ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ຄະນະ​ນາຍ​ທະຫານ​ໜຸ່ມ​ແຂວງ​ຈຳປາ​ສັກ ແລະ ແຂວງ​ອັດ​ຕະ​ປື ເຄື່ອນ​ໄຫວ ແລກປ່ຽນ​ບົດຮຽນ ຢູ່​ກອງພັນ​ໃຫຍ່ 739 ກອງ​ບັນຊາ​ການ​ທະຫານ​ແຂວງຢາ​ລາຍ
ເວລາອອກຂ່າວ: 2026-06-16 08:54:32 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 4-5 ມິຖຸນາ 2026 ນີ້, ຄະນະ​ນາຍທະ ຫານ​ໜຸ່ມ​ກອງ​ບັນຊາ​ການທະ ຫານແຂວງ​ຈຳປາ​ສັກ ແລະ ອັດ​ຕະ​ປື ກອງທັບ​ປະຊາຊົນ​ລາວ ເຊິ່ງ​ນຳພາ​ໂດຍ ສະຫາຍ ພັນໂທ ຄາລົມ ຈັນທະ​ວົງສາ ຮອງ​ຫົວ ໜ້າ​ກອງ​ບັນຊາ​ການ, ຫົວໜ້າ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ຈຳປາ​ສັກ ໄດ້​ເຄື່ອນ​ໄຫວ​ຢ້ຽມຢາມ ແລະ ພົບ​ປະ​ແລກປ່ຽນ​ບົດຮຽນ ຢູ່​ກອງພັນ​ໃຫຍ່ 739 ກອງ​ບັນຊາ​ການ​ທະຫານ​ແຂວງ ຢາ​ລາຍ ກອງທັບ​ປະຊາຊົນ​ຫວຽດນາມ, ໂດຍການ​ ຕ້ອນຮັບ​ຂອງ ສະຫາຍ ພັນ​ໂທ ເຈີນ ກວາງ ຈຸງ ຫົວໜ້າ​ການ ເມືອງ​ກອງພັນ​ໃຫຍ່ 739 ກອງ​ບັນຊາ​ການ​ທະຫານ​ແຂວງຢາ​ລາຍ ພ້ອມ​ດ້ວຍ​ຄະນະ. ໂດຍ​ປະຕິບັດ​ຕາມການ​ເຊື້ອ​ເຊີນ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ ຢາ​ລາຍ ກອງທັບ​ປະຊາຊົນ​ຫວຽດນາມ ສະບັບ​ເລກ​ທີ 1600/TM-BCH, ວ່າການ​ເຊື້ອ​ເຊີນ​ຄະນະ​ພະນັກງານ​ທະ ຫານ​ໜຸ່ມ​ຂອງ​ກອງ​ບັນຊາ​ການ​ທະຫານ​ແຂວງ​ອັດ​ຕະ​ປື-ແຂວງ​ຈຳປາ​ສັກ ກອງທັບ​ປະຊາຊົນ​ລາວ ເດີນທາງ​ມາ​ພົບ​ປະ​ແລກ​ບົດຮຽນ ທີ່​ກອງບັນຊາ​ການທະ ຫານ​ແຂວງ ຢາ​ລາຍ, ເຊິ່ງ​ການ​ພົບ​ປະ​ແລກປ່ຽນ​ບົດຮຽນ​ໃນ​ຄັ້ງ​ນີ້, ກໍ​ເພື່ອ​ເປັນການຫວນຄືນ ​ມູນເຊື້ອ​ແຫ່ງ​ການ​ພົວພັນ​ມິດ ຕະພາບ ແລະ ຄວາມ​ສາມັກຄີ ລາວ-ຫວຽດນາມ ເຊິ່ງ​ເປັນ​ປັດ​ໄຈ​ສຳຄັນ​ຕັດສິນ​ໃຫ້​ແກ່​ໄຊ ຊະນະ​ຂອງ​ການ​ປະຕິວັດ ໃນ​ພາລະກິດ​ຕໍ່ສູ້​ປົດ​ປ່ອຍຊາດ ກໍຄື​ ການ​ສ້າງສາພັດທະນາປະເທດ ​ຊາດ​ຂອງ​ສອງ​ປະເທດ​ໃນ​ປັດ ຈຸບັນ, ຖື​ເອົາ​ໂອກາດ​ນີ້​ເປັນການ ເຄື່ອນໄຫວ​ຢ້ຽມຢາມພົບປະ ​ແລກປ່ຽນ​ບົດຮຽນ ແລະ ມິດຕະ ພາບ​ລະຫວ່າງ​ນາຍ​ທະຫານ​ໜຸ່ມ ແຂວງ​ອັດ​ຕະ​ປື-ແຂວງ​ຈຳປາ​ສັກ ແລະ ແຂວງ​ຢາ​ລາຍ ໃຫ້​ມີ​ເນື້ອ​ໃນ​ໜັກ​ແໜ້ນ ແລະ ມີ​ຄວາມ​ໝາຍ​ເລິກເຊິ່ງ. ການເຄື່ອນໄຫວ​ຢ້ຽມຢາມ​ໃນ​ຄັ້ງ​ນີ້, ແມ່ນ​ຈະໄດ້​ ພົບ​ປະ​ສົນທະນາ​ແລກປ່ຽນບົດ ຮຽນ​ເປັນຕົ້ນ​ແມ່ນ​ຮຽນ ຮູ້ກ່ຽວ​ ກັບ​ລະບຽບ​ແບບແຜນ, ວິທະຍາ ສາດ​ການ​ທະຫານ ແລະ ປະສົບການ​ໃນ​ການ​ສ້າງສາພັດທະນາ​ ກອງທັບ​ຂອງ​ເພື່ອນ​ຫວຽດນາມ ທີ່​ທັນ​ສະໄໝ, ເພື່ອ​ນຳ​ເອົາບົດ ຮຽນ​ທີ່​ກົມກອງ​ເພື່ອນຖ່າຍ​ທອດໃຫ້ ກັບ​ມາ​ສ້າງສາ​ພັດທະນາ​ກົມ​ກອງ​ຂອງ​ຕົນ ໃຫ້ມີຄວາມເຕີບ​ໃຫຍ່​ຂະຫຍາຍຕົວ, ເຂັ້ມແຂງ​ ຮອບດ້ານ​ໃນ​ຕໍ່ໜ້າ. ພາຍຫຼັງ​ທີ່​ເຄື່ອນ​ໄຫວ​ແລກປ່ຽນ​ບົດຮຽນ​ຢູ່​ກອງພັນ​ໃຫຍ່ 739 ສຳເລັດ, ຍັງ​ໄດ້​ຮ່ວມ​ກິດຈະກຳ ແລກປ່ຽນ​ກິລາ​ມິດຕະພາບ ແລະ ຮ່ວມ​ສະແດງ​ສິລະ​ປະ-ວັນນະຄະດີດ້ວຍ​ບັນຍາກາດ​ຟົດຟື້ນ ແລະ ເບິກ​ບານ​ມ່ວນຊື່ນ. ໂດຍ: ສຸກ​ສະໄໝ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ