ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ທະຫານ​ແຂວງ​ໄຊ​ສົມບູນ ເປີດ​ອົບຮົມ​ຫັດ​ແອບ, ບຳລຸງ​ຄູ​ການ​ທະຫານ​ໄລຍະ​ສັ້ນ ປະຈຳ​ປີ 2026
ເວລາອອກຂ່າວ: 2026-06-16 08:51:17 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 171 | ຄວາມນິຍົມ:



ໃນ​ວັນ​ທີ 10 ມິຖຸນາ 2026 ທີ່​ຜ່ານ​ມາ​ນີ້, ກອງ​ບັນຊາ​ການ​ທະຫານ ແຂວງ​ໄຊ​ສົມບູນ ໄດ້​ຈັດ​ພິທີ ເປິດ​ອົບຮົມ​ຫັດ​ແອບ, ບຳລຸງ​ຄູ​ການ​ທະຫານ​ໄລຍະ​ສັ້ນ ປະຈຳ​ປີ 2026 , ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຸດ​ໃຈ ເຈີ​ບົວ​ແພງ ຄະນະ​ປະຈຳ​ພັກ ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ ແຂວງ​ໄຊ​ສົມບູນ, ມີ​ຄະນະ​ພັກ-ຄະນະ​ບັນຊາ ອົງການ 5 ຫ້ອງ, ຄະນະ​ພັກ-ຄະນະ​ບັນຊາ​ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ, ພະແນກການ​ທີ່​ກ່ຽວຂ້ອງ ຕະຫຼອດ​ຮອດ​ພະນັກງານ ​ຄູ​-ອາຈານ ແລະ ນັກ​ເຝີກ​ອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ບົວລອຍ ວົງ​ພະຈັນ ຫົວໜ້າ​ພະ​ແນກ​ອົບຮົມ ໄດ້​ຂຶ້ນ​ຜ່ານ​ຂໍ້ຕົກລົງ ຂອງ​ກົມ​ໃຫຍ່​ເສນາ​ທິ​ການ​ກອງທັບ ວ່າ​ດ້ວຍ​ການ​ອົບຮົມ-ຫັດ​ແອບການເມືອງ, ການ​ທະຫານ, ພະລາທິການ-ເຕັກນິກ ໃຫ້​ບັນດາ​ກຳລັງ​ຫຼວງ-ກຳລັງ​ທ້ອງຖິ່ນ ໃນ​ທົ່ວ​ກອງທັບ ປະຈຳ​ປີ 2026 ແລະ ກຳນົດ​ເນື້ອ​ໃນ​ອົບຮົມ​ຄູ​ການ​ທະຫານ​ໄລຍະ​ສັ້ນ, ອີງ​ຕາມແຜນການ​ອົບຮົມ-ຫັດ​ແອບ ປັບປຸງ​ລະບຽບ​ແບບ ແຜນ​ເຝີກ​ຝົນ​ຫຼໍ່​ຫຼອມ​ກຳລັງ​ແຮງ​ກາຍ ປະຈຳ​ປີ 2026, ເພື່ອ​ປັບປຸງ​ລະບຽບ​ແບບແຜນ ແລະ ຄວາມ​ເປັນ​ລະບຽບ​ຮຽບ​ຮ້ອຍ​ຢູ່​ພາຍ​ໃນ​ກົມ​ກອງ ໃຫ້​ນັບ​ມື້​ເຕີບ​ໃຫຍ່​ເຂັ້ມແຂງ, ຕິດ​ພັນ​ກັບ​ທ່າ​ສະໜາມ​ປ້ອງ​ກັນ​ຊາດ-ປ້ອງ​ກັນ​ຄວາມ​ສະຫງົບ ທົ່ວ​ປວງ​ຊົນ​ຮອບດ້ານ. ຈຸດປະສົງ​ໃນ​ການ​ອົບຮົມ-ຫັດ​ແອບ​ໃນ​ຄັ້ງ​ນີ້ ເພື່ອ​ຍົກ​ລະດັບ​ຄວາມ​ຮູ້, ຄວາມ​ສາມາດ ທາງ​ດ້ານ​ລະບຽບ​ຫຼັກການ, ບັນດາ​ທຳນຽມ​ຂອງ​ຄູ​ໃນ​ເວລາ​ສິດສອນ ແລະ ເຮັດ​ໃຫ້​ຄູ​ສອນ​ຮູ້​ເຮັດ​ວຽກ​ງານ​ວິຊາ​ສະເພາະ​ຂອງ​ຕົນ ເພື່ອ​ປັບປຸງ ແລະ ສ້າງ​ຄວາມ​ເປັນ​ເອກະ​ພາບ​ທາງ​ດ້ານ​ເນື້ອ​ໃນ, ທິດ​ສະ​ດີ, ຫຼັກການ ໃຫ້​ຖຶກ​ຕ້ອງ ໂດຍ​ສະເພາະ​ບັນດາ​ຂໍ້​ກຳນົດ​ກົດ​ລະບຽບ​ຕ່າງໆ, ລະ ບຽບ​ຂອງ​ກອງທັບ ເປັນຕົ້ນ 7 ລະບອບ 18 ວຽກ​ຂອງ​ກອງທັບ​ວາງ​ອອກ ໃຫ້​ມີ​ຄວາມ​ເຂັ້ມແຂງ ແລະ ມີ​ປະສິດທິພາບ​ສູງ ຄຽງ​ຄູ່​ກັບ​ວຽກ​ງານປັບປຸງ​ກໍ່ສ້າງ​ກົມ​ກອງ ໃຫ້​ມີ​ຄວາມ​ເຕີບ​ໃຫຍ່​ເຂັ້ມແຂງ, ໜັກ​ແໜ້ນ ແລະ ມີ​ລະບຽບ​ແບບ ແຜນ​ທີ່​ທັນ​ສະໄໝ​ໄປ​ເທື່ອ​ລະ​ກ້າວ. ໂດຍ: ຄຳ​ພາ ສີ​ນວນ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ