ຫ້ອງວ່າການສູນກາງພັກ ປະດັບຫຼຽນກາພັດທະນາ ໃຫ້ບໍລິສັດ ວັງຕັດ ມາຍນິ້ງກຣຸບ ຈຳກັດ ແລະ ບໍລິສັດ ໂຊກມີໄຊ ກໍ່ສ້າງ ຈຳກັດຜູ້ດຽວ
ເວລາອອກຂ່າວ: 2026-06-17 09:47:05 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 578 | ຄວາມນິຍົມ: ![]()
ໃນອາທິດຜ່ານມາ, ທີ່ຫ້ອງວ່າການສູນກາງພັກ ໄດ້ຈັດພິທີປະດັບຫຼຽນກາພັດທະນາ ໃຫ້ແກ່ ບໍລິສັດ ວັງຕັດ ມາຍນີ້ງກຣູບ ຈຳກັດ ແລະ ບໍລິສັດ ໂຊກມີໄຊ ກໍ່ສ້າງ ຈຳກັດ ຜູ້ດຽວ ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອທຶນຮອນ ເຂົ້າໃນການເຄື່ອນໄຫວວຽກງານຂອງຫ້ອງວ່າການສູນກາງພັກ, ໂດຍການເປັນປະທານ ແລະ ປະດັບຫຼຽນຂອງ ສະຫາຍ ຜາຄໍາ ອິນແສງ ກຳມະການສູນກາງພັກ, ຮອງຫົວໜ້າຫ້ອງວ່າການສູນກາງພັກ, ມີບັນດາຜູ້ຕາງໜ້າກົມ, ຫ້ອງການປະຕິຮູບລັດວິສາຫະກິດ, 03 ອົງການຈັດຕັ້ງມະຫາຊົນອ້ອມຂ້າງຫ້ອງວ່າການສູນກາງພັກ ພ້ອມດ້ວຍຄະນະອໍານວຍການ ແລະ ພະນັກງານ ຈາກທັງສອງບໍລິສັດ ເຂົ້າຮ່ວມ.
ໃນພິທີ, ໄດ້ຜ່ານດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນກາພັດທະນາ ໃຫ້ຜູ້ທີ່ມີຜົນງານດີເດັ່ນໃນການປະກອບສ່ວນຊ່ວຍເຫຼືອທາງດ້ານທຶນຮອນ ເຂົ້າໃນການເຄື່ອນໄຫວວຽກງານຂອງຫ້ອງວ່າການສູນກາງພັກ ໃນການພັດທະນາປະເທດຊາດ, ໃນນີ້ ຕົກລົງໃຫ້ປະດັບຫຼຽນກາພັດທະນາໃຫ້ ບໍລິສັດ ວັງຕັດ ມາຍນີ້ງກຣຸບ ຈຳກັດ ແລະ ບໍລິສັດ ໂຊກມີໄຊ ກໍ່ສ້າງ ຈຳກັດ ຜູ້ດຽວ. ປະດັບໂດຍ ສະຫາຍ ຜາຄໍາ ອິນແສງ, ບໍລິສັດ ວັງຕັດ ມາຍນີ້ງກຣຸບ ຈຳກັດ ຕ່າງໜ້າຂຶ້ນຮັບໂດຍ ສະຫາຍ ນາງ ປ.ອ ສິລິວັນ ປັດທຳມະວົງ ຮອງຜູ້ອຳນວຍການບໍລິສັດ ແລະ ບໍລິສັດ ໂຊກມີໄຊ ກໍ່ສ້າງ ຈຳກັດ ຜູ້ດຽວ ຕ່າງໜ້າໂດຍ ສະຫາຍ ສຸລະໄຊ ສຸດພິລາ ຂຶ້ນຮັບຢ່າງສົມກຽດ.
ໂອກາດນີ້ ສະຫາຍ ສະຫາຍ ຜາຄໍາ ອິນແສງ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບໃຈຢ່າງເລິກເຊິ່ງ ມາຍັງສອງ ບໍລິສັດນີ້ ທີ່ໄດ້ເສຍສະຫຼະ ແລະ ປະກອບສ່ວນຊຸກຍູ້ທຶນຮອນໃຫ້ແກ່ຫ້ອງວ່າການສູນກາງພັກຕະຫຼອດມາ. ພ້ອມທັງອວຍພອນໄຊໃຫ້ທັງສອງບໍລິສັດຈົ່ງປະສົບຜົນສໍາເລັດໃນໜ້າທີ່ຕ່າງໆ ກໍຄືການດໍາເນີນທຸລະກິດໃຫ້ກ້າວໜ້າ ຄຽງຄູ່ໄປກັບການພັດທະນາປະເທດຊາດຢ່າງບໍ່ຢຸດຢັ້ງ.
ໂດຍ: ໄຊສະຫວາດ ສົມພັນນທະມິດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















