ຍົກລະດັບຂີດຄວາມສາມາດ ຍຸດທະວິທີີສູ້ຮົບທາງນ້ຳ
ເວລາອອກຂ່າວ: 2026-06-16 08:55:27 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 197 | ຄວາມນິຍົມ: ![]()
ເພື່ອຍົກລະດັບຂີດຄວາມສາ ມາດ ໃຫ້ກອງທັບປະຊາຊົນລາວ ມີຄວາມຊຳນານ ໃນການສູ້ຮົບຮອບດ້ານ ແລະ ທຸກຂົງເຂດ, ນັບ ແຕ່ເລີ່ມການຫັດແອບຊ້ອມຮົບ ຕີພິເສດ “ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດສ໌ 2026”, ການຫັດແອບສູ້ຮົບ ທາງນໍ້າເປັນອີກໜຶ່ງວຽກທີ່ຄູເຝິກ ແລະ ຊ່ຽວຊານກອງທັບສະ ຫະພັນຣັດເຊຍ ນຳມາເຝິກຊ້ອມໃນຄັ້ງນີ້, ໂດຍສະເພາະການນຳໃຊ້ອຸປະກອນການສູ້ຮົບທາງນໍ້າ ເຊິ່ງປະກອບມີການປະກອບຊຸດອຸປະກອນເຂົ້າກັບຖັງອົກຊີ ເພື່ອດຳນ້ຳ, ການນຳໃຊ້ເຮືອພ້ອມ ດ້ວຍນັກດຳນ້ຳເຂົ້າບຸກໂຈມຕີ ເຂົ້າເຂດເກາະດອນ ທີ່ເປັນບ່ອນຕັ້ງຄ້າຍຄູ ຂອງກຸ່ມຄົນບໍ່ຫວັງດີ ແລະ ກຳລັງກໍ່ການຮ້າຍຕ່າງໆ ທີ່ເຂົ້າມາຕັ້ງຄ້າຍຄູໃນຂອບເຂດ ເກາະດອນ ຈຶ່ງຕ້ອງໃຊ້ເຮືອເພື່ອ ນຳກຳລັງປິດລັບເຂົ້າສູ່ຮົບ ເພື່ອຢຶດພື້ນທີ່ ແລະ ກວາດລ້າງກຳ ລັງດັ່ງກ່າວອອກໄປ.
ການຫັດແອບຊ້ອມຮົບຕີພິເສດທາງນ້ຳໃນຄັ້ງນີ້ ເພື່ອຍົກລະດັບຂີດຄວາມສາມາດ ແລະ ສ້າງຄວາມຊຳນານໃຫ້ແກ່ກຳລັງພົນ ໃນການນຳໃຊ້ຍຸດທະວິທີສູ້ຮົບທາງນ້ຳ. ນອກນັ້ນ, ກອງທັບປະ ຊາຊົນລາວ ຍັງໄດ້ຫັດແອບເຝິກ ຊ້ອມການໃຊ້ປືນຍິງດ່ຽວສັງ ຫານບຸກຄົນ (ສະໄນເປີ) ໃຫ້ແກ່ກຳລັງທີ່ເຂົ້າຮ່ວມຫັດແອບຊ້ອມຮົບ ຮ່ວມຕີພິເສດ “ໃຕ້ຝຸ່ນ” ແລະ ຊ້ອມຮົບຮ່ວມ ລາວ-ຣັດເຊຍ “ລາໂຣດສ໌ 2026” ອີກດ້ວຍ.
ໂດຍ: ພຸດທະພອນ ລັດດານາວ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















