ທະຫານແຂວງວຽງຈັນສະຫຼຸບຖອດຖອນບົດຮຽນການຈັດງານແຂ່ງຂັນສິລະປະ - ວັນນະຄະດີສະໝັກຫຼິ້ນ
ເວລາອອກຂ່າວ: 2018-11-25 13:07:24 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 7235 | ຄວາມນິຍົມ: ![]()
ໃນວັນທີ 21 ພະຈິກ 2018 ນີ້, ຢູ່ທີ່ສະໂມສອນຂອງກອງບັນ ຊາການທະຫານແຂວງວຽງຈັນ ໄດ້ຈັດກອງປະຊຸມສະຫລຸບຖອດ ຖອນບົດຮຽນຜົນການເຄື່ອນໄຫວ ເປັນເຈົ້າພາບຈັດງານແຂ່ງຂັນ ສິລະປະ-ວັນນະຄະດີສະໝັກຫຼິ້ນ ທົ່ວກອງທັບຄັ້ງທີ 5 ເຂດແຂ່ງ ຂັນທີ 3 ທີ່ແຂວງວຽງຈັນໄດ້ຮັບ ກຽດເປັນເຈົ້າພາບເພື່ອຂໍ່ານັບຮັບ ຕ້ອນວັນສ້າງຕັ້ງກອງທັບປະຊາ ຊົນລາວຄົບຮອບ 70 ປີ.
ໂດຍການເປັນກຽດເຂົ້າຮ່ວມ ເປັນປະທານຂອງທ່ານ ພົນຕີ ສີດາລໍ່ ຈົ່ງເຕັງເຈ້ຍຊ້າ ຮອງຫົວ
ໜ້າກົມໃຫຍ່ເສນາທິການກອງ ທັບ ໃນນາມເປັນເລຂາຄະນະພັກ, ຫົວໜ້າການທະຫານກອງບັນຊາ ການທະຫານແຂວງວຽງຈັນ, ມີຄະນະພັກ-ຄະນະບັນຊາ ອົງ ການ 5 ຫ້ອງ, ບັນດາອະນຸກຳ ມະການຕ່າງໆ ແລະ ນັກສະແດງ ສິລະປະເຂົ້າຮ່ວມ.
ໃນກອງປະຊຸມພັນໂທ ສົມພັນ ເຮືອງພະຈັນ ຄະນະພັກກອງບັນ ຊາການ, ຮອງຫົວໜ້າຫ້ອງການ ເມືອງ ຄະນະຮັບຜິດຊອບງານ ແຂ່ງຂັນໄດ້ຂຶ້ນຜ່ານບົດສະຫລຸບ ເຊິ່ງໄດ້ຍົກໃຫ້ເຫັນຜົນສຳເລັດ, ຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກບົດ ຮຽນທີ່ຖອດຖອນໄດ້ໃນການຈັດ ຕັ້ງປະຕິບັດ, ເປັນຕົ້ນແມ່ນການ ກະກຽມບັນດາເນື້ອໃນເອກະ ສານ ແລະ ນິຕິກຳຕ່າງໆທີ່ກ່ຽວ ຂ້ອງ ແລະ ປິ່ນອ້ອມຂອງງານ ແຂ່ງຂັນໄດ້ຢ່າງຄົບຖ້ວນ, ປະ ສານສົມທົບກັບອົງການທີ່ກ່ຽວ ຂ້ອງໃນການກຳນົດເປົ້າໝາຍບຸ ຄະລາກອນ, ພ້ອມນັ້ນກໍໄດ້ດຳ ເນີນປຸກລະດົມມວນຊົນເຂົ້າຮ່ວມ ຊົມຮ່ວມເຊຍ, ການແຂ່ງຂັນສະ ແດງສິລະປະສະໝັກຫຼິ້ນຈາກ 17 ຄະນະຕະຫຼອດໄລຍະ 2 ຄືນຢ່າງ ມີບັນຍາກາດຟົດຟື້ນເບີກບານ ມ່ວນຊື່ນ, ການກະກຽມສະຖານ ທີ່ພັກເຊົາໃຫ້ຄະນະນຳກະຊວງ, ຄະນະກຳມະການ, ຄະນະນຳ ແລະ ນັກສະແດງສິລະປະ 16 ຄະນະເຫັນວ່າມີຄວາມຮັບປະກັນ ເປັນຢ່າງດີ, ນອກນັ້ນກໍໄດ້ຕັ້ງ ຮ້ານເວທີສະແດງ, ພິທີເປີດ-ປິດ ພ້ອມທັງປະດັບປະດາເວທີ ແລະ ສະຖານທີ່ຕ່າງໆໃນຂອບເຂດ ເດີ່ນຈັດງານແຂ່ງຂັນສິລະປະ ຢ່າງມີສີສັນ, ມີຄວາມສວຍງາມ ຄວາມເປັນລະບຽບຮຽບຮ້ອຍ ສະອາດງາມຕາ, ຕິດທຸງຊາດ- ທຸງພັກຕໍ່ໜ້າເວທີ, ຕິດໂລໂກງານ ແຂ່ງຂັນສິລະປະ, ຜ້າສາກເວທີ, ໂລໂກ 70 ປີກອງທັບ, ປະດັບ ປະດາຕິດຄຳຂວັນຕ່າງໆໄດ້ຢ່າງ ຄົບຖ້ວນ ແລະ ຖືກຕາມທິດຊີ້ນຳ ຂອງຂັ້ນເທິງໄດ້ກຳນົດໄວ້.
ຜ່ານການແຂ່ງຂັນສາມາດ ຄັດເລືອກໄດ້ 3 ຄະນະທີ່ດີເດັ່ນຄື: ຄະນະສິລະປະກອງບັນຊາການ ທະຫານແຂວງວຽງຈັນ, ຄະນະ ສິລະປະຫ້ອງວ່າການກະຊວງ ປ້ອງກັນປະເທດ ແລະ ຄະນະສິ ລະປະກອງພັນໃຫຍ່ 661 ເປັນ ຕົວແທນໃຫ້ເຂດແຂ່ງຂັນທີ 3 ໄປ ເຂົ້າຮ່ວມແຂ່ງຂັນຊີງຊະນະເລີດ ຢູ່ນະຄອນຫຼວງວຽງຈັນຜ່ານມາ.
ໂດຍ: ຈັນທະຈອນ ສີສະເກດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















