ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ຍົກ​ລະດັບ​ຄວາມ​ຮູ້​ຄວາມ​ສາມາດ ການ​ນຳ​ສົ່ງ​ກຳລັງ​ທາງ​ອາກາດ ເຂົ້າ​ຕີ​ເປົ້າ​ໝາຍ
ເວລາອອກຂ່າວ: 2026-06-17 09:07:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 168 | ຄວາມນິຍົມ:



ການ​ນຳ​ສົ່ງ​ກຳລັງ​ພົນ​ທາງ​ອາກາດ ເພື່ອ​ເຂົ້າ​ບຸກ​ຕີກຳລັງ​ຜູ້​ບໍ່​ຫວັງ​ດີ ແລະ ກຸ່ມ​ກໍ່​ການ​ຮ້າຍ​ຕ່າງໆ ທີ່​ເຂົ້າ​ມາ​ຍຶດ​ຕັ້ງ​ຄ້າຍ ໃນ​ຂອບ​ເຂດ​ຮັບຜິດຊອບ​ຕາມ​ຊາຍ​ແດນ, ຕົວ​ເມືອງ ກໍ​ເປັນ​ໜ້າທີ່ໜຶ່ງ​ ທີ່​ສຳຄັນ​ຂອງ​ກອງທັບ ເພື່ອ​ສ້າງ​ທ່າ​ໄດ້​ປຽບ ແລະ ຄວາມ​ໄວ​ໃນ​ ການ​ເຂົ້າ​ບຸກ​ຕີ, ຍຶດ​ພື້ນທີ່ຈຸດໄດ້​ ປຽບ. ດັ່ງນັ້ນ, ໃນ​ການຫັດແອບ ​ເຝິກຊ້ອມ​ຮົບ​ຮ່ວມຕີ​ພິເສດ “ໃຕ້ ​ຝຸ່ນ” ແລະ ຊ້ອມ​ຮົບຮ່ວມລາວ- ຣັດ​ເຊຍ “ລາ​ໂຣດສ໌ 2026” ນາຍ ແລະ ພົນທະຫານ​ກອງທັບ ປະຊາຊົນ​ລາວ ກໍ​ໄດ້​ຮັບ​ການອົບ ຮົມ-ຫັດ​ແອບການ​ນຳ​ສົ່ງ​ກຳລັງ​ທາງ​ອາກາດ​ເຂົ້າ​ຕີ​ເປົ້າ​ໝາຍ ເພື່ອ​ສ້າງ​ໃຫ້​ນາຍ ແລະ ພົນທະຫານ​ໃນ​ກອງທັບ ມີ​ຄວາມ​ຮູ້​ຄວາມ​ສາມາດ, ຊຳນິ​ຊຳນານ​ໃນ​ການ​ນຳ​ໃຊ້​ພາຫະນະ​ອາວຸດ ແລະ ຍຸດ ທະວິທີ ການ​ໂດດ​ຈ້ອງ, ການ​ ໂຢດ​ພົນ​ທາງ​ອາກາດ ດ້ວຍ​ເຮືອ ບິນ​ຂຶ້ນ​ຊື່ Mi 17. ໃນ​ການ​ຫັດ​ແອບ, ນາຍ ແລະ ພົນທະຫານ ກອງທັບ​ປະຊາຊົນ​ລາວ ໄດ້​ຮຽນ​ຮູ້​ຂັ້ນ​ຕອນ​ການ​ນຳ ​ໃຊ້​ຈ້ອງ, ຂັ້ນ​ຕອນ, ວິທີການໂດດ​ ຈ້ອງ ແລະ ໂຢດ​ພົນ​ລົງ​ສູ່​ຈຸດເປົ້າ​ ໝາຍ​ດ້ວຍ​ເຮືອບິນ, ກຳ​ໄດ້​ບາດ ກ້າວ​ຂັ້ນ​ຕອນ​ໃນ​ຄະນະ​ທີ່​ເຮືອບິນ ບິນ​ໃນ​ລະດັບ​ສູງ ແລະ ລະດັບ​ຕ່ຳ ເພື່ອ​ເຂົ້າ​ບຸກ​ຕີ​ເປົ້າ​ໝາຍ, ເສີມ​ກຳລັງ​ດ້ວຍ​ຄວາມ​ວ່ອງໄວ ແລະ ຊຳນິ​ຊຳນານ ໃນ​ການ​ນຳ​ໃຊ້​ອຸ ປະກອນ, ຍຸດທະວິທີ ເຊິ່ງ​ຖື​ເປັນ​ສ່ວນ​ສຳຄັນ ໃນ​ການ​ວາງ​ແຜນ​ສູ້​ຮົບ ຊ່ວຍ​ໜູນ​ດ້ານ​ຕ່າງໆ ທີ່​ເຂົ້າ​ເຮັດ​ໜ້າທີ່​ສູ້​ຮົບ ເພື່ອ​ປັດ​ເຂ່ຍ​ກຸ່ມ​ຄົນ​ບໍ່​ຫວັງ​ດີ, ກຳລັງ​ຜູ້​ກໍ່​ການ​ຮ້າຍ ດ້ວຍ​ການ​ຂົນສົ່ງ​ທາງ​ອາກາດ. ການ​ຫັດ​ແອບ​ຊ້ອມ​ຮົບ ຕີ​ພິເສດ “ໃຕ້​ຝຸ່ນ” ແລະ ຊ້ອມ​ຮົບ​ຮ່ວມ​ລາວ-ຣັດ​ເຊຍ “ລາ​ໂຣດສ໌ 2026” ໃນ​ຄັ້ງ​ນີ້ ກອງທັບປະຊາ ຊົນ​ລາວ ຍັງ​ໄດ້​ຮັບ​ການ​ຖ່າຍ​ທອດ​ບົດຮຽນ​ອັນ​ສຳຄັນ ຈາກ​ຄູ​ເຝິກ ແລະ ຊ່ຽວຊານ​ຈາກ​ກອງ ທັບ​ສະຫະພັນ​ຣັດ​ເຊຍ ໃນ​ການ​ນຳ​ໃຊ້​ໂດຣນ​ເຂົ້າ​ໃນ​ການ​ສອດແນມ, ການ​ລາດຕະເວນ ລວມ​ເຖິງ​ການ​ສູ້​ຮົບ. ນອກ​ນີ້, ຍັງ​ໄດ້​ຮັບ​ການ​ຖ່າຍ​ຖອດການ​ນຳ​ໃຊ້​ເຄື່ອງກວດ​ ຈັບ​ໂດຣນ, ຕໍ່ຕ້ານ​ສະກັດ​ກັ້ນ​ໂດຣນ ເພື່ອ​ສ້າງ​ຂີດ​ຄວາມ​ສາ ມາດ ໃຫ້​ກອງທັບ​ປະຊາຊົນ​ລາວ ໃນ​ການ​ນຳ​ເຮືອບິນ​ໄຮ້​ຄົນ​ຂັບ (ໂດຣນ) ເຂົ້າ​ໃນ​ວຽກ​ງານ​ຂອງ​ ກອງທັບ, ເຊິ່ງ​ເປັນ​ການ​ເສີມ ​ສ້າງ​ຂີດ​ຄວາມ​ສາມາດ ແລະ ປະ ສິດທິພາບ ຂອງ​ກອງທັບ ໃຫ້​ນັບ​ມື້​ສູງ​ຂຶ້ນ. ໂດຍ: ພຸດ​ທະ​ພອນ ລັດດາ​ນາວ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ