ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 29 ມີນາ 2024

  

ຖະແຫຼງຂ່າວບຸນໃສ່ບາດ ພະສົງ300 ອົງຈາກ 5 ປະເທດ
ເວລາອອກຂ່າວ: 2019-10-14 11:10:53 | ຜູ້ຂຽນ : admin3 | ຈຳນວນຄົນເຂົ້າຊົມ: 74 | ຄວາມນິຍົມ:



ວັນທີ 11 ຕຸລາ 2019 ນີ້ ຢູ່ທີ່ຫໍທໍາມະສະພານະຄອນຫຼວງ ວຽງຈັນສູນກາງອົງການພຸດທະ ສາດສະໜາສໍາພັນລາວ(ອພສ) ຮ່ວມກັບສູນກາງແນວລາວສ້າງ ຊາດໄດ້ຈັດພິທີຖະແຫຼງຂ່າວການ ກະກຽມດໍາເນີນກິດຈະກໍາທາງ ພຸດທະສາສະໜາຂອງໂຄງການ ທໍາມະຍາດຕາ 5 ແຜ່ນດິນແຫ່ງລຸ່ມແມ່ນໍ້າຂອງ ຄັ້ງທີ 2 ຢູ່ ສປປ ລາວ ໂດຍການເຂົ້າຮ່ວມຖະແຫຼງ ຂອງພຣະຍອດຄໍາພັດທະຣະເກສີ ( ປອ. ດໍາຣົງພິມມະຈັກ)ຄະນະ ບໍລິຫານປະຈໍາການ,ຫົວໜ້າຫ້ອງ ການບໍລິຫານງານ, ຫົວໜ້າກໍາມາ ທິການ ການຕ່າງປະເທດສູນກາງ ອພສ, ມີບັນດາຜູ້ຕາງໜ້າຈາກ ພາກສ່ວນກ່ຽວຂ້ອງ ແລະ ສື່ມວນຊົນເຂົ້າຮ່ວມ. ພຣະຍອດຄໍາພັດທະຣະເກສີ ( ປອ. ດໍາຣົງ ພິມມະຈັກ ) ໄດ້ ກ່າວວ່າ: ໂຄງການທໍາມະຍາດ ຕາ 5 ແຜ່ນດິນແຫ່ງລຸ່ມແມ່ນໍ້າ ຂອງແມ່ນໂຄງການທີ່ຈັດຂຶ້ນ ຕາມແນວຄວາມຄິດຂອງພຣະ ອາຈານໃຫຍ່ ຜ່ອງ ສະມາລຶກ ອະດີດປະທານອົງການ ອພສ ໂຄງການທໍາມະຍາດຕາ 5 ແຜ່ນ ດິນແຫ່ງລຸ່ມແມ່ນໍ້າຂອງຄັ້ງທີ 2 ຈະໄດ້ດໍາເນີນກິດຈະກໍາທາງພຸດ ທະສາດສະໜາ ແຕ່ວັນທີ 14- 31 ຕຸລາ 2019 ນີ້, ເຊິ່ງພິທີເປີດ ຈະໄດ້ຈັດຂຶ້ນຢ່າງເປັນທາງການ ທີ່ແຂວງຊຽງລາຍ ປະເທດໄທ ໃນວັນທີ 15 ຕຸລາ 2019 ນີ້. ຕາມວາລະການເຄື່ອນໄຫວຄະ ນະຜູ້ແທນໂຄງການຈະເດີນທາງ ເຂົ້າມາ ສປປ ລາວໃນວັນທີ 19 ຕຸລາ 2019 ຜ່ານດ່ານສາກົນ ຊຽງຂອງ-ຫ້ວຍຊາຍແລ້ວຈະ ສືບຕໍ່ເດີນທາງໄປແຂວງອຸດົມໄຊ ເພື່ອດໍາເນີນກິດຈະກໍາທາງດ້ານ ພຸດທະສາສະໜາ ຈາກນັ້ນໃນລະ ຫວ່າງວັນທີ 20-24 ຕຸລາ 2019 ຄະນະຜູ້ແທນໂຄງການຈະເດີນ ທາງເຂົ້າສູ່ ສສ. ຫວຽດນາມ ແລະ ເດີນທາງໄປແຂວງຫຼວງ ພະບາງ ຈາກນັ້ນວັນທີ 25 ຕຸ ລາ 2019 ຄະນະຜູ້ແທນໂຄງການ ຈະໄດ້ສືບຕໍ່ເດີນທາງເຂົ້າສູ່ນະ ຄອນຫຼວງວຽງຈັນ. ໃນວັນທີ 26 ຕຸລາ 2019 ສະເພາະກິດຈະກໍາ ຂອງໂຄງການທີ່ຈະຈັດຕັ້ງປະຕິ ບັດໃນຄັ້ງນີ້ປະກອບມີພິທີໃນ ການຕ້ອນຮັບຄະນະຜູ້ແທນ, ກິດ ຈະກໍາທາງພຸດທະສາສະໜາເປັນ ຕົ້ນພິທີໃສ່ບາດພຣະສົງ 5 ປະ ເທດຈໍານວນ 50 ອົງ ຮ່ວມກັບ ພຣະສົງນະຄອນຫຼວງວຽງຈັນ ຈໍານວນ 250 ອົງລວມເປັນ 300 ອົງພິທີດັ່ງກ່າວຈະໄດ້ຈັດຂຶ້ນໃນ ຕອນເຊົ້າຂອງວັນທີ 26 ຕຸລາ 2019 ເວລາ 06:30 ໂມງໃນ ກິດຈະກໍາຂອງໂຄງການຈະໄດ້ ຈັດຕັ້ງຟັງເທດສະໜາ ແລະ ການປະ ຕິບັດກໍາມະຖານ. ໂດຍ ມີພຣະອາຈານໃຫຍ່ ມະຫາ ງ່ອນ ດໍາຣົງບຸນ ປະທານອົງ ການ ອພສ ແລະ ການນໍາພັກ- ລັດຈໍານວນໜຶ່ງເຂົ້າຮ່ວມ. ໃນຕອນທ້າຍ ພຣະຍອດຄໍາ ພັດທະຣະເກສີ( ປອ. ດໍາຣົງພິມ ມະຈັກ ) ເຊີນຊວນມາຍັງຊາວ ພຸດທະສາສະນິກະຊົນລາວບັນ ດາເຜົ່າ ໂດຍສະເພາະ ຊາວພຸດ ທະ ສາສະນິກະຊົນຊາວນະຄອນ ຫຼວງ ວຽງຈັນ ຈົ່ງພ້ອມກັນເປັນ ເຈົ້າພາບ, ເຈົ້າສັດທາທີ່ດີໃນການ ຕ້ອນຮັບ ແລະ ເຂົ້າຮ່ວມບຸນ, ຮັກ ສາສິນກິນທານ ແລະ ເຂົ້າຮ່ວມ ພິທີໃສ່ບາດພຣະສົງ 5 ປະເທດ ພ້ອມທັງຮ່ວມກິດຈະກໍາອື່ນໆ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ