ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ປະກາດ​ປັບປຸງ​ການຈັດຕັ້ງ ພະນັກງານ​ຂັ້ນ ນຳພາ-ບັນຊາ ຢູ່​ກອງຮ້ອຍ​ທະຫານ​ຊາຍ​ແດນ 312 ແຂວງ​ຄຳ​ມ່ວນ
ເວລາອອກຂ່າວ: 2026-06-17 09:00:54 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 183 | ຄວາມນິຍົມ:



ວັນ​ທີ 11 ມິຖຸນາ 2026, ຢູ່​ທີ່ ກອງຮ້ອຍ​ທະຫານ​ຊາຍ​ແດນ 312 ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ປະກາດ​ປັບປຸງ​ການຈັດຕັ້ງ ພະນັກງານ​ຂັ້ນ ນຳພາ-ບັນຊາ, ໂດຍ​ການ​ເປັນ​ປະທານ​ຂອງ ສະຫາຍ ພັນ​ເອກ ສຸກ​ກະສັນ ພຸດ​ທະ​ວົງ ຫົວໜ້າ​ຫ້ອງ​ເຕັກນິກ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ, ຄະນະ​ພັກ-ຄະນະ​ບັນຊາ ພະແນກການ​ທີ່​ກ່ຽວຂ້ອງ ພ້ອມ​ດ້ວຍພະນັກງານ-ນັກ ຮົບ ເຂົ້າ​ຮ່ວມ. ສະຫາຍ ພັນ​ໂທ ເຂືອງ​ຄຳ ສີດາ​ຄຳ ຫົວໜ້າ​ພະ​ແນກ​ພະນັກງານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກອງ​ບັນຊາ​ການ​ທະ ຫານ​ແຂວງ​ຄຳ​ມ່ວນ ວ່າ​ດ້ວຍ​ການ​ປັບປຸງ​ການຈັດຕັ້ງ​ທີ່​ມີ​ການ​ປ່ຽນແປງ​ຢູ່ ກອງຮ້ອຍ​ທະຫານ​ຊາຍ​ແດນ 312, ອີງ​ຕາມ​ກົດໝາຍ​ນາຍ​ທະຫານ​ກອງທັບ​ປະ ຊາຊົນ​ລາວ (ສະບັບ​ປັບປຸງ) ວ່າ​ດ້ວຍ​ການ​ແຕ່ງຕັ້ງ ແລະ ຍົກຍ້າຍ​ນາຍ​ທະຫານ ກອງ​ບັນຊາ​ການ​ທະຫານ​ແຂວງ​ຄຳ​ມ່ວນ ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ພົມມາ ແກ້ວ​ມະນີ ເປັນ​ຫົວໜ້າ​ການເມືອງ​ກອງຮ້ອຍ; ຈາກ​ນັ້ນ, ໄດ້​ຜ່ານ​ມະຕິ​ຕົກລົງ ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ ເລຂາ​ໜ່ວຍ​ພັກ​ກອງຮ້ອຍ​ທະຫານ​ຊາຍ​ແດນ 312, ອີງ​ຕາມ​ກົດ​ລະບຽບ​ພັກ​ຜະ​ຊາ​ຊົນ​ປະຕິວັດ​ລາວ ສະໄໝ​ທີ XI ວ່າ​ດ້ວຍ​ການ​ບົ່ງ​ຕົວ​ແຕ່ງຕັ້ງ ແລະ ຍົກຍ້າຍ; ການ​ສິ້ນ​ສຸດ​ເປັນ​ກຳມະການ​ຄະນະ​ພັກ ຕົກລົງ​ແຕ່ງຕັ້ງ ສະຫາຍ ພັນ​ໂທ ພົມມາ ແກ້ວ​ມະນີ ເປັນ​ເລຂາ​ໜ່ວຍ​ພັກ ກອງຮ້ອຍ​ທະຫານ​ຊາຍ​ແດນ 312. ສະຫາຍ ພັນ​ເອກ ສຸກ​ກະສັນ ພຸດ​ທະ​ວົງ ໄດ້​ຮຽກຮ້ອງ​ມາ​ຍັງ​ຜູ້​ ທີ່​ໄດ້​ຮັບ​ໜ້າທີ່​ໃໝ່ ຈົ່ງ​ພ້ອມ​ກັນ​ເພີ່ມ​ທະວີ​ຄວາມ​ຮັບຜິດຊອບ​ຕໍ່ໜ້າ​ທີ່​ການເມືອງ​ທີ່​ໄດ້​ຮັບ​ມອບ​ໝາຍ, ເອົາໃຈໃສ່​ສຶກ​ສາ​ອົບຮົມ​ການເມືອງ-ນຳພາ​ແນວ​ຄິດ​ໃຫ້​ນາຍ ແລະ ພົນທະຫານ​ໃຫ້​ເປັນ​ປົກກະຕິ, ຕໍ່​ເນື່ອງ ແລະ ເປັນ​ປະຈຳ ເພື່ອ​ເຮັດ​ໃຫ້​ພະນັກງານ-ນັກຮົບ​ມີ​ຄຸນ​ທາດ​ການເມືອງ​ໜັກ​ແໜ້ນ, ມີ​ຄຸນສົມບັດ​ສິນ​ທຳ​ປະຕິວັດ, ມີ​ແບບແຜນ​ວິທີ​ເຮັດ​ວຽກ​ທີ່​ທັນ​ສະໄໝ, ມີ​ຄວາມ​ສາມັກຄີ ແລະ ເປັນ​ເອກະ​ພາບ​ພາຍ​ໃນ​ກົມ​ກອງ, ເຊື່ອມ​ຊຶມ​ຕໍ່​ແນວທາງ​ນະໂຍບາຍ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ເພີ່ມ​ທະວີ​ການ​ຄົ້ນຄວ້າ ປັບປຸງ​ແບບແຜນ​ວິທີ​ເຮັດ​ວຽກ​ໃຫ້​ສອດຄ່ອງ​ກັບ​ສະ ພາບ​ຕົວ​ຈິງ​ຂອງ​ກົມ​ກອງ, ເອົາໃຈໃສ່​ປົກ​ປັກ​ຮັກສາ​ເຂດ​ຫຼັກ​ໝາຍ​ຊາຍ​ແດນ ໃຫ້​ມີ​ຄວາມ​ສະຫງົບ​ປອດ​ໄພ ແລະ ສ້າງ​ຄວາມ​ສາມັກຄີ​ລະຫວ່າງ​ຊາຍ​ແດນ ລາວ-ຫວຽດນາມ ໃຫ້​ແໜ້ນ​ແຟ້ນ​ຍິ່ງໆ​ຂຶ້ນ. ໂດຍ: ຈັນທະ​ວີ​ສຸກ ພົງ​ເຂັມ​ທອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ