ​ໃຕ້​ລາວ. ເພື່ອ​ນຳ​ເຂົ້າ​ສຸສານ​ນັກຮົບ​ນິລະນາມ ຢູ່​ທີ່ ຕາແສງ​ງັອກ​ໂຮ້ຍ, ແຂວງ​ກວາງ​ຫງ໋າຍ ​ສສ ຫວຽດນາມ, ເຊິ່ງ​ນຳ​ໂດຍ ສະຫາຍ ພັນ​ເອກ ສີ​ສົມ​ໃຈ ມະໂນ​ລາ ຄະນະ​ປະຈຳ​ພັກ​​ເເຂວງ, ຫົວໜ້າ​ການເມືອງ ກອງ​ບັນຊາ​ການ​ທະ​ຫານ​​ເເຂວງ​ອັດ​ຕະ​ປື, ຮອງ​ຫົວໜ້າ​ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ອັດ​ຕະ​ປື, ໂດຍ​ມີ​ຄະນະ​ປະຕິບັດ​ງານ​ພິເສດ, ຈາກ​ແຂວງ​ເຊ​ກອງ, ຈຳປາ​ສັກ ແຫ່ງ ​ສປປ ລາວ ແລະ ແຂວງ​ຣັດ​ຕະ​ນະ​ຄີ​ຣີ, ແຫ່ງ ຣາ​ຊະ​ອາ​ນະ​ຈັກ​ກຳປູເຈຍ, ໂດຍ​ການ​ຕ້ອນຮັບ​ຢ່າງ​ສົມ​ກຽດ​ຂອງ ສະຫາຍ ນາງ ອີງັອກ, ຄະນະ​ປະຈຳ​ພັກ​ແຂວງ, ຮອງ​ປະທານ​ຜູ້​ປະຈຳການ​ປະຊາຊົນ​ແຂວງ, ປະທານ​ຄະນະ​ປະຕິບັດ​ງານ​ພິເສດ ແຂວງ​ກວາງ​ຫງ໋າຍ ​ສສ ຫວຽດນາມ, ມີ​ບັນດາ ສະຫາຍ ຄະນະ​ເລຂາທິການ​ສູນ​ ກາງ​ພັກ, ການ​ນຳ​ພັກ-ລັດ, ຄະນະ​ພັກ​ອຳນາດ​ການ​ປົກຄອງ​ທ້ອງຖິ່ນ, ບັນດາ​ພະແນກການ​ທີ່​ກ່ຽວຂ້ອງ, ຕະຫຼອດ​ຮອດ​ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ, ນັກຮຽນ-ນັກ​ສຶກ​ສາ ຈາກ​ແຂວງ​ກວາງ​ຫງ໋າຍ ເຂົ້າ​ຮ່ວມ. ພິທີ​ໄຫວ້​ອາໄລ ບັນຈຸ​ອັດຖິ​ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ເຂົ້າ​ສຸສານ​ນັກຮົບ​ນິລະນາມ ຢູ່​ທີ່ງັອກ​ໂຫ້ຍ, ແຂວງ​ກວາງ​ຫງ໋າຍ​ໃນ​ຄັ້ງ​ນີ້, ແມ່ນ​ສຸດ​ທີ່​ມີ​ຄວາມ​ໝາຍ- ຄວາມ​ສຳຄັນ​ຢ່າງ​ຍິ່ງ, ໂດຍ​ປະຕິບັດ​ນະໂຍບາຍ ແລະ ຄວາມ​ເປັນ​ທຳ​ຂອງ​ພັກ- ລັດຖະບານ​ລາວ ທີ່​ມີ​ຕໍ່​ພັກ-ເພື່ອນ​ມິດ​ຍຸດ​ທະ​ສາດ ແລະ ຄວາມ​ເອົາໃຈໃສ່​ແບບ​ພິເສດ​ຂອງ​ຄະນະ​ພັກ, ອຳນາດ​ການ ປົກຄອງ​ທ້ອງຖິ່ນ, ບວກ​ກັບ​ການ​ຮ່ວມ​ມື​ອຳນວຍ​ຄວາມ​ສະດວກ ຂອງ​ປະຊາຊົນ​ບັນດາເຜົ່າ​ຊາວ​ແຂວງ​ອັດ​ຕະ​ປື, ແຂວງ​ຈຳປາ​ສັກ ແລະ ແຂວງ​ເຊ​ກອງ, ຕະຫຼອດ​ໄລຍະ​ການ ປະຕິບັດ​ວຽກ​ງານ​ຊອກ​ຫາ​ຂຸດ​ຄົ້ນ​ອັດຖິ ໃນ​ສົກ​ປີ 2025-2026 ຜ່ານ​ມາ​ໜ່ວຍ​ງານ​ຂຸດ​ຄົ້ນ​ອັດຖິ ກອງ K53 ກອງທັບ​ປະຊາຊົນ​ຫວຽດນາມ ສາມາດ​ຂຸດ​ຄົ້ນ​ໄດ້​ຈາກ​ແຂວງ​ເຊ​ກອງ ຈຳນວນ 3 ອັດຖິ, ແຂວງ​ຈຳປາ​ສັກ 1 ອັດຖິ ແລະ ແຂວງ​ອັດ​ຕະ​ປື 6 ອັດຖິ, ແລະ ຈາກ​ແຂວງ ຣັດ​ຕະ​ນະ​ຄີ​ຣີ, ແຫ່ງ ຣາ​ຊະ​ອາ​ນະ​ຈັກ​ກຳປູເຈຍ, 6 ອັດ​ທິ, ລວມ​ທັງ​ໝົດ 16 ອັດ​ທິ, ເຊິ່ງ​ໃນ​ພິທີ​ດັ່ງກ່າວ ແຕ່​ລະ​ຄະນະ​ໄດ້​ເຂົ້າ​ວາງ​ພວງມາລາ ແລະ ກົ້ມ​ຫົວ​ໄຫວ້​ອາໄລ​ຢ່າງ​ສົມ​ກຽດ ເຖິງ​ດວງ​ວິນ​ຍານ​ຂອງ​ພະນັກງານ-ນັກຮົບ ທະຫານ​ອາສາ​ສະໝັກ ແລະ ຊ່ຽວຊານ​ຫວຽດນາມ ທີ່​ເສຍສະຫຼະ​ຊີວິດ​ໃນ​ປາງ​ສົງຄາມ ຢູ່​ໃນ 3 ແຂວງ​ພາກ​ໃຕ້​ ລາວຢ່າງ​ສົມ​ກຽດ. ພາຍຫຼັງ​ສຳເລັດ​ພິທີ​ອັນ​ສົມ​ກຽດ​ດັ່ງກ່າວ ຫົວໜ້າ​ຄະນະ​ຝ່າຍ​ຫວຽດນາມ, ລາວ ແລະ ກຳປູເຈຍ, ໄດ້​ພ້ອມ​ກັນ​ຈັດ​ຄູ່​ເຄື່ອນ​ຍ້າຍ​ອັດຖິ​ບັນຈຸ​ເຂົ້າ​ສຸສານ​ນັກຮົບ​ນິລະນາມ ທີ່​ຕາແສງ​ງັອກ​ໂຮ້ຍ, ແຂວງ​ກວາງ​ຫງ໋າຍ ​ສສ ຫວຽດນາມ ໄປ​ຕາມ​ລຳດັບ. ໂດຍ: ສຸກ​ສະໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ