ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ເປີດການສອບເສັງ ໃຫ້ນັກຮຽນນາຍສິບ ຊຸດທີ 39
ເວລາອອກຂ່າວ: 2026-06-16 11:10:21 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 488 | ຄວາມນິຍົມ:



ວັນທີ 15 ມິຖຸນາ 2026 ນີ້, ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຈັດພິທີ ເປີດການສອບເສັງ ໃຫ້ນັກຮຽນນາຍສິບ ຊຸດທີ 39 ສົກຮຽນ 2025-2026, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ສີລາວົງ ບຸນມີໄຊ ຫົວໜ້າການເມືອງ ໂຮງຮຽນກໍ່ສ້າງນາຍສິບ ເລກ 1, ມີຄະນະພັກ-ຄະນະອຳນວຍການ, ກອງພັນ, ກອງຮ້ອຍ, ຄູ-ອາຈານ ແລະ ນັກຮຽນ ຊຸດທີ 39 ເຂົ້າຮ່ວມ. ສະຫາຍ ພັນເອກ ລຸນທອງ ແກ້ວໂພໄຊ ຮອງການທະຫານ, ຫົວໜ້າຫ້ອງອົບຮົມ ໂຮງຮຽນກໍ່ສ້າງນາຍສິບ ເລກ 1 ໄດ້ຜ່ານແຜນການ, ຂໍ້ຕົກລົງອະນຸມັດ ຂອງກົມໃຫ່ຍເສນາທິການກອງທັບ ວ່າດ້ວຍການສອບເສັງຈົບຊັ້ນນັກຮຽນກໍ່ສ້າງນາຍສິບທະຫານຮາບລະບົບ 1 ປີ ຊຸດທີ 39 ປະຈຳສົກຮຽນ 2025-2026 ແລະ ຂໍ້ຕົກລົງແຕ່ງຕັ້ງຄະນະຊີ້ນຳ, ອານຸກຳມະການ ແລະ ກົດລະບຽບການສອບເສັງຈົບຊັ້ນ ຂອງອຳນວຍການໂຮງຮຽນ ເພື່ອທົບທວນຄືນບົດຮຽນທັງໝົດ ຂອງນັກຮຽນທີໄດ້ຮຽນຜ່ານມາ ໂດຍສະເພາະແມ່ນທາງດ້ານທິດສະດີ-ຫຼັກການ ກໍຄື ພາກປະຕິບັດຕົວຈິງຢູ່ສະໝາມ ແລະ ເປັນການກວດກາ, ສອບເສັງເອົາຄະແນນຢັ້ງຢືນເຖິງຜົນໄດ້ຮັບ ຜ່ານການຮຽນຕາມໂຄງການຫຼັກສູດສ້າງເປັນຄວາມຮູ້ພື້ນຖານ ໃຫ້ນັກຮຽນ ເພື່ອສືບຕໍ່ໄປເຮັດໜ້າທີ່ໃໝ່ໃນເວລາກັບຄືນກົມກອງ. ເຊີ່ງການສອບເສັງໃນຄັ້ງນີ້ ປະກອບມີ 5 ວິຊາ ຄື: ວິຊາ ຍຸດທະວິທີ, ວິຊາ ຍຸດທະສິນ, ວິຊາ ການເມືອງ, ວິຊາ ລະບຽບງົດງາມແລະ ວິຊາ ປືນໃຫ່ຍແບກຫາບ. ການສອບເສັງຈະໄດ້ດຳເນີນໄປເປັນເວລາ 7 ວັນ ຈຶ່ງຈະສຳເລັດຕາມແຜນການ. ໂອກາດນີ້ ສະຫາຍ ພົນຈັດຕະ ສີລາວົງ ບຸນມີໄຊ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຄະນະຮັບຜິດຊອບ ທີ່ໄດ້ກຽມຄວາມພ້ອມຮອບດ້ານຢ່າງລະອຽດ, ຄົບຖ້ວນ ແລະ ທັນກັບເວລາ. ພ້ອມທັງ ເໜັ້ນໜັກໃຫ້ອານຸກຳມະການຍາມຫ້ອງສອບເສັງ ທຸກພາກສວ່ນເຮັດໜ້າທີດ້ວຍຄວາມຮັບຜິດຊອບສູງ, ການໃຫ້ຄະແນນຕ້ອງທ່ຽງທຳ, ມີຄວາມໂປ່ງໃສ,ຍຸດຕິທຳ ໃຫ້ດ້ວຍຄວາມສາມາດຂອງນັກຮຽນ ແລະ ຮຽກຮ້ອງມາຍັງນັກຮຽນທຸກສະຫາຍ ຈົ່ງພ້ອມກັນຄວ້າຄົ້ນເກັບກຳເນື້ອໃນບົດຮຽນໃຫ້ລະອຽດ ແລະ ປະຕິບັດບັນດາຂໍ້ກຳນົດ ກົດລະບຽບຂອງການສອບເສັງ ໃຫ້ເຂັ້ມງວດ, ສຸມທຸກສະຕິປັນຍາ, ຄວາມຮູ້, ຄວາມສາມາດ ທີ່ໄດ້ຮຽນມາເຂົ້າໃນບັ້ນສອບເສັງ ເພື່ອແຂ່ງຂັນກັນຍາດເອົາຄະແນນ 9-10 ຕີຖ້ອຍຄະແນນຫຼຸດຄາດໝາຍ. ໂດຍ: ນ້ອຍຈັນໄພ ແກ້ວວັນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ