ປະກາດການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ຄະນະກຳມະການ ປກຊ-ປກສ ແຂວງຫຼວງນ້ຳທາ
ເວລາອອກຂ່າວ: 2026-06-16 10:36:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 390 | ຄວາມນິຍົມ: ![]()
ພິທີ ປະກາດການແຕ່ງຕັ້ງປະທານ, ຮອງປະທານ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ (ປກຊ-ປກສ) ແຂວງຫຼວງນ້ຳທາ ໄດ້ຈັດຂຶ້ນໃນຕອນແລງ ຂອງວັນທີ 15 ມິຖຸນາ 2026 ນີ້, ທີ່ສະໂມສອນແຂວງຫຼວງນ້ຳທາ, ໂດຍການເປັນປະທານຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ກໍາມະການ ຄະນະກໍາມະການ ປກຊ-ປກສ ສູນກາງ, ຮອງລັດຖະມົນຕີ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍາມະການສູນກາງພັກ ເລຂາພັກແຂວງ, ປະທານສະພາປະຊາຊົນ ແຂວງຫຼວງນໍ້າທາ, ມີປະທານຄະນະກຳມະການປົກຄອງແຂວງ, ຄະນະປະຈຳພັກແຂວງ, ພ້ອມດ້ວຍບັນດາສະຫາຍຕ່າງໜ້າຈາກຫ້ອງການຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ, ກຳມະການພັກແຂວງ, ເລຂາຄະນະບໍລິຫານງານພັກເມືອງ, ອົງການລັດທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ສະຫະພັນນັກຮົບເກົ່າ, ຄະນະຄຸ້ມຄອງເຂດເສດຖະກິດ ບໍເຕ່ນ ແລະ ສອງກຳລັງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງ ເຂົ້າຮ່ວມ.
ໃນພິທີ ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ຫົວໜ້າການເມືອງກອງບັນຊາການທະຫານແຂວງຫຼວງນໍ້າທາ ໄດ້ຂື້ນລາຍງານຫຍໍ້ ກ່ຽວກັບການຈັດຕັ້ງປະຕິບັດ ວຽກງານຂອງຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຂອງ ແຂວງຫຼວງນ້ຳທາ ໃນຊຸມປີຜ່ານມາ ເຊິ່ງໄດ້ເອົາໃຈໃສ່ ສຶກສາອົບຮົມການເມືອງ - ແນວຄິດ ພະນັກງານທະຫານ-ຕໍາຫຼວດ ແລະ ພໍ່ແມ່ປະຊາຊົນບັນດາເຜົ່າ ພາຍໃນແຂວງຫຼວງນໍ້າທາ ເຂົ້າໃຈຕໍ່ແນວທາງແຜນນະໂຍບາຍ ຂອງພັກ, ກົດໝາຍ ຂອງລັດ ເພື່ອເຮັດໃຫ້ມີຄວາມຕື່ນຕົວປະກອບສ່ວນ ເຂົ້າໃນວຽກງານ ປກຊ-ປກສ ແລະ ເປັນເຈົ້າການຕອບຕ້ານປະກົດການຫໍ້ຍທໍ້ຕ່າງໆ ໃນສັງຄົມ ເຮັດໃຫ້ຮາກຖານ ມີຄວາມສະຫງົບໂດຍພື້ນຖານ, ຫັນເອົາພະນັກງານ ລົງກໍ່ສ້າງຮາກຖານການເມືອງ ຢູ່ 05 ເມືອງ, ມີ 3 ກຸ່ມບ້ານ, ໃນນີ້, ມີບ້ານແບບຢ່າງວຽກງານປ້ອງກັນຊາດ 274 ບ້ານ, ມີກອງຫຼອນ 46 ກອງຮ້ອຍ, ບ້ານປ້ອງກັນຄວາມສະຫງົບດີ 246 ບ້ານ, ບ້ານປອດຄະດີ 257 ບ້ານ ແລະ ບ້ານປອດຢາເສບຕິດ 236 ບ້ານ, ທົ່ວກຳລັງ ປກຊ-ປກສ ມີຄະນະພັກຮາກຖານທັງໝົດ 20 ຮາກຖານພັກ, ມີໜ່ວຍພັກຂຶ້ນກັບ 86 ໜ່ວຍ, ໜ່ວຍພັກເອກະລາດ 11 ໜ່ວຍ, ນອກນັ້ນ ຍັງໄດ້ ເຂົ້າຮ່ວມລາດຕາເວັນ 04 ປະເທດ ຕາມລຳແມ່ນ້ຳຂອງ ຈຳນວນ 06 ຄັ້ງ ແລະ ເປີດຊຸດອົບຮົມ ຫັດແອບສ້າງບ້ານປ້ອມໝັ້ນ ກຸ່ມບ້ານສູ້ຮົບຕິດລຽນ 01 ກຸ່ມບ້ານ, ສະເລ່ຍຜົນໄດ້ຮັບ 85,60%. ຈາກນັ້ນ, ສະຫາຍ ພົນຈັດຕະວາ ທອງບຸນ ຂຸນລະພິດ ຮອງຫົວໜ້າຫ້ອງການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ສູນກາງ ໄດ້ຜ່ານມະຕິຕົກລົງ ຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການແຕ່ງຕັ້ງປະທານ, ຮອງປະທານ, ຜູ້ປະຈຳການ ແລະ ກຳມະການ ຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ເຊິ່ງປະກອບດ້ວຍບັນດາສະຫາຍ ຄື: ສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ ເປັນປະທານ ຄະນະກໍາມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ, ສະຫາຍ ຄຳຟອງ ອິນມະນີ ເປັນຮອງປະທານ, ສະຫາຍ ພົນຈັດຕະວາ ຫຸມພັນ ແກ້ວວັງລາດ ເປັນຮອງປະທານ, ທັງເປັນຜູ້ປະຈໍາການ, ສະຫາຍ ພົນຈັດຕະວາ ອິນສົມ ທຳລະສິນ ເປັນຮອງປະທານ, ສະຫາຍ ອ່ອນຈັນ ຄຳພາວົງ ເປັນກຳມະການ, ສະຫາຍ ພູນແກ້ວ ເຫຼົາອິນ ເປັນກຳມະການ, ສະຫາຍ ສົມພາວັນ ຈັນທະຈັກວົງ ເປັນກຳມະການ, ສະຫາຍ ພັນເອກ ບຸນມີ ໄຊປະເສີດ ເປັນກຳມະການ ແລະ ສະຫາຍ ພັນເອກ ແກ້ວ ຊໍແສນວົງ ເປັນກຳມະການ. ຈາກນັ້ນ, ກໍໄດ້ມອບໃບມະຕິຕົກລົງແຕ່ງຕັ້ງ ໃຫ້ປະທານ ແລະ ຄະນະກຳມະການ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໂດຍໃຫ້ກຽດຂຶ້ນມອບຂອງ ສະຫາຍ ພົນໂທ ວົງສອນ ອິນປານພິມ ຕ່າງໜ້າຄະນະຂຶ້ນຮັບໂດຍສະຫາຍ ພົນໂທ ຄໍາກິ່ງ ຜຸຍຫຼ້າມະນີວົງ.
ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານທີ່ປະທານຄະນະກຳມະການປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ແຂວງຫຼວງນ້ຳທາ ທີ່ຈັດຕັ້ງປະຕິບັດໄດ້ໃນໄລຍະຜ່ານມາ ພ້ອມທັງ, ເນັ້ນໜັກໃຫ້ບັນດາສະຫາຍທີ່ໄດ້ຮັບການແຕ່ງຕັ້ງໃໝ່ ຈົ່ງເອົາໃຈໃສ່ຈັດຕັ້ງປະຕິບັດໜ້າທີ່ຂອງຕົນເອງຢ່າງຕັ້ງໜ້າ, ຈັດຕັ້ງນຳພາ-ຊີ້ນຳ ແລະ ຜັນຂະຫຍາຍແນວທາງວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ, ປະສານສົບທົບຫັນເອົາພະນັກງານລົງກໍ່ສ້າງຮາກຖານການເມືອງ, ສ້າງສະໜາມ 3 ຂັ້ນ, ຮັກສາຄວາມເປັນລະບຽບຮຽບຮ້ອຍໃນສັງຄົມ ແລະ ຕາມຂອບເຂດຊາຍແດນ ໃຫ້ມີຄວາມສະຫງົບ ເພື່ອເຮັດໃຫ້ສະພາບເສດຖະກິດ-ສັງຄົມ ຂອງແຂວງຫຼວງນ້ຳທາ ມີການພັດທະນາຂຶ້ນເປັນກ້າວໆ.
ໂດຍ: ບຸນປັນ ປັນຍາລິນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















