ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ກອງປະຊຸມຜູ້ແທນແມ່ຍິງ ທົ່ວກົມໃຫຍ່ການເມືອງກອງທັບຄັ້ງທີ VI
ເວລາອອກຂ່າວ: 2019-10-14 11:09:18 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 73 | ຄວາມນິຍົມ:



ກອງປະຊຸມຜູ້ແທນແມ່ຍິງ ທົ່ວກົມໃຫຍ່ການເມືອງກອງທັບ ຄັ້ງທີ VI ໄດ້ຈັດຂຶ້ນໃນວັນທີ 11 ຕຸລານີ້, ໂດຍການເຂົ້າຮ່ວມ ເປັນປະທານຂອງ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບ, ມີຄະນະພັກ-ຄະນະ ບັນຊາ, ພະນັກງານອາວຸໂສ, ອະ ດີດການນຳສະຫະພັນແມ່ຍິງ, ບັນດາແມ່ປ້ານ້າອາຄອບຄົວ ການນຳ , ກົມ, ກອງ ພ້ອມດ້ວຍ ແຂກຜູ້ແທນແມ່ຍິງທົ່ວກົມໃຫຍ່ ການເມືອງກອງທັບເຂົ້າຮ່ວມ. ສະຫາຍ ພັນໂທ ນາງ ປາ ວົງ ສະແຫວງ ຫົວໜ້າພະແນກສະ ຫະພັນແມ່ຍິງກົມໃຫຍ່ການເມືອງ ກອງທັບໄດ້ສະຫຼຸບຕີລາຄາຄືນ ການເຄື່ອນໄຫວວຽກງານຮອບ ດ້ານໃນໄລຍະ 5 ປີ ຜ່ານມາ ເຊິ່ງຄະນະນຳແມ່ຍິງແຕ່ລະຂັ້ນ ແມ່ນໄດ້ຖືສໍາຄັນວຽກງານສຶກ ສາອົບຮົມການເມືອງແນວຄິດ ດ້ວຍການຈັດຕັ້ງເອື້ອຍນ້ອງແມ່ ຍິງເຂົ້າຮ່ວມຮັບຟັງການເລົ່າມູນ ເຊື້ອວັນສໍາຄັນຕ່າງໆລວມມີ 59 ຄັ້ງ, ຂອງສູນກາງແມ່ຍິງ ລາວລວມມີ 35 ຄັ້ງ, ຈັດຕັ້ງເຜີຍ ແຜ່ມະຕິກອງປະຊຸມຄົບຄະນະບໍ ລິຫານງານສູນກາງຫະພັນແມ່ ຍິງລາວຄັ້ງທີ 1, 2, 3, 4 ສະໄໝ ທີ 7 ລວມມີ 4 ຄັ້ງ, ເຂົ້າຮ່ວມ ສວນສະໝາມ, ແຂ່ງຂັນກີລາ- ວັນນະຄະດີ ແລະ ສ້າງກິດຈະ ກຳຕ່າງໆລວມມີ 198 ຄັ້ງ, ພ້ອມນີ້ກໍໄດ້ຈັດຕັ້ງເອື້ອຍນ້ອງ ແມ່ຍິງບັນດາກົມກອງອ້ອມຂ້າງ ກົມໃຫຍ່ການເມືອງກອງທັບເຂົ້າ ຊົມຫໍພິພິຕະພັນ ແລະ ຫໍມູນເຊື້ອ ຕ່າງໆລວມມີ 25 ຄັ້ງ, ເຂົ້າ ຮ່ວມສ້າງກິດຈະກຳຖາມ-ຕອບ ຄວາມຮູ້ຮອບຕົວລວມມີ 15 ຄັ້ງ, ນຳພາເອື້ອຍນ້ອງສະຫະພັນ ແມ່ຍິງເຂົ້າຮ່ວມຕ້ອນຮັບ ແລະ ອວຍພອນໃນວັນສຳຄັນຕ່າງໆ ນຳຄະນະພັກ-ຄະນະບັນຊາແຕ່ ລະກົມກອງ ແລະ ຄະນະນຳ ຫ້ອງການແມ່ຍິງກອງທັບລວມ ມີ 86 ຄັ້ງ, ເອື້ອຍນ້ອງເຂົ້າຮ່ວມ ຮໍ່າຮຽນການທະຫານ ແລະ ຍິງ ລູກປືນແທ້ລວມ ມີ 5 ຄັ້ງ, ຊຸກ ຍູ້ປຸກລະດົມການຕິດຕາມຂໍ້ມູນ ຂ່າວສານຈາກວາລະສານ, ໜັງ ສືພິມແມ່ຍິງລາວ, ຂ່າວອື່ນໆທົ່ວ ກອງທັບ ແລະ ທົ່ວສັງຄົມອັນ ເຮັດໃຫ້ສະມາຊິກແມ່ຍິງມີຄຸນ ທາດການເມືອງໜັກແໜ້ນ, ມີ ຄຸນສົມບັດສິນທໍາປະຕິວັດ, ຮັກ ສາໄດ້ລັກສະນະທີ່ເປັນມູນເຊື້ອ ຂອງແມ່ຍິງລາວ ສະມາຊິກແມ່ ຍິງກໍໄດ້ເປັນເຈົ້າການເຮັດສໍາ ເລັດໜ້າທີ່ວິຊາສະເພາະດ້ວຍ ໝາກຜົນອັນດີ ແລະ ປະກອບ ສ່ວນເຂົ້າຮ່ວມຂະບວນການ ຕ່າງໆທີ່ຂັ້ນເທິງກໍຄືກົມກອງ ຈັດຂຶ້ນຢ່າງເປັນຂະບວນການ ຟົດຟື້ນກວ້າງຂວາງ ແລະ ວຽກ ງານອື່ນໆກໍມີການຮັບປະກັນ ດີ, ນອກນີ້ຄະນະນຳສະຫະພັນ ແມ່ຍິງຍັງໄດ້ເອົາໃຈໃສ່ປະຕິ ບັດພາລະບົດບາດໜ້າທີ່, ທີ່ເປັນ ຕົວແທນໃນການປົກປ້ອງສິດ ຜົນປະໂຫຍດຂອງແມ່ຍິງ-ເດັກ ນ້ອຍໃນການໂຄສະນາເຜີຍແຜ່ ປຸກລະດົມເອື້ອຍນ້ອງສະຫະພັນ ແມ່ຍິງເຂົ້າຮ່ວມເຊື່ອມຊຶມກົດ ໝາຍວ່າດ້ວຍການຕ້ານ ແລະ ສະກັດກັ້ນການໃຊ້ຄວາມຮຸນ ແຮງຕໍ່ແມ່ຍິງ ແລະ ເດັກນ້ອຍ ລວມທັງສົນທິສັນຍາຕິນິກຳ ແລະ ກົດໝາຍອື່ນໆທີ່ກ່ຽວພັນ ສິດຜົນປະໂຫຍດອັນຊອບທຳ ຂອງແມ່ຍິງ ແລະ ເດັກນ້ອຍ, ດ້ານການຈັດຕັ້ງປະຕິບັດເນື້ອໃນ ຂໍ້ແຂ່ງຂັນ 3 ດີ ແມ່ນໄດ້ຖືເອົາ ວຽກງານດັ່ງກ່າວຕິດພັນກັບໜ້າ ທີ່ວິຊາສະເພາະຕິດພັນກັບຂະ ບວນການແຂ່ງຂັນຮັກຊາດ ແລະ ພັດທະນາ ເຊິ່ງສາມາດ ຄັດເລືອກໄດ້ໃນໄລຍະທີ 1 ຮາກຖານ 3 ດີ ມີຈຳນວນ 1 ຮາກຖານ, ໜ່ວຍ 3 ດີ ມີຈຳນວນ 18 ໜ່ວຍ, ຄອບຄົວຕົວແບບ 7 ຄອບຄົວ, ບຸກຄົນຕົວແບບ 14 ສະຫາຍ, ສະມາຊິກ 3 ດີປະເພດ 1 ມີ 419 ສະຫາຍ, ປະເພດ 2 ມີ 113 ສະຫາຍ, ກົມກອງ 3 ດີ ມີ 18 ກົມກອງ, ໃນໄລຍະທີ 2 ພະແນກ 3 ດີ ມີ 1 ພະແນກ, ຮາກຖານ 3 ດີ ມີ 3 ຮາກຖານ, ໜ່ວຍ 3 ດີ ມີ 28 ໜ່ວຍ, ສາມະ ຊິກ 3 ດີ ປະເພດ 1 ມີ 506 ສະ ຫາຍ, ປະເພດ 2 ມີ 129 ສະ ຫາຍ, ບຸກຄົນຕົວແບບ 10 ສະ ຫາຍ, ຄອບຄົວຕົວແບບ 10 ຄອບ ຄົວ, ກົມກອງ 3 ດີ ມີ 30 ກົມ ກອງ ພ້ອມນີ້ຍັງໄດ້ມອບກະຕ່າ ຂອງຂວັນໃຫ້ອະດີດຄະນະນຳ ແມ່ຍິງຈຳນວນ 10 ສະຫາຍ, ໃຫ້ ຄອບຄົວຕົວແບບ 10 ສະຫາຍ ແລະ ບຸກຄົນຕົວແບບ 10 ສະຫາຍ. ໂອກາດດັ່ງກ່າວ ສະຫາຍ ພົນຈັດຕະວາ ຜາລົມ ລິນທອງ ກຳມະການຄະນະພັກກະຊວງ, ຮອງຫົວໜ້າກົມໃຫຍ່ການເມືອງ ກອງທັບໄດ້ເນັ້ນໜັກໃຫ້ຄະນະ ນຳສະຫະພັນແມ່ຍິງອົງການກົມ ໃຫຍ່ການເມືອງກອງທັບສືບຕໍ່ ວຽກງານສຶກສາອົບຮົມການ ເມືອງ-ນໍາພາແນວຄິດໃຫ້ເອື້ອຍ ນ້ອງແມ່ຍິງຢ່າງເປັນລະບົບຕໍ່ ເນື່ອງເພື່ອເຊີດຊູມູນເຊື້ອຮັກ ຊາດ, ຮັກບ້ານເກີດເມືອງນອນ, ເຄົາຮົບຮີດຄອງປະເພນີລະ ບຽບກົດໝາຍຂອງລັດ, ກົດລະ ບຽບຂອງກອງທັບ ຂອງເອື້ອຍ ນ້ອງແມ່ຍິງໃຫ້ສູງຂຶ້ນກ່ວາເກົ່າ. ພ້ອມກັນນໍາເອົາເນື້ອໃນຜົນສໍາ ເລັດຂອງກອງປະຊຸມຜູ້ແທນແມ່ ຍິງທົ່ວກົມໃຫຍ່ການເມືອງກອງ ທັບ ຄັ້ງທີ VI ໄປຈັດຕັ້ງເຜີຍແຜ່ ແລະ ປະຕິບັດໃຫ້ເກີດດອກ ອອກຜົນ ສືບຕໍ່ປັບປຸງແບບແຜນ ວິທີເຮັດວຽກຂອງຄະນະສະຫະ ພັນແມ່ຍິງ ແລະ ສະມາຊິກສະ ຫະພັນແມ່ຍິງໃຫ້ມີວິທະຍາ ສາດ, ລວມສູນປະຊາທິປະໄຕ, ຂັ້ນລຸ່ມປະຕິບັດຕາມມະຕິຄໍາ ສັ່ງຂອງຂັ້ນເທິງ, ບຸກຄົນປະຕິ ບັດຕາມມະຕິຂອງພັກ, ຂອງສະ ຫະພັນແມ່ຍິງ ສືບຕໍ່ນໍາພາປະຕິ ບັດຂະບວນການແຂ່ງຂັນແມ່ຍິງ 3 ດີ ໃຫ້ຕິດພັນແໜ້ນກັບ 4 ໜ້າ ທີ່ໃຫຍ່ 26 ແຜນງານຂອງກະ ຊວງປ້ອງກັນປະເທດ ປະຕິບັດ 8 ແຜນງານ 21 ໂຄງການ ຂອງສະພັນແມ່ຍິງກົມໃຫຍ່ການ ເມືອງກອງທັບ ແລະ ຂະບວນ ການລວມຂອງພັກ-ລັດຖະບານ ໃນວັນປະວັດສາດສໍາຄັນຕ່າງໆ ສືບຕໍ່ເຝິກຝົນຫຼໍ່ຫຼອມຕົນເອງ ເດີນຕາມຮອຍຂອງບັນດານັກ ປະຕິວັດອາວຸໂສ, ວິລະຊົນແຫ່ງ ຊາດ, ນັກຮົບແຂ່ງຂັນລຸ່ນເກົ່າ, ລຸ່ນເອື້ອຍສະດຸ້ງໄວຕໍ່ສະພາບ ການສ້າງທັດສະນະແນວຄິດປະ ຕິວັດບຸກ ຕິດພັນແໜ້ນກັບເນື້ອ ໃນຂໍ້ແຂ່ງຂັນແມ່ຍິງ 3 ດີຄື: "ຜົນລະເມືອງດີ, ພັດທະນາດີ, ສ້າງຄອບຄົວດີ" ໃຫ້ໄດ້ຫຼາຍ ຂຶ້ນກ່ວາເກົ່າ. ສືບຕໍ່ຍົກລະດັບ ຄວາມຮູ້-ຄວາມສາມາດໃຫ້ ເອື້ອຍນ້ອງແມ່ຍິງເພື່ອພັດທະ ນາແມ່ຍິງ ແລະ ປະຕິບັດສິດສະ ເໝີພາບຍິງຊາຍ, ປ້ອງກັນສິດ ຂອງແມ່ຍິງ ແລະ ເດັກນ້ອຍໃຫ້ ເປັນຮູບປະທໍາຫຼາຍຂຶ້ນຄະນະ ພັກ-ຄະນະບັນຊາແຕ່ລະຂັ້ນຕ້ອງ ເພີ່ມທະວີການຊີ້ນໍາ-ນໍາພາອົງ ການຈັດຕັ້ງສະຫະພັນແມ່ຍິງ, ສ້າງເງື່ອນໄຂອໍານວຍຄວາມສະ ດວກໃນການເຄື່ອນໄຫວຂອງ ສະຫະພັນແມ່ຍິງເພື່ອພັດທະນາ ແມ່ຍິງໃຫ້ທຽບທັນກັບເພດຊາຍ ເພື່ອປະກອບສ່ວນປົກປັກຮັກ ສາ-ພັດທະນາປະເທດຊາດ ແລະ ກໍ່ສ້າງກອງທັບປະຊາຊົນລາວໃຫ້ ເປັນກອງທັບປະຕິວັດມີລະບຽບ ແບບແຜນ ແລະ ທັນສະໄໝທີ່ມີ ຄຸນນະພາບໜັກແໜ້ນເຂັ້ມແຂງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ