ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຄະນະພັກຮາກຖານໂຮງງານຕັດຫຍິບເລກ 1 ກອງທັບ ສະຫຼຸບການກໍ່ສ້າງຮາກຖານເຂັ້ມແຂງ - ໜ່ວຍພັກຮູ້ນຳພາຮອບດ້ານ
ເວລາອອກຂ່າວ: 2019-10-11 09:07:09 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 66 | ຄວາມນິຍົມ:



ຄະນະພັກຮາກຖານໂຮງງານ ຕັດຫຍິບເລກ 1 ກອງທັບ ໄດ້ເປີດ ກອງປະຊຸມສະຫຼຸບຖອດຖອນ ບົດຮຽນຂະບວນການກໍ່ສ້າງ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານສົກປີ 2017-2018 ແລະ ວາງທິດທາງ ແຜນການປະຈຳສົກປີ 2019-2020 ຂຶ້ນ ໃນວັນທີ 9 ຕຸລາ 2019 ນີ້, ໂດຍການເປັນປະທານ ຂອງ ສະຫາຍ ພົນຈັດຕະວາ ບຸນ ແຍງ ວິໄລສົມ ກຳມະການຄະນະພັກອົງການກົມໃຫຍ່, ເລຂາໜ່ວຍພັກ, ຫົວໜ້າກົມອຸປະໂພກ-ບໍລິ ໂພກ ກົມໃຫຍ່ພະລາທິການກອງ ທັບ, ມີຄະນະພັກ-ຄະນະບັນຊາ, ຄະນະພັກຮາກຖານ, ໜ່ວຍພັກ ຕະຫຼອດຮອດພະນັກງານສະ ມາຊິກພັກສົມບູນ ແລະ ສຳ ຮອງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ອຸ່ນ ປັນຍາແກ້ວ ຮອງເລຂາໜ່ວຍພັກ, ຮອງຫົວໜ້າອຳນວຍການໂຮງ ງານຕັດຫຍິບເລກ 1 ກອງທັບ ໄດ້ຂຶ້ນຜ່ານບົດສະຫຼຸບຕີລາຄາ ການກໍ່ສ້າງກອງຮາກຖານເຂັ້ມ ແຂງ-ໜ່ວຍພັກຮູ້ນຳພາຮອບ ດ້ານໃນໄລຍະຜ່ານມາ, ເຊິ່ງໄດ້ ຍົກໃຫ້ເຫັນຜົນງານຫຼາຍດ້ານທີ່ ພົ້ນເດັ່ນ, ໂດຍສະເພາະຄະນະພັກ- ຄະນະບັນຊາ ພ້ອມດ້ວຍພະນັກ ງານສະມາຊິກພັກ, ນັກຮົບພາຍ ໃນກົມກອງທຸກສະຫາຍແມ່ນມີ ຄຸນທາດການເມືອງໜັກແໜ້ນ, ເຊື່ອໝັ້ນຕໍ່ແນວທາງນະໂຍບາຍ ຂອງພັກ-ລັດ, ກອງທັບ, ອຸ່ນອຽນ ທຸ່ນທ່ຽງຕໍ່ໜ້າທີ່ວຽກງານ, ປະຕິ ບັດມະຕິ, ຄຳສັ່ງຂອງຂັ້ນເທິງ ວາງອອກຢ່າງເຂັ້ມງວດ, ມີ ຄວາມສາມັກຄີພາຍໃນ,ພາຍນອກ ແລະ ມີສະຕິຕໍ່ການຈັດຕັ້ງ, ຕື່ນ ຕົວຫ້າວຫັນຕໍ່ໜ້າທີ່ວຽກງານວິ ຊາສະເພາະຂອງຕົນທີ່ການຈັດ ຕັ້ງມອບໝາຍໃຫ້, ຮັກສາໄດ້ມູນ ເຊື້ອອັນດີງາມຂອງກົມກອງ, ຂອງກອງທັບ ແລະ ຂອງຊາດ, ໄດ້ຈັດວາງພະນັກງານສະມາຊິກ ພັກເຂົ້າໃນຄະນະຮັບຜິດຊອບ ຂອງອົງການຈັດຕັ້ງມະຫາຊົນໃຫ້ ແທດເໝາະກັບການເຄື່ອນໄຫວ ປະຕິບັດຕາມພາລະບົດບາດໜ້າ ທີ່ວຽກງານຂອງແຕ່ລະອົງການ, ຫັນເອົາເນື້ອໃນຄຳຂວັນຂໍ້ແຂ່ງ ຂັນຮັກຊາດ ແລະ ພັດທະນາ, ຂະ ບວນການ 4 ບຸກ, ຂະບວນການ 3 ດີ 4 ພັດທະນາ, ຂະບວນການ 2 ດີ 5 ເປັນເຈົ້າຂອງບັນດາອົງ ການຈັດຕັ້ງມະຫາຊົນຂອງພັກ ແລະ ຂໍ້ກຳນົດ 7 ລະບອບ 18 ວຽກຂອງກອງທັບວາງອອກ ມາຈັດຕັ້ງຜັນຂະຫຍາຍເຂົ້າໃນ ແຜນວຽກປະຈຳວັນ ໄປຄຽງຄູ່ກັບ ການເຮັດວຽກງານວິຊາສະ ເພາະຂອງຕົນ ແລະ ຜ່ານການ ເຄື່ອນໄຫວຕົວຈິງຜ່ານມາສາ ມາດປະຕິບັດໄດ້ 94%, ກອງປະ ຊຸມຍັງໄດ້ຜ່ານມະຕິຕົກລົງ ຂອງຄະນະພັກກະຊວງປ້ອງ ກັນປະເທດວ່າດ້ວຍການຮັບຮອງ ກອງຮາກຖານເຂັ້ມແຂງ-ໜ່ວຍ ພັກຮູ້ນຳພາຮອບດ້ານບັນດາກົມ ກອງທີ່ຂຶ້ນກັບກົມໃຫຍ່ພະລາທິ ການກອງທັບ, ໃນນັ້ນໄດ້ຕົກລົງ ຮັບຮອງເອົາ 1​ ຄະນະພັກຮາກ ຖານ ແລະ 5 ໜ່ວຍພັກທີ່ຂຶ້ນກັບ ໂຮງງານຕັດຫຍິບເລກ 1 ກອງ ທັບ, ພ້ອມຈັດພິທີມອບໃບຢັ້ງ ຢືນ, ທຸງໄຊ 5 ຄັ້ງຕິດຕໍ່ກັນມີ​ 2 ໜ່ວຍພັກ ແລະ 10 ຄັ້ງຕິດຕໍ່ກັນ ມີ 1 ຄະນະພັກຮາກຖານ ແລະ2 ໜ່ວຍພັກທີ່ຂຶ້ນກັບຢ່າງສົມກຽດ. ໂອກາດນີ້ ສະຫາຍ ພົນຈັດຕະ ວາ ບຸນແຍງ ວິໄລສົມ ກໍໄດ້ມີຄຳ ເຫັນໂອ້ລົມ, ເຊິ່ງກ່ອນອື່ນສະຫາຍ ໄດ້ກ່າວສະແດງຄວາມຍ້ອງຍໍຊົມ ເຊີຍຕໍ່ຜົນງານ ແລະ ຜົນສຳເລັດ ທີ່ຍາດມາໄດ້ຢ່າງຈົບງາມ ແລະ ຮຽກຮ້ອງມາຍັງຄະນະພັກ-ຄະ ນະບັນຊາ, ຕະຫຼອດຮອດພະນັກ ງານສະມາຊິກພັກ, ນັກຮົບທຸກ ສະຫາຍ ຈົ່ງເອົາໃຈໃສ່ເພີ່ມທະວີ ການສຶກສາອົບຮົມການເມືອງນຳ ພາແນວຄິດໃຫ້ພະນັກງານ-ນັກ ຮົບຢ່າງເປັນປົກກະຕິ, ເພີ່ມທະວີ ຄວາມສາມັກຄີໃນໝູ່ຄະນະໃຫ້ ແໜ້ນແຟ້ນບົນພື້ນຖານຫຼັກການ ລວມສູນປະຊາທິປະໄຕ ແບ່ງ ວຽກໃຫ້ບຸກຄົນຮັບຜິດຊອບ ເພື່ອຕ້ານ ແລະ ສະກັດກັ້ນປະ ກົດການຫຍໍ້ທໍ້ຕ່າງໆທີ່ຈະເກີດ ຂຶ້ນພາຍໃນພັກ ແລະ ຈົ່ງພ້ອມ ກັນເຊີດຊູບົດບາດຂອງຕົນເອງ, ຍົກສູງຕໍ່ຄວາມຮັບຜິດຊອບໃນ ໜ້າທີ່ວຽກງານວິຊາສະເພາະ ທີ່ການຈັດຕັ້ງຂັ້ນເທິງມອບໝາຍ ໃຫ້ປະສົບຜົນສຳເລັດຢ່າງຈົບ ງາມ. ໂດຍ: ຄຳປະສົງ ລາດຊະວົງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ