ການເຄື່ອນໄຫວວຽກງານຕ່າງໆ
ເວລາອອກຂ່າວ: 2026-06-16 08:50:05 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 177 | ຄວາມນິຍົມ: ![]()
ການເຄື່ອນໄຫວວຽກງານຕ່າງໆຂອງແຕ່ລະກົມກອງໃນທ້າຍເດືອນ ພຶດສະພາ-ຕົ້ນເດືອນ ມີຖຸນາ ໃນນີ້ມີຄື:
ຫ້ອງເຕັກນິກ ກອງບັນຊາການທະຫານແຂວງບໍ່ແກ້ວ: ໄດ້ຈັດຕັ້ງສະຫຼຸບວຽກງານຮອບດ້ານ ປະຈຳໄຕມາດ l ແລະ ວາງທິດທາງແຜນການ ປະຈຳໄຕມາດ II ປີ 2026. ເຊິ່ງໃນນີ້, ຄະນະພັກ-ຄະນະບັນຊາຫ້ອງເຕັກນິກໄດ້ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ - ນັກຮົບພາຍໃນຫ້ອງເຕັກນິກໃຫ້ມີໜັກແໜ້ນເພື່ອຕ້ານປະກົດການຫຍໍ້ທໍ້ທີ່ຈະເກີດຂຶ້ນ, ໄດ້ຊີ້ນຳບັນດາພະແນກ
ການໃນການຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະໃຫ້ມີຜົນສຳເລັດ ແລະ ຊີ້ນຳສ້ອມແປງລົດທີ່ຍັງຄ້າງຄາ ແລະ ຟື້ນຟູພາຫະນະເປ່ເພ ປະຕິບັດຕາມທິດຊີ້ນຳຂອງກອງບັນຊາການທະຫານແຂວງບໍ່ແກ້ວ. ນອກນີ້, ໃນໄລຍະ 3 ເດືອນ
ຜ່ານມາ ສ້ອມແປງລົດທັງໝົດ: 20 ຄັນ 34 ຄັ້ງ, ສ້ອມແປງຂະໜາດໜັກ 0 ຄັ້ງ, ສ້ອມແປງຂະໜາດກາງ 14 ຄັ້ງ, ສ້ອມແປງຂະໜາດເບົາ 6 ຄັ້ງ, ສ້ອມແປງຢູ່ ບັນດາກົມກອງ 1 ຄັ້ງ, ເອົາລົດເຂົ້າສ້ອມແປງຢູ່ຮ້ານເອກະຊົນ 01 ຄັ້ງ, ສ້ອມແປງເຮືອ 0 ລຳ.
ໜ່ວຍພັກກອງຮ້ອຍທະຫານຊາຍເເດນ 542: ໄດ້ສຳເລັດກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ IV ເຊິ່ງໃນໄລຍະຜ່ານມາ ໄດ້ຖືສຳຄັນຕໍ່ກັບວຽກງານສຶກສາອົບຮົມການເມືອງ-ນຳພາແນວຄິດ ຕໍ່ພະນັກງານສະມາຊິກພັກ ໃຫ້ມີຄຸນທາດການເມືອງໜັກແໜ້ນ, ມີຄຸນສົມບັດສິນທຳປະຕິວັດ, ມີນ້ຳໃຈຮັກຊາດ, ມີສະຕິຕື່ນຕົວຈັດຕັ້ງປະຕິບັດແນວທາງນະໂຍບາຍຂອງພັກ-ລັດ, ຮູ້ຈຳແນກມິດສັດຕູຢ່າງຈະແຈ້ງ, ເອົາໃຈໃສ່ປັບປຸງກໍ່ສ້າງພັກທາງດ້ານປະລິມານ ແລະ ຄຸນນະພາບ, ເຊື່ອມຊຶມກຳແໜ້ນຕາມ 5 ຫຼັກການ 3 ທິດນຳຂອງພັກວາງອອກ, ໝູນໃຊ້ຢ່າງມີຫົວ
ຄິດປະດິດສ້າງເຂົ້າໃນຂົງເຂດວຽກງານຕ່າງໆປິ່ນອ້ອມໜ້າທີ່ການເມືອງຂອງກົມກອງ, ຕິດພັນກັບການສ້າງກອງປອດໃສ, ປອດໄພ ປອດຄະດີ, ຈັດຕັ້ງເຊື່ອມຊຶມມະຕິ, ຄຳສັ່ງຕ່າງໆ, ເຊື່ອມຊຶມເອກະສານມູນເຊື້ອຂອງຊາດ-ຂອງພັກ, ຂອງກອງທັບ ແລະ ດຳເນີນຊີວິດການເມືອງຢ່າງເປັນປົກກະຕິ. ນອກນັ້ນ, ຍັງໄດ້ເອົາໃຈໃສ່ຕໍ່ກັບວຽກງານແກ້ໄຂຊີວິດການເປັນຢູ່ຂອງພະນັກງານ-ນັກຮົບໃຫ້ດີຂຶ້ນໂດຍປະຕິບັດຕາມວຽກ ງານ 4 ປູກ 4 ລ້ຽງຂອງກົມໃຫຍ່ພະລາທິການວາງອອກ ບົນຈິດໃຈ ເພິ່ງຕົນເອງ, ກຸ້ມຕົນເອງ ແລະສ້າງຄວາມເຂັ້ມແຂງດ້ວຍຕົນເອງຕາມເງື່ອນໄຂຕົວຈິງຂອງກົມກອງ, ປະຕິບັດໜ້າທີ່ຂອງກອງທັບ ວ່າດ້ວຍການກໍ່ສ້າງປະຊາຊົນແບບມູນເຊື້ອ, ເພື່ອພ້ອມກັນເຄື່ອນໄຫວປົກປັກຮັກສາຄວາມສະຫງົບ ແລະ ຄວາມເປັນຄວາມລະບຽບຮຽບຮ້ອຍຕາມຂອບເຂດຊາຍແດນ ໃຫ້ມີຄວາມສະຫງົບໂດຍພື້ນຖານ.
ກອງບັນຊາການທະຫານ ແຂວງໄຊສົມບູນ: ຄະນະພັກ-ຄະນະບັນຊາໄດ້ລົງເຄື່ອນໄຫວ, ຊຸກຍູ້ການກໍ່ສ້າງນັກຮົບ ແລະ ກົມກອງວັດທະນະທຳ ຢູ່ໂຮງຮຽນການທະຫານທ້ອງຖິ່ນ, ກອງພັນນ້ອຍ 597, ກອງບັນຊາການທະຫານເມືອງທ່າໂທມ. ຈຸດປະສົງໃນການລົງເຄື່ອນໄຫວໃນຄັ້ງນີ້, ກໍເພື່ອເຄື່ອນໄຫວຊຸກຍູ້ວຽກງານກໍ່ສ້າງນັກຮົບ-ກົມກອງວັດທະນະທຳ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ. ໃນນັ້ນໄດ້ລົງເກັບກຳຂໍ້ມູນຊຸກຍູ້ ໃນຄັ້ງນີ້ມີຈຳນວນ 3 ກົມກອງ: ໂຮງຮຽນການທະຫານທ້ອງຖິ່ນ, ກອງພັນນ້ອຍ 597 ແລະ ກອງບັນຊາການທະຫານເມືອງ ທ່າໂທມ. ຈາກນັ້ນບັນດາອະນຸກຳມະການ ແຕ່ລະພາກສ່ວນ ໄດ້ພັດປ່ຽນກັນຂຶ້ນແນະນຳບັນດາໜ້າວຽກ ທີ່ຈະຕ້ອງໄດ້ສຸມໃສ່ໃນການກໍ່ສ້າງກົມກອງ-ນັກຮົບວັດທະນາທຳ. ໃນໂອກາດດຽວກັນນີ້, ພະແນກຍຸຕິທຳ ແຂວງໄຊສົມບູນ ໄດ້ລົງເຜີຍແຜ່ນກົດໝາຍ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ. ຈຸດປະ
ສົງໃນການລົງເຜີຍແຜໃນຄັ້ງນີ້ ກໍເພື່ອເຮັດໃຫ້ນາຍ ແລະ ພົນທະຫານມີຄວາມຮັບຮູ້-ເຂົ້າໃຈ ແລະ ເປັນບ່ອນອີງດ້ານກົດໝາຍ ໃຫ້ແກ່ກຳລັງປ້ອງກັນຊາດ ໂດຍສະເພາະແມ່ນນາຍ ແລະ ພົນທະຫານ ຢູ່ກອງບັນຊາການທະຫານແຂວງໄຊສົມບູນ ເພື່ອໄປໝູນໃຊ້ເຂົ້າໃນວຽກງານຕົວຈິງ ເພື່ອເຮັດໃຫ້ເນື້ອໃນຈິດໃຈ ຂອງກົດໝາຍທັງ 2 ສະບັບນີ້ ຖືກຈັດຕັ້ງປະຕິບັດຢ່າງມີປະສິດຕິຜົນ ແລະ ກາຍເປັນພຶດຕິກຳຕົວຈິງອີກດ້ວຍ.
ກອງພັນທະຫານຮາບທີ 6: ໄດ້ຈັດພິທີປະກາດບົ່ງຕົວແຕ່ງຕັ້ງເລຂາ ແລະ ກຳມະການຄະນະຮາກຖານຊາວໜຸ່ມ. ໃນນີ້, ສະຫາຍພັນໂທ ບຸນໂຮມ ພົມມະຈັນ ຮອງຫົວໜ້າພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງຄຳມ່ວນ ໄດ້ຂຶ້ນຜ່ານຂໍ້ຕົກລົງຂອງກອງບັນຊາການທະຫານແຂວງຄຳມ່ວນ ວ່າດ້ວຍການບົ່ງຕົວແຕ່ງຕັ້ງ ຄະນະຮາກຖານຊາວໜຸ່ມ ກອງພັນທະຫານຮາບທີ 6 ອີງຕາມກົດລະບຽບຂອງຄະນະບໍລິຫານງານສູນກາງຊາວໜຸ່ມ ປະຊາຊົນປະຕິວັດລາວ ສະໄໝທີ VIII ໝວດທີ IV ມາດຕາທີ 21 ວ່າດ້ວຍໂຄງປະກອບຂອງຄະນະບໍລິຫານງານຊາວໜຸ່ມ ປະຊາຊົນປະຕິວັດລາວ, ອີງຕາມໜັງສືສະເໜີຂອງພະແນກຊາວໜຸ່ມ ກອງບັນຊາການທະຫານແຂວງຄຳມ່ວນ ດັ່ງນັ້ນ ຫ້ອງການເມືອງ
ກອງບັນຊາການທະຫານແຂວງຄຳມ່ວນ ຈຶ່ງໄດ້ຕົກລົງແຕ່ງຕັ້ງ ສະຫາຍ ພັນຕີ ຄຳໂພດ ແກ້ວມະນີ ເປັນເລຂາຄະນະຮາກຖານຊາວໜຸ່ມ, ສະຫາຍ ພັນຕີ ບົວລາ ໄຊຍະວົງ ເປັນກຳມະການຄະນະຮາກຖານຊາວໜຸ່ມ ກອງພັນທະຫານຮາບທີ 6 ແລະ ອີກ 5 ສະຫາຍ ແມ່ນໄດ້ຮັກສາຕຳແໜ່ງໄວ້ຄືເກົ່າ.
ຄະນະບໍລິຫານງານຊາວໜຸ່ມຫ້ອງການໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ: ໄດ້ຈັດກອງປະຊຸມສະຫຼຸບວຽກງານການເຄື່ອນໄຫວ ປະຈຳ 6 ເດືອນ
ຕົ້ນປີ ແລະ ວາງທິດທາງແຜນການປະຈຳ6 ເດືອນທ້າຍປີ 2026. ໃນໄລຍະ 6 ເດືອນຜ່ານມາສາມາດຕີລາຜົນໄດ້ຮັບຫຼາຍດ້ານເປັນຕົ້ນ ແມ່ນໄດ້ສຶກສາອົບຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ກຳແໜ້ນ, ເຊື່ອມຊຶມ ແລະ ເຂົ້າໃຈຕໍ່ແນວທາງຂອງພັກໃນໄລຍະໃໝ່, ປະຕິບັດບັນດາຂໍ້ກຳນົດ ກົດລະບຽບຕ່າງໆຂອງກອງທັບ ກໍຄືຂອງຊາວໜຸ່ມວາງອອກໄດ້ຢ່າງເຂັ້ມງວດ, ຫ້າວ
ຫັນປະກອບສ່ວນເຂົ້າໃນ ທຸກຂະບວນການຕ່າງໆຂອງຫ້ອງ ກໍຄືຂອງໂຮງຮຽນຈັດຂຶ້ນໄດ້ຢ່າງຟົດຟຶ້ນ, ຕ້ານ-ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆໄດ້ທັນກັບສະພາບການ. ພ້ອມນີ້, ໄດ້ຊຸກຍູ້ໃຫ້ສະມາຊິກ ສ້າງເສດຖະກິດແກ້ໄຂຊີວິດການເປັນຢູ່ໃຫ້ດີຂຶ້ນ ສາມາດເພິ່ງຕົນເອງ, ກຸ້ມຕົນເອງ ສ້າງຄວາມເຂັ້ມແຂງດ້ວຍຕົນເອງໄດ້ 90%, ນອກນັ້ນ, ຍັງໄດ້ປະຕິບັດນະໂຍບາຍຕໍ່ສະມາຊິກຢ່າງຖືກຕ້ອງເໝາະສົມ ແລະ ວຽກງານປິ່ນອ້ອມຂອງກົມກອງ ກໍມີຜົນສຳເລັດເປັນຢ່າງດີ, ສາມາດສ້າງຊາວໜຸ່ມນຳໜ້າ 4 ບຸກໄດ້ 52 ສະຫາຍ, ແຂງ 13 ສະຫາຍອີກດ້ວຍ.ໃນໂອກາດດຽວກັນນີ້, ຄະນະບໍລິຫານງານຊາວໜຸ່ມຫ້ອງພະລາທິການ ໄດ້ສະຫຼຸບວຽກງານຮອບດ້ານປະຈຳ 6 ເດືອນຕົ້ນປີ 2026 ເຊິ່ງໄດ້ຊຸກຍູ້ໃຫ້ ສະມາຊິກສ້າງເສດຖະກິດແກ້ໄຂ້ຊີວິດການເປັນຢູ່ ດ້ວຍການປູກ-ການລ້ຽງ ແລະ ຫັດຖະກຳຕຳແຜ່ນ ຕາມທິດ 4 ປູກ 4 ລຽ້ງ ຂອງກົມໃຫຍ່ພະລາທິການວາງອອກ ແລະ ມີບຸກຄົນດີເດັ່ນຫຼາຍສະຫາຍ, ໃນນີ້ ຄະນະບໍລິຫານງານສ້າງລາຍຮັບເຂົ້າຄັງໄດ້ 4.750.000 ກີບ. ນອກຈາກນີ້, ກໍໄດ້ປະຕິບັດນະໂຍບາຍຊ່ວຍເຫຼືອເຊິ່ງກັນ ແລະ ກັນ ເວລາເຈັບເປັນ ເຂົ້າໂຮງໝໍ ແລະ ອື່ນໆເປັນເງິນ 1.210.000 ກີບ ແລະ ຍັງມີວຽກງານປິ່ນອ້ອມອື່ນຂອງກົມກອງກໍມີຜົນສຳເລັດເປັນຢ່າງສູງ, ຈາກຜົນງານດັ່ງກ່າວ ສາມາດສ້າງສະມາຊິກຊາວໜຸ່ມນຳໜ້າ 4 ບຸກໄດ້ 82 ສະຫາຍ,
ຍິງ 46 ສະຫາຍ ເທົ່າກັບ 86,31%, ແຂງ 7 ສະຫາຍ ເທົ່າກັບ 7,36 %,
ສ້າງໜ່ວຍນຳໜ້າ 4 ບຸກໄດ້ 5 ໜ່ວຍ, ຄະນະບໍລິຫານງານ ເປັນຄະນະບໍລິຫານງານ ນຳໜ້າ 4 ບຸກ ແລະ ໄດ້ຜ່ານທິດທາງແຜນການໃນຕໍ່ໜ້າ ພ້ອມທັງປະກອບຄຳເຫັນແລກປ່ຽນຖອດຖອນບົດຮຽນຢ່າງມີເນື້ອໃນເລິກເຊິ່ງ, ເພື່ອ
ໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້ໃນຕໍ່ໜ້າ.
ກອງພັນໃຫຍ່ 301 ກອງພົນທີ 3: ໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມ ທົ່ວປະເທດ ຄັ້ງທີ IX ແລະ ຂໍ້ກຳນົດວາດ້ວຍວຽກງານຊາວໜຸ່ມໃນທົ່ວກອງທັບປະຊານຊົນລາວ. ໄລຍະຜ່ານມາ ກອງປະຊຸມ ໄດ້ພ້ອມກັນຄົ້ນຄວ້າ ປະກອບຄຳເຫັນ ແລະ ຮັບຮອງເອົາບົດລາຍງານການເມືອງ ໄດ້ຕີລາຄາຮອບດ້ານເຖິງຜົນງານ ແລະ ຜົນສຳເລັດຂອງການຈັດ ຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ຄັ້ງທີ
VIII ເຊິງໄດ້ຕີລາຄາໃຫ້ເຫັນດ້ານດີ, ດ້ານອ່ອນ, ຂໍ້ຄົງຄ້າງ, ສາເຫດ ແລະ ບົດຮຽນທີ່ຖອດຖອນໄດ້ຕະຫຼອດການເຄື່ອນໄຫວວຽກງານຜ່ານມາ. ພ້ອມກັນນັ້ນ, ກອງປະຊຸມຍັງເອກະພາບສູງ ແລະ ຮັບຮອງບັນດາຄາດໝາຍສູ້ຊົນ ແລະ ວຽກງານຈຸດສຸມ ເພື່ອເພີ່ມທະວີໃນການສຶກສາອົບຮົມການເມືອງ ນຳພາ - ແນວຄິດ ຊາວໜຸ່ມເຍົາວະຊົນ, ເພື່ອປັບປຸງການຈັດຕັ້ງຊາວໜຸ່ມໃຫ້ມີຄວາມເຂັ້ມແຂງ, ຍົກສູງຄຸນນະພາບຂອງວຽກງານຊາວໜຸ່ມ, ກະກຽມປັບປຸງກົດໝາຍວ່າດ້ວຍຄະນະຊາວໜຸ່ມປະຊາຊົນປະຕິວັດລາວ, ຄົ້ນຄວ້າບຸກຄະລາກອນ ປະກອບສ່ວນເຂົ້າໃນ
ກົງຈັກຄະນະບໍລິຫານງານສະຫະພັນຊາວໜຸ່ມລາວ, ສືບຕໍ່ປັບປຸງພັດທະນາວິຊາຊີບຊາວໜຸ່ມ ແລະ ເຂົ້າຮ່ວມຂະບວນການສະເຫຼີມສະຫຼອງວັນບຸນສຳຄັນຕ່າງໆຂອງຊາດ, ຊຸກຍູ້ນັກທຸລະກິດໜຸ່ມແຫ່ງຊາດ, ຊຸກຍູ້ຕິດຕາມການຈັດຕັ້ງປະຕິບັດມະຕິຂອງກອງປະຊຸມໃຫຍ່ຜູ້ແທນຊາວໜຸ່ມທົ່ວປະເທດ ແລະ ພົວພັນຮ່ວມມືກັບຕ່າງປະເທດໃນພາກພື້ນ ແລະ ສາກົນ ພ້ອມນັ້ນຍັງໄດ້ຜ່ານມະຕິຕົກລົງຂອງເລຂາທິການສູນກາງພັກ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງສະຫະພັນຊາວໜຸ່ມລາວ ໂດຍມີທັງໝົດຈຳນວນ IV ພາກ ຄື: ພາກບັນຍັດທົວໄປ, ໜ້າທີ່ ແລະ ຂອບເຂດສິດ, ລະບົບສາຍໃຍການຈັດຕັ້ງ ໂຄງປະກອບກົງຈັກການຈັດຕັ້ງ ແລະ ບຸກຄະລາກອນ, ຫຼັກການ ແລະ ແບບແຜນວິທີເຮັດວຽກ. ນອກນີ້, ຍັງໄດ້ຜ່ານ ຂໍ້ກຳນົດວ່າດ້ວຍວຽກງານຊາວໜຸ່ມໃນກອງທັບປະຊາ
ຊົນລາວ ເຊິ່ງມີທັງໝົດ VI ໝວດຄື: ບົດບັດຍັດທົ່ວໄປ, ຄວາມຮັບຜິດຊອບຂອງອົງການ, ຂະແໜງການຕໍ່ກັບວຽກງານຊາວໜຸ່ມ, ຄວາມຮັບຜິດຊອບຂອງພະນັກ
ງານບັນຊາຢູ່ກົມກອງຮາກຖານ, ຄວາມຮັບຜິດຊອບຂອງອົງການຈັດຕັ້ງຊາວໜຸ່ມແຕ່ລະຂັ້ນ ແລະ ສະມາຊິກຊາວໜຸ່ມຕໍ່ກັບວຽກງານຊາວໜຸ່ມ, ມາດຖານການຄັດ
ເລືອກພະນັກງານເຮັດວຽກງານຊາວໜຸ່ມ ແລະ ການສິ້ນສຸດເປັນສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃນກອງທັບ.
ຫ້ອງການຄະນະກຳມະການ ປກຊ-ປກສ ແຂວງ ຫຼວງນໍ້າທາ: ໄດ້ເປີດກອງປະຊຸມສ່ອງແສງສະພາບພົ້ນເດັ່ນ ປະຈຳເດືອນ ພຶດສະພາ 2026 ເຊິ່ງສະພາບການ, ການເຄື່ອນໄຫວຂອງກຸ່ມຄົນທີ່ບໍ່ດີ, ປະກົດການຫຍໍ້ທໍ້ໃນສັງຄົມໄດ້ສົ່ງຜົນສະທ້ອນຕໍ່ວຽກງານ ປກຊ-ປກສ, ເວົ້າລວມເວົ້າສະເພາະ ທ້ອງຖິ່ນແຂວງຫຼວງນ້ຳທາ ແລະ ຍົກໃຫ້ເຫັນດ້ານຕັ້ງໜ້າຂອງສອງກຳລັງ ປກຊ-ປກສ ໄດ້ເຮັດໃຫ້ສະພາບ, ປະກົດການດັ່ງກ່າວມີຄວາມສະຫງົບ ໂດຍພື້ນຖານເຮັດໃຫ້ປະຊາຊົນ ພາຍໃນ ມີຄວາມສະດວກ, ສະບາຍໃນການທຳມາຫາກິນດີຂຶ້ນກວ່າເກົ່າ. ກອງພັນ 419 ການທະຫານ ແຂວງ ໄຊຍະບູລີ: ກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2025. ໃນໄລຍະ 1 ປີຜ່ານມາຄະນະພັກຮາກຖານ, ໜ່ວຍພັກແມ່ນໄດ້ນຳພາສະມາ
ຊິກພັກ ແລະ ພະນັກງານ-ນັກຮົບຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນເຮັດໃຫ້ວຽກງານໄດ້ຮັບຜົນສຳເລັດ, ສາມາດຕີລາຄາແບ່ງປະເພດຂອງສະມາຊິກພັກ ໄດ້ປະເພດແຂງ 96 ສະຫາຍ, ປະເພດກາງ 2 ສະຫາຍ, ບໍ່ໄດ້ແບ່ງ 5 ສະຫາຍ , ຍິງ 1 ສະຫາຍ (ເປັນສະມາຊິກພັກສຳຮອງ). ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງໄດ້ປະເພດ ແຂງ, 4 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານກອງພັນ 419 ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ໜັກແໜ້ນ 2 ໜ່ວຍ ແລະ ໄດ້ປະເພດແຂງ 2 ໜ່ວຍ. ຈາກນັ້ນ ກອງປະຊຸມຍັງ ໄດ້ມອບໃບຢັ້ງຢືນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນອີກດ້ວຍ. ໃນນີ້,
ຫ້ອງການກອງບັນຊາການທະຫານແຂວງໄຊຍະບູລີ ສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ໃນ1 ປີຜ່ານມາຄະນະພັກຮາກຖານ,
ໜ່ວຍພັກແມ່ນໄດ້ນຳພາສະມາຊິກພັກ ແລະ ພະນັກງານ-ນັກຮົບຈັດຕັ້ງປະຕິບັດໜ້າທີ່ວິຊາສະເພາະ ຂອງຕົນເຮັດໃຫ້ວຽກງານໄດ້ຮັບຜົນສຳເລັດ ເຊິ່ງສະແດງອອກ ໄດ້ນຳພາກົມກອງປະຕິບັດໄດ້ຂໍ້ກຳນົດກົດລະບຽບຂອງກອງທັບວາງອອກໄດ້ເປັນຢ່າງດີ ສາມາດຕີລາຄາການນຳພາຕາມ 5 ເນື້ອໃນ ຄື; ນຳພາດ້ານການເມືອງ ປະຕິບັດໄດ້ 10 ຄະແນນ, ນຳພາດ້ານແນວຄິດ ປະຕິບັດໄດ້ 9 ຄະແນນ, ນຳພາດ້ານການຈັດຕັ້ງ ປະຕິບັດໄດ້ 9 ຄະແນນ, ນຳພາດ້ານແບບແຜນວິທີນຳພາ ປະຕິບັດໄດ້ 9 ຄະແນນ, ນຳພາດ້ານການຈັດຕັ້ງປະຕິບLSWinErrັັດໜ້າທີ່ການເມືອງ ປະຕິບັດໄດ້ 9 ຄະແນນ ແລະ ສາມາດຕີລາຄາແບ່ງປະເພດຂອງສະມາຊິກພັກ ໄດ້ປະເພດແຂງ 38 ສະຫາຍ, ຍິງ 14 ສະຫາຍ, ບໍ່ໄດ້ແບ່ງ 1 ສະຫາຍ. ອົງການຈັດຕັ້ງມະຫາຊົນຊາວໜຸ່ມ-ແມ່ຍິງໄດ້ປະເພດ ແຂງ, 3 ໜ່ວຍພັກທີ່ຂຶ້ນກັບຄະນະພັກຮາກຖານຫ້ອງການ ເປັນໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ.ຈາກນັ້ນ ກອງປະຊຸມຍັງໄດ້ມອບໃບຢັ້ງຢືນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນໃຫ້ທັງ 3 ໜ່ວຍ ຕື່ມອີກຄ້າຍຄຸມຂັງ-ດັດສ້າງ 156: ໄດ້ຈັດພິທີເຜີຍແຜ່ລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ. ຈຸດປະສົງ ໃນການເຜີຍແຜນຄັ້ງນີ້, ເພື່ອໃຫ້ພະນັກງານ, ນາຍ ແລະ ພົນທະຫານ ໄດ້ກຳແໜ້ນຫຼັກການ, ລະບຽບການ ແລະ ມາດຕະການຕ່າງໆ ກ່ຽວກັບການຈັດຕັ້ງປະຕິບັດວຽກງານໃຫ້ອະໄພຍະໂທດ ໃຫ້ມີປະສິດທິພາບ. ທັງນີ້, ກໍເພື່ອຮັບປະກັນການປະຕິບັດນະໂຍບາຍມະນຸດສະທຳ ແລະ ສຶກສາອົບຮົມນັກໂທດໃຫ້ເຫັນໄດ້ແນວທາງອັນຖືກຕ້ອງເປັນທຳຂອງລັດ ແຫ່ງ LSWinErrສປປ ລາວ, ຊ່ວຍໃຫ້ນັກໂທດປັບປຸງຕົນເອງໃຫ້ກາຍເປັນພົນລະເມືອງດີຂອງຊາດ, ສາມາດກັບຄືນສູ່ສັງຄົມ ແລະ ປະກອບສ່ວນເຂົ້າໃນການປົກປັກຮັກສາ-ພັດທະນາປະເທດຊາດໃນອະນາຄົດ.
ກອງພັນທີ3 ນັກຮຽນນາຍສິບຊຸດທີ 29: ຈັດຕັ້ງສະຫຼຸບວຽກງານຮອບດ້ານປະຈຳສົກຮຽນ 2025-2026 ເຊິ່ງໄດ້ຍົກໃຫ້ເຫັນຫຼາຍດ້ານທີ່ພົ້ນເດັ່ນ ເປັນຕົ້ນ ແມ່ນ ການສຶກສາອົບຮົມການເມືອງນຳພາແນວຄິດ, ບັນດາຂໍ້ກຳນົດ,ກົດລະບຽບຕ່າງໆຂອງພັກ-ລັດ ຂອງກອງທັບໃຫ້ພະນັກງານ-ນັກຮົບ,ນັກຮຽນ ຮັບຮູ້ເຊື່ອມຊຶມກຳແໜ້ນ, ໃກ້ຊິດຕິດແທດ ຊີ້ນຳ - ນຳພາ ແລະ ມີຄວາມຕື່ນຕົວຫ້າວຫັນເຂົ້າໃນຂະບວນການຄົ້ນຄົ້ວLSWinErrາຮ່ຳຮຽນ ແລະ ອື່ນໆ ສາມາດຕີລາຄາໄດ້ 95 %,ນອກນັ້ນຍັງໄດ້ປະກອບສ່ວນເຂົ້າຮ່ວມຂະບວນການຕ່າງໆທີ່ທາງໂຮງຮຽນຈັດຂື້ນຢ່າງຕັ້ງໜ້າ, ຄຽງຄູ່ກັບຂະບວນການຄົ້ນຄ້ວLSWinErrາຮ່ຳຮຽນ,ອົບຮົມ-ຫັດແອບສາມາດຕີລາຄາໄດ້ 100%. ນອກນີ້, ຍັງໄດ້ຊຸກຍູ້ພະນັກງານ - ນັກຮົບປູກພຶດຊະນິດຕ່າງໆເພື່ອແກ້ໄຂຊີວິດການເປັນຢູ່ໃນແຕ່ລະວັນ ແລະ ສະໜອງເຂົ້າເຮືອນຄົວລວມ. ໃນນີ້, ກົມກອງ ແລະ ບຸກຄົນລຽ້ງໝູໄດ້ 15 ໂຕ ເປັນເງິນ 18 ລ້ານກີບ, ສະໜອງຊີ້ນເຂົ້າເຮືອນຄົວລວມໄດ້ 916 ກິໂລ ເປັນເງິນ 56,563,000 ກີບ,ສະໜອງຜັກເຂົ້າເຮືອນຄົວລວມໄດ້ 1,425 ກິໂລ ເປັນເງິນ 7,125,000 ກີບ. ນອກນີ້, ໄດ້ປະຕິບັດນະໂຍບາຍຕໍ່ພະນັກງານ - ນັກຮົບ, ນັກຮຽນ ທີ່ເຈັບເປັນ,ນອນໂຮງໝໍ ແລະ ອື່ນໆ ເປັນເງີນ 10,840.000 ກີບ. ກອງພັນສາມາດສ້າງລາຍຮັບເຂົ້າກົມກອງໄດ້ 47,500,000 ກີບ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















