ການເຄື່ອນໄຫວກົມກອງຕ່າງໆໃນໄລຍະທ້າຍເດືອນພຶດສະພາ ທີ່ຜ່ານມາ
ເວລາອອກຂ່າວ: 2026-06-17 09:04:41 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 172 | ຄວາມນິຍົມ: ![]()
ກອງຮ້ອຍ 21 ກອງບັນຊາການທະຫານແຂວງໄຊຍະບູລີ: ໄດ້ຈັດກອງປະຊຸມສະຫຼຸບການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະ ຈຳປີ 2025, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນເຕັມ ມະນີພອນ ເລຂາໜ່ວຍພັກກອງຮ້ອຍ 21 ກອງບັນຊາການທະຫານແຂວງໄຊຍະບູລີ, ມີ ສະຫາຍ ພັນເອກ ເພັດລະຄອນ ມະນີຈັນ ຄະນະພັກກອງບັນຊາການ ຫົວໜ້າຫ້ອງເຕັກນິກ ກອງບັນຊາການທະຫານແຂວງໄຊຍະບູລີ, ໜ່ວຍງານກ່ຽວຂ້ອງ, ສະມາຊິກພັກ ແລະ ພະນັກງານຫຼັກແຫຼ່ງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ປະທານ ໄດ້ຂຶ້ນ ຜ່ານບົດສະຫຼຸບການກໍ່ສ້າງໜ່ວຍ ພັກປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ ປະຈຳປີ 2025 ແລະ ທິດທາງແຜນການ ປະຈຳປີ 2026 ເຊິ່ງສະຫາຍໄດ້ໃຫ້ຮູ້ວ່າ: ໜ່ວຍພັກກອງຮ້ອຍ 21 ກອງບັນຊາການທະຫານແຂວງໄຊຍະບູລີ ເປັນໜ່ວຍພັກຮາກຖານໜຶ່ງທີ່ຂຶ້ນກັບຄະນະພັກກອງ ບັນຊາການທະຫານແຂວງ ມີພາລະບົດບາດເປັນແກນນຳໃນ ລະບົບການເມືອງຢູ່ຮາກຖານ ພັກ ມີໜ້າທີ່ສຶກສາອົບຮົມການ ເມືອງ-ນຳພາແນວໃຫ້ສະມາຊິກພັກ, ພະນັກງານ-ນັກຮົບຈັດຕັ້ງ ປະຕິບັດແນວທາງແຜນນະໂຍ ບາຍ ມະຕິຄຳສັ່ງ ຂໍ້ກຳນົດກົດລະບຽບຂອງພັກ ແລະ ກົດໝາຍຂອງລັດ.
ກອງພັນໃຫຍ່ 301 ກອງພົນທີ 3: ໄດ້ຈັດກອງປະຊຸມເຊື່ອມຊຶມເອກະສານບົດແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄຳຫຼ້າ ພັນທະຈັກ ເລ ຂາຄະນະພັກ ຫົວໜ້າການເມືອງ ກອງພັນໃຫຍ່ 301, ມີເລຂາ, ຮອງເລຂາຄະນະພັກຮາກຖານ, 5 ພະແນກການ, 3 ກອງພັນທີ່ຂຶ້ນກັບ ແລະ ກົມກອງອ້ອມຂ້າງເຂົ້າຮ່ວມ. ໃນກອງປະຊຸມ ສະຫາຍ ພັນໂທ ສົມຄິດ ແກ້ວສະຫວາດ ຫົວໜ້າຂະແໜງຈັດຕັ້ງພັກ ໄດ້ຂຶ້ນເຜີຍແຜ່ເອກະສານຂອງກະຊວງປ້ອງກັນປະເທດ, ບົດແນະນຳຂອງກົມໃຫຍ່ການເມືອງກອງທັບ ກ່ຽວກັບການກໍ່ສ້າງໜ່ວຍພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ໃນທົ່ວກອງທັບ ຕາມແຈ້ງການຂອງຄະນະຈັດຕັ້ງສູນກາງພັກ, ຄຳສັ່ງຂອງກົມການເມືອງສູນກາງພັກ ແລະ ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ກ່ຽວກັບຈຸດປະສົ່ງ ແລະ ຄາດໝາຍ, ເນື້ອໃນການກໍ່ສ້າງໜ່ວຍພັກ, ມາດຕະຖານການກໍ່ສ້າງສະ ມາຊິກພັກ, ດ້ານຄຸນທາດການ ເມືອງ, ດ້ານຄຸນສົມບັດສິນທຳ ປະຕິວັດ, ດ້ານສະຕິຕໍ່ການຈັດ ຕັ້ງ ແລະ ລະບຽບວິໄນ, ດ້ານແບບແຜນນຳພາ ແລະ ວິທີເຮັດວຽກ, ດ້ານຄວາມຮູ້-ຄວາມສາ ມາດ ແລະ ຄວາມຮັບຜິດຊອບຕໍ່ໜ້າທີ່ການເມືອງ, ມາດຕະຖານການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ການຕີລາຄາແບ່ງປະເພດສະມາຊິກພັກ, ໜ່ວຍພັກ ແລະ ການຮັບຮອງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ, ບາດກ້າວຂັ້ນຕອນການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ແລະ ມາດຕະການ ການຈັດຕັ້ງປະຕິບັດ.
ກອງພັນໃຫຍ່ 642: ໄດ້ຈັດຕັ້ງປາຖະກະຖາຫວນຄືນມູນ ເຊື້ອ ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນ ແຂວງຊຽງຂວາງ ຄົບຮອບ 67 ປີ, ໂດຍການເຂົ້າຮ່ວມ ແລະ ປາຖະກະຖາຂອງ ສະຫາຍ ພັນໂທ ຄຳປິ່ງ ຄູນສົມເຮືອງ ຫົວໜ້າການເມືອງ ກອງພັນໃຫຍ່ 642, ມີຄະນະພັກ-ຄະນະບັນຊາກອງພັນໃຫຍ່, ກອງພັນ, ກອງ ຮ້ອຍ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ. ສະຫາຍ ພັນໂທ ຄຳປິ່ງ ຄູນສົມເຮືອງ ໄດ້ຫວນຄືນການຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນ ຊຽງຂວາງ ໃນຄ່ຳຄືນຂອງວັນທີ 18 ພຶດສະພາ 1959 ເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນ ແລະ ປັດໄຈພື້ນຖານການຜ່າວົງປິດລ້ອມຂອງກອງພັນ ທີ 2, ອອກສູ່ເຂດທີ່ໝັ້ນການປະຕິວັດລາວຢ່າງປອດໄພ ເຊິ່ງແມ່ນໄຊຊະນະອັນໃຫຍ່ຫຼວງຂອງກຳລັງປະກອບອາວຸດເຮົາທີ່ຢູ່ພາຍໃຕ້ການນຳພາຂອງພັກ, ເຊິ່ງເປັນເຫດການທາງປະຫວັດສາດອັນສຳຄັນຂອງຊາດ, ຂອງພັກ, ຂອງກອງທັບເຮົາ ແລະ ບົດຮຽນອັນລ້ຳຄ່າໃຫ້ແກ່ຂະບວນການຕໍ່ ສູ້ຂອງກອງທັບ ແລະ ປະຊາຊົນເຮົາຍາດເອົາໄຊຊະນະໃນລະໄລ ຍະຕໍ່ໆມາ.
ໂຮງຮຽນການທະຫານທ້ອງຖິ່ນກອງບັນຊາການທະ ຫານແຂວງຫຼວງນໍ້າທາ: ໄດ້ຈັດ ພິທີຮັບຮອງເອົາມະຫາຊົນກ້າວ ໜ້າເຂົ້າເປັນສະມາຊິກພັກສຳ ຮອງ 1 ສະຫາຍ ແລະ ຮັບຮອງເອົາສະມາຊິກພັກສຳຮອງເລື່ອນຂຶ້ນສົມບູນ 5 ສະຫາຍ, ຍິງ 1 ສະຫາຍ ໂດຍການເປັນປະທານຂອງ ສະຫາຍ ພັນໂທ ສົມສຸລິ ຂວັນຍະລາດ ຄະນະພັກຮາກຖານໂຮງຮຽນການທະຫານ ທ້ອງຖິ່ນແຂວງຫຼວງນ້ຳທາ, ມີຄະນະໜ່ວຍພັກທັງ 3 ໜ່ວຍ ແລະ ພະນັກງານສະມາຊິກພັກສົມບູນ, ສຳຮອງເຂົ້າຮ່ວມ.
ໂຮງຮຽນກໍ່ສ້າງນາຍສິບ ເລກ 2 ວຽງໄຊ: ໄດ້ຈັດພິທີປາຖະ ກະຖາເລົ່າມູນເຊື້ອວັນປະຫວັດ ສາດສຳຄັນຂອງຊາດ, ຂອງພັກ, ຂອງກອງທັບ ຄື: ວັນໄຊຊະນະດຽນບຽນຟູ ຄົບຮອບ 72 ປີ (7/5/1954-7/5/2026), ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທີ່ທົ່ງໄຫຫີນຊຽງຂວາງ ຄົບຮອບ 67 ປີ (18/5/1959- 18/5/2026) ແລະ ວັນວິລະກຳໂຕນຄຸກຢ່າງມະຫັດສະຈັນຂອງບັນດາຜູ້ນຳຂອງພັກ ແລະ ແນວລາວຮັກຊາດ ຄົບຮອບ 66 ປີ (24 ພຶດສະພາ 1960-24 ພຶດສະພາ 2026), ໂດຍການ ປາຖະກະຖາຂອງ ສະຫາຍ ພັນເອກ ສຳລີ ຈັນທະວົງ ຫົວໜ້າການເມືອງໂຮງຮຽນ, ມີຄະນະພັກ-ຄະນະບັນຊາຫ້ອງການຕະ ຫຼອດຮອດພະນັກງານຫຼັກແຫຼ່ງເຂົ້າຮ່ວມ.
ອະນຸກຳມະການລົງກວດ ກາ ແລະ ຊຸກຍູ້ວຽກງານຕ່າງໆຢູ່ບັນດາກົມກອງທີ່ຂຶ້ນກັບ ກອງພັນໃຫຍ່ 101: ໄດ້ລົງເຄື່ອນໄຫວ ແລະ ເຮັດວຽກຕົວຈິງຢູ່ບັນດາ 5 ພະແນກການ, ກອງພັນ, ກອງ ຮ້ອຍເອກະລາດ, ໂຮງໝໍ 15 ຕຽງ ທີ່ຂຶ້ນກັບກອງພັນໃຫຍ່ 101, ເຊິ່ງນຳພາໂດຍ ສະຫາຍ ພັນໂທ ຈັນສະໝອນ ອອນລະດີ ຮອງເລຂາຄະນະພັກຮາກຖານພະແນກການເມືອງ ກອງພັນໃຫຍ່ 101 ພ້ອມດ້ວຍຄະນະ.
ພະແນກພະລາທິການກອງ ພັນໃຫຍ່ 101: ໄດ້ເປີດກອງປະ ຊຸມສະຫຼຸບຖອດຖອນບົດຮຽນວຽກງານພະລາທິການ ປະຈຳ 6 ເດືອນຕົ້ນປີ, ວາງທິດທາງແຜນການ 6 ເດືອນທ້າຍປີ ແລະ ແຜນການຍຸດທະສາດ 5 ປີ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບຸນຊູ ເດດອຸໄທ ຫົວໜ້າການທະຫານ ກອງພັນໃຫຍ່ 101, ມີ ສະຫາຍ ພັນໂທ ຄຳໄມ ໄຊຍະວົງ ຫົວໜ້າພະແນກພະລາ ທິການ, ມີຄະນະພັກ-ຄະນະບັນ ຊາ, 5 ພະແນກການ, ໂຮງໝໍ 15 ຕຽງ, ກອງພັນ, ກອງຮ້ອຍເອກະລາດ ແລະ ພະນັກງານ-ນັກ ຮົບເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ທອງຄານ ສຳລິບູນ ໄດ້ຂຶ້ນຜ່ານບົດສະຫຼຸບວຽກງານພະ ລາທິການ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍ ປີ 2026 ເຊິ່ງສະຫາຍໄດ້ຍົກໃຫ້ເຫັນຂໍ້ສະດວກຂໍ້ຫຍຸ້ງຍາກ ແລະ ບັນດາວຽກງານທີ່ເຮັດໄດ້ໃນໄລຍະທີ່ຜ່ານມາ ເປັນຕົ້ນແມ່ນ ວຽກງານຮັບປະກັນໃຫ້ແກ່ການກຽມພ້ອມສູ້ຮົບ ດ້ານສະບຽງອາຫານເຂົ້າສານ, ເຂົ້າແຫ້ງ, ເຄື່ອງນຸ່ງຫົ່ມ ແລະ ເຄື່ອງອຸປະ ໂພກຕ່າງໆ ວັດຖຸຮັບປະກັນສາ ມາດຮັບປະກັນໄດ້ 30%, ດ້ານນ້ຳມັນເຊື້ອໄຟໄດ້ສຳຮອງແຮໄວ້ສາມາດຮັບປະກັນໄດ້ 50%, ດ້ານພາຫານະຮັບໃຊ້ລົດສຳຮອງຮັບປະກັນໄດ້ 80%.
+ ກອງພັນໃຫຍ່ 497: ໄດ້ຈັດ ພິທີເປີດຊຸດອົບຮົມ-ບຳລຸງວຽກ ງານວິຊາສະເພາະສື່ສານ ຊຸດທີ III, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ທອງດຳ ດວງມາລາ ຫົວໜ້າການທະຫານ ກອງພັນໃຫຍ່ 497, ມີ ສະຫາຍ ພັນໂທ ບຸນຈອນ ອ່ອນພະຈັນ ຮອງພະແນກເສນາທິການ ກອງ ພັນໃຫຍ່ 497, ມີຂະແໜງສື່ ສານ, ຄະນະພັກ-ຄະນະບັນຊາ, ພະແນກການກົມກອງ ແລະ ພະ ນັກງານວິຊາສະເພາະເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ທອງສຸກ ຄຳອ້ວນ ຫົວໜ້າຂະແໜງສື່ສານ ກອງພັນໃຫຍ່ 497 ໄດ້ຜ່ານແຜນ ການອົບຮົມ-ຫັດແອບ, ບຳລຸງວຽກງານວິຊາສະເພາະສື່ສານ ປະຈຳປີ 2026, ເຊິ່ງເນື້ອໃນອົບ ຮົມ ລວມມີ 3 ພາກຄື: ອົບຮົມພາກການເມືອງ 1 ວັນ, ພາກການທະຫານ 11 ວັນ, ພາກສິ ລະປະຍຸດທະຫານຮາບ 3 ວັນ ແລະ ອົບຮົມພາກວິຊາສະເພາະສື່ສານ 70 ວັນ, ລວມກຳນົດເວ ລາ 90 ວັນຈຶ່ງຈະສຳເລັດ.
ກອງບັນຊາການທະຫານແຂວງບໍ່ແກ້ວ: ໄດ້ຈັດຕັ້ງພິທີປາ ຖະກະຖາວັນຜ່າວົງປິດລ້ອມຂອງ ກອງພັນທີ 2 ວິລະຊົນ ທີ່ທົ່ງໄຫຫີນຊຽງຂວາ (18 ພຶດສະພາ 1959) ຄົບຮອບ 67 ປີ, ວິລະ ກຳຂອງຜູ້ນຳແນວລາວຮັກຊາດ ໂຕນຄຸກໂພນເຄັງຢ່າງມະຫັດສະ ຈັນ (24 ພຶດສະພາ 1960) ຄົບ ຮອບ 66 ປີ, ວັນໄຊຊະນະບັ້ນຮົບປົດປ່ອຍດຽນບຽນຟູ (7 ພຶດ ສະພາ 1954) ຄົບຮອບ 72 ປີ, ວັນເກີດປະທານໂຮ່ຈີມິນ 19 ພຶດສະພາ 1890) ຄົບຮອບ 136 ປີ. ໂດຍການເປັນປະທານຂອງ ສະຫາຍ ພັນໂທ ເຄນ ແກ້ວດາລາ ຄະນະພັກກອງບັນຊາການ ຮອງຫ້ອງການເມືອງ, ມີຄະນະພັກ- ຄະນະບັນຊາ 7 ຫ້ອງ ກົມກອງ ອ້ອມຂ້າງຕະຫຼອດຮອດພະນັກ ງານ-ນັກຮົບເຂົ້າຮ່ວມ.
ກອງພັນໃຫຍ່ 643: ໄດ້ຈັດພິທີເຜີຍແຜ່ເຊື່ອມຊຶມຂໍ້ກຳນົດວ່າດ້ວຍວຽກງານຊາວໜຸ່ມໃນກອງທັບປະຊາຊົນລາວ ແລະ ຂໍ້ ກຳນົດ ວ່າດ້ວຍທີ່ຕັ້ງ, ພາລະບົດ ບາດ, ໂຄງປະກອບ, ສິດໜ້າທີ່ຂອງພະແນກ, ຂະແໜງ, ຄະນະບໍລິຫານງານ, ໜ່ວຍຊາວໜຸ່ມຮາກຖານໃນກອງທັບປະຊາຊົນລາວ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ອຸ່ນຄຳ ນັນທະວົງ ຫົວໜ້າການເມືອງກອງພັນໃຫຍ່ 643, ມີສະຫາຍ ພັນໂທ ອານຸລັກ ມີລິດ ຮອງພະ ແນກການເມືອງ ຜູ້ຊີ້ນຳວຽກງານອົງການຈັດຕັ້ງມະຫາຊົນຂັ້ນກອງພັນໃຫຍ່, ມີ ສະຫາຍ ພັນໂທ ພູເງິນ ເທບພອນໄຊ ຫົວ ໜ້າຂະແໜງຊາວໜຸ່ມ, ພ້ອມ ດ້ວຍຄະນະຜູ້ຊີ້ນຳວຽກງານອົງ ການຈັດຕັ້ງມະຫາຊົນຂັ້ນພະ ແນກການ, ກົມກອງ, ຄະນະບໍ ລິຫານງານ, ຄະນະໜ່ວຍຊາວໜຸ່ມ ແລະ ສະມາຊິກຊາວໜຸ່ມເຂົ້າຮ່ວມ.
ກອງພັນ 414 ກອງພັນໃຫຍ່ 301 ກອງພົນທີ 3: ໄດ້ຈັດພິທີປາຖະກະຖາ 2 ວັນປະ ຫວັດສາດຂອງຊາດຄື: ວັນຜ່າວົງປິດລ້ອມຂອງກອງພັນທີ 2 ວິລະຊົນທົ່ງໄຫຫີນຊຽງຂວາງ (18 ພຶດສະພາ1959-18 ພຶດ ສະພາ 2026 ) ຄົບຮອບ 67 ປີ ແລະ ວັນວິລະກຳໂຕນຄຸກຢ່າງ ມະຫັດສະຈັນຂອງບັນດາຜູ້ນຳ ພັກແນວລາວສ້າງຊາດ (24 ພຶດສະພາ 1960-24 ພຶດສະພາ 2026) ຄົບຮອບ 66 ປີ, ໂດຍການເປັນປະທານ ແລະ ປາຖະ ກະຖາຂອງ ສະຫາຍ ພັນໂທ ຄຳສີ ແສນມະນີ ຫົວໜ້າການ ເມືອງກອງພັນ 414, ມີຄະນະພັກ-ຄະນະບັນຊາກອງພັນ, ກອງ ຮ້ອຍ, ໝວດ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ກອງບັນຊາການທະຫານແຂວງບໍລິຄຳໄຊ ສປປ ລາວ ແລະ ກອງບັນຊາການທະຫານແຂວງຮ່າຕີ້ງ ສສ ຫວຽດນາມ: ໄດ້ຈັດ ກອງປະຊຸມພົບປະແລກປ່ຽນສະ ພາບ ປະຈຳປີ 2026, ຢູ່ທີ່ກອງບັນຊາການທະຫານແຂວງຮ່າຕີ້ງ, ໂດຍການຕ້ອນຮັບຢ່າງອົບອຸ່ນຂອງ ສະຫາຍ ພັນເອກ ຫວໍກວາງທ້ຽນ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງຮ່າຕີ້ງ ພ້ອມຄະນະ, ຝ່າຍກອງບັນຊາການທະຫານແຂວງບໍລິ ຄຳໄຊ ນຳໂດຍ ສະຫາຍ ພັນເອກ ຈັນນີ ສີສຸກ ຫົວໜ້າການເມືອງ ກອງບັນຊາການທະຫານແຂວງບໍລິຄຳໄຊ ພ້ອມດ້ວຍຄະນະຜູ້ແທນທັງສອງຝ່າຍເຂົ້າຮ່ວມ. ກອງປະຊຸມທັງສອງຝ່າຍໄດ້ຜັດ ປ່ຽນກັນຂຶ້ນລາຍງານສະພາບການ, ຜົນສຳເລັດການຮ່ວມມືຮອບດ້ານລະຫວ່າງ 2 ກອງບັນ ຊາການທະຫານແຂວງໃນ 1 ປີ ຜ່ານມາ, ພ້ອມທັງສືບຕໍ່ຮ່ວມມືໃນ 1 ປີຕໍ່ໜ້າ.
ກອງພັນໃຫຍ່ 301 ກອງພົນທີ 3: ໄດ້ຈັດຕັ້ງພິທີເຜີຍແຜ່ເອກະສານສຶກສາອົບຮົມການ ເມືອງນຳພາ-ແນວຄິດ ໃຫ້ພະນັກ ງານ-ນັກຮົບ ຊຸດທີ III, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ຄຳຮັກ ບຸນມາວົງ ຫົວໜ້າພະແນກການເມືອງ ກອງພັນໃຫຍ່ 301, ມີພະນັກງານ-ນັກຮົບ ກົມກອງອ້ອມຂ້າງກອງພັນໃຫຍ່ເຂົ້າຮ່ວມ.
ຄະນະປະຕິບັດງານພິເສດແຂວງອັດຕະປື ແລະ ຄະນະປະ ຕິບັດງານພິເສດ ແຂວງກວາງ ຫງາຍ ສສ ຫວຽດນາມ: ໄດ້ຈັດ ກອງປະຊຸມສະຫຼຸບວຽກງານ ປະສານສົມທົບຊອກຫາ, ຂຸດຄົ້ນ ແລະ ນຳສົ່ງອັດຖິທະຫານອາສາສະໝັກ ແລະ ຊ່ຽວຊານຫວຽດນາມທີ່ເສຍສະຫຼະຊີວິດໃນປາງສົງຄາມ ຢູ່ແຂວງອັດຕະປື ກັບຄືນປະເທດ ປະຈຳສົກປີ 2025-2026. ຢູ່ທີ່ຫ້ອງປະຊຸມຂອງກອງບັນຊາການທະຫານແຂວງອັດຕະປື, ຝ່າຍ ສປປ ລາວ ນຳໂດຍ ສະຫາຍ ພັນເອກ ສີສົມໃຈ ມະໂນລາ ຫົວໜ້າການ ເມືອງກອງບັນຊາການທະຫານແຂວງອັດຕະປື, ຫົວໜ້າຄະນະປະຕິບັດງານພິເສດແຂວງອັດຕະປື ແລະ ຝ່າຍ ສສ ຫວຽດນາມ ນຳໂດຍ ທ່ານ ນາງ ອີ ງັອກ ຄະນະປະຈຳພັກແຂວງ, ຮອງປະທານ ຜູ້ປະຈຳການຄະນະກຳມະການປະຊາຊົນແຂວງ, ຫົວໜ້າຄະນະປະຕິບັດງານພິເສດແຂວງກວາງຫງາຍ ສສ ຫວຽດນາມ ພ້ອມດ້ວຍຄະນະ ແລະ ບັນດາສະຫາຍ ໃນຄະນະກຳມະການປະຕິບັດງານພິເສດທັງສອງຝ່າຍເຂົ້າຮ່ວມ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















