ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ທະຫານ​ແຂວງ​ວຽງ​ຈັນ ເປີດ​ຮຽນ​ສະໜັບສະໜູນ​ໃຫ້​ມະຫາຊົນ​ຜູ້​ກ້າວໜ້າ
ເວລາອອກຂ່າວ: 2026-06-17 08:57:56 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 154 | ຄວາມນິຍົມ:



ໃນ​ລະຫວ່າງ​ວັນ​ທີ 2-11 ມິຖຸນາ2026, ສະຫາຍ ພັນ​ໂທ ຫຸມພັນ ສີ​ສົມ​ພອນ ຮອງ​ຫົວໜ້າ​ຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ວຽງ​ຈັນ ພ້ອມ​ດ້ວຍ ພະ​ແນກ​ຈັດ​ຕັ້ງ​ພັກ, ພະ​ແນກ​ໂຄສະນາ​ອົບຮົມ ໄດ້​ລົງ​ເຄື່ອນ​ໄຫວ​ເປີດ​ຮຽນ​ສະໜັບສະໜູນ​ໃຫ້ມະຫາຊົນ​ຜູ້​ກ້າວໜ້າ​ທີ່​ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ ຢູ່ ບັນດາ​ກົມ​ກອງ​ທີ່​ຂຶ້ນ​ກັບ: ກອງພັນ, ກອງຮ້ອຍ​ເອກະລາດ, ອົງການ 5 ຫ້ອງ ລວມ​ທັງ​ໝົດ 20 ກົມ​ກອງ; ມີ​ມະຫາຊົນ​ຜູ້​ກ້າວໜ້າ​ເຂົ້າ​ຮ່ວມ ຈຳນວນ​ທັງ​ໝົດ 104 ສະຫາຍ, ຍິງ 7 ສະຫາຍ. ເອກະ​ກະ​ສານ​ທີ່​ໄດ້​ນຳ​ເອົາ​ໄປ​ອົບຮົມ​ມະຫາຊົນ​ຜູ້​ທີ່​ກ້າວໜ້າ ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ ປະກອບ​ມີ 13 ຄຳ​ຖາມ ແລະ 13 ຄຳ​ຕອບ. ຈຸດປະສົງ ເພື່ອ​ເຮັດ​ໃຫ້​ມະຫາຊົນ​ຜູ້​ທີ່​ກ້າວໜ້າ ຈະ​ຂະຫຍາຍ​ເຂົ້າ​ເປັນ​ສະມາຊິກ​ພັກ ຮັບ​ຮູ້, ເຂົ້າໃຈ​ກ່ຽວ​ກັບ​ປະຫວັດ​ຄວາມ​ເປັນ​ມາ, ອຸດົມ​ການ ແລະ ທາດ​ແທ້​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ; ເຂົ້າໃຈ​ກ່ຽວ​ກັບ​ມາດຕະຖານ, ເງື່ອນ ໄຂ​ມະຫາຊົນ​ຜູ້​ກ້າວໜ້າ ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ, ຜົນ​ປະໂຫຍດ​ທີ່​ສະມາຊິກ​ພັກ​ໄດ້​ຮັບ ແລະ ເມື່ອ​ໄດ້​ເຂົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ​ແລ້ວ ຈະ​ປົກ​ປ້ອງ​ບົດບາດ, ກຽດ​ສັກ​ສີ​ຂອງ​ພັກ​ຄື​ແນວໃດ; ບົນ​ພື້ນຖານ​ຄວາມ​ຮັບ​ຮູ້, ເຂົ້າໃຈ​ດັ່ງກ່າວ ເຮັດ​ໃຫ້​ມະຫາຊົນ​ຜູ້ ທີ່​ຈະ​ເຂົ້າ​ເປັນ​ສະມາຊິກ​ພັກ ຕັ້ງໜ້າ​ເຝິກ ຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ໃຫ້​ມີ​ມາດຕະຖານ, ເງື່ອນໄຂ​ຄົບ​ຖ້ວນ ແລະ ມີ​ຄວາມ​ຕື່ນ​ຕົວ​ສະໝັກ​ໃຈ​ເຂົ້າ​ເປັນ​ສະມາຊິກ​ພັກ​ປະຊາຊົນ​ປະຕິວັດ​ລາວ ເພື່ອ​ເພີ່ມ​ກຳລັງ​ແຮງ​ສູ້​ຮົບ​ໃຫ້​ແກ່​ພັກ​ນັບ​ມື້ ຫຼາຍ​ຂຶ້ນ; ທັງ​ເປັນ​ການຈັດຕັ້ງ​ປະຕິບັດ​ໃຫ້​ສອດຄ່ອງ​ກັບ​ກົດ​ລະບຽບ​ຂອງ​ພັກ​ປະຊາຊົນ​ປະຕິວັດ​ລາວ ສະໄໝ​ທີ XI, ເຮັດ​ໃຫ້​ບາດກ້າວ​ຂັ້ນ​ຕອນ​ໃນ​ການ​ຂະຫຍາຍ​ພັກ ມີ​ຄຸນ​ນະ​ພາບ ແລະ ເປັນ​ແບບຢ່າງ​ໃຫ້​ແກ່​ມະຫາຊົນ​ຜູ້​ກ້າວໜ້າ​ໃນ​ຮຸ່ນ​ຕໍ່ໆ​ໄປ. ໂດຍ: ສາຍ​ຄຳ ພອນ​ມະນີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ