ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ອົງການຕ້ານການສໍ້ລາດບັງຫຼວງລາວ - ມຽນມາ ພົບປະແລກປ່ຽນບົດຮຽນນຳກັນ
ເວລາອອກຂ່າວ: 2018-11-25 13:08:59 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1628 | ຄວາມນິຍົມ:



ວັນທີ 21 ພະຈິກ 2018 ນີ້, ໄດ້ມີີກອງປະຊຸມພົບປະແລກ ປ່ຽນບົດຮຽນລະຫວ່າງອົງການ ກວດກາລັດຖະບານ ແຫ່ງ ສປປ ລາວ ກັບຄະນະກໍາມະການຕ້ານ ການສໍ້ລາດບັງຫຼວງ ສສ ມຽນ ມາທີ່ຫ້ອງປະຊຸມອົງການກວດ ກາລັດຖະບານນະຄອນຫຼວງ ວຽງຈັນ ສປປ ລາວ, ຝ່າຍລາວ ນຳ ໂດຍ ທ່ານ ສີໃນ ມຽງລາວັນ ຮອງປະທານອົງການກວດກາ ລັດຖະບານ ແລະ ຮອງຫົວໜ້າ ອົງການຕ້ານການສໍ້ລາດບັງ ຫຼວງຂັ້ນສູນກາງ ພ້ອມດ້ວຍຄະ ນະ, ຝ່າຍ ສສ ມຽນມາ ນໍາໂດຍ ທ່ານ ຊໍວິນ ຮອງປະທານຄະນະ ກໍາມະການຕ້ານການສໍ້ລາດບັງ ຫຼວງ ສສ ມຽນມາ, ພ້ອມດ້ວຍ ຄະນະ. ໃນໂອກາດນີ້, ທ່ານ ສີໃນ ມຽງລາວັນ ໄດ້ກ່າວຕ້ອນຮັບ ຄະນະຜູ້ແທນຂັ້ນສູງ ຄະນະກຳ ມະການຕ້ານການສໍ້ລາດບັງ ຫຼວງ ສສ ມຽນມາ ພ້ອມທັງຕີ ລາຄາສູງການມາຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນ ຄັ້ງນີ້ແມ່ນມີຄວາມໝາຍສໍາຄັນ ເປັນຢ່າງຍິ່ງເປັນການປະກອບ ສ່ວນທີ່ສຳຄັນເຂົ້າໃນການເສີມ ຂະຫຍາຍສາຍພົວພັນມິດຕະ ພາບ ແລະ ການຮ່ວມມືຖານ ບ້ານໃກ້ເຮືອນຄຽງທີ່ດີ, ສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ສະໜິດສະໝົມເຊິ່ງກັນ ແລະ ກັນ ລະຫວ່າງສອງລັດຖະບານ ແລະ ປະຊາຊົນ 2 ຊາດລາວ-ມຽນມາ ໂດຍສະເພາະແມ່ນເປັນການປະ ຕິບັດບົດບັນທຶກຄວາມເຂົ້າໃຈ ກ່ຽວກັບການຮ່ວມມືສອງຝ່າຍ ລະຫວ່າງ 2 ອົງການຕ້ານການ ສໍ້ລາດບັງຫຼວງລາວ-ມຽນມາ ໃຫ້ນັບມື້ມີປະສິດທິພາບສູງຂຶ້ນ. ການພົບປະແລກປ່ຽນບົດຮຽນ ຄັ້ງນີ້, ທັງສອງຝ່າຍໄດ້ພັດປ່ຽນ ກັນແຈ້ງສະພາບການຈັດຕັ້ງປະ ຕິບັດວຽກງານສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ; ຂໍ້ສະ ດວກ, ຄວາມຫຍຸ້ງຍາກໃນການ ຈັດຕັ້ງປະຕິບັດວຽກງານຕ້ານ ການສໍ້ລາດບັງຫຼວງ ແລະ ວຽກ ງານຈຸດສຸມໃນຕໍ່ໜ້າ. ພ້ອມດຽວ ກັນນີ້ຕ່າງຝ່າຍກໍໃຫ້ຄວາມສົນ ໃຈປະກອບຄໍາຄິດຄໍາເຫັນກ່ຽວ ກັບບົດຮຽນກ່ຽວກັບວຽກງານ ຕ້ານການສໍ້ລາດບັງຫຼວງ, ການ ຈັດຕັ້ງປະຕິບັດຍຸດທະສາດ ແລະ ການຕ້ານການສໍ້ລາດບັງຫຼວງ ໃນຂົງເຂດວຽກງານການສຶກ ສາ ແລະ ເຫັນກົງກັນວ່າບັນຫາ ການສໍ້ລາດບັງຫຼວງເປັນໄພອັນ ຕະລາຍຂອງຊາດ, ຍາມໃດພັກ ແລະ ລັດຖະບານໄດ້ເອົາໃຈໃສ່ ສະກັດກັ້ນແກ້ໄຂບັນຫາປະກົດ ການສໍ້ລາດບັງຫຼວງຕະຫຼອດ ມາ, ປາກົດການສໍ້ລາດບັງຫຼວງ ໄດ້ສ້າງຜົນກະທົບຕໍ່ບົດບາດ ແລະ ຄວາມສາມາດໃນການບໍລິຫານ ປະເທດຂອງລັດຖະບານກໍຄື ຄວາມເຊື່ອໜັ້ນຂອງປະຊາຊົນ ຕໍ່ລັດຖະບານ, ເປັນອຸປະສັກກົດ ໜ່ວງການພັດທະນາ; ເປັນຊ່ອງ ຫວ່າງທີ່ອິດທີກໍາລັງປໍລະປັກ ແລະ ພວກຄົນບໍ່ດີສວຍໃຊ້ເພື່ອ ທັບຖົມໂຈມຕີ ຍ້ອນແນວນັ້ນ ການສະກັດກັ້ນ ແລະ ຕ້ານການ ສໍ້ລາດບັງຫຼວງແມ່ນຄວາມ ຈໍາເປັນພາວະວິໄສ, ເປັນໜ້າທີ່ ແລະ ຄວາມຮັບຜິດຊອບໂດຍ ກົງຈັກ, ອໍານາດລັດ ແລະ ພະ ນັກງານທຸກຂັ້ນຕ້ອງເອົາໃຈໃສ່ ແກ້ໄຂ ແລະ ຖືເປັນບັນຫາສໍາຄັນ ແລະ ຈໍາເປັນໃນການຈັດຕັ້ງປະ ຕິບັດໃຫ້ເຂັ້ມງວດເພື່ອກໍາຈັດ, ປາບປາມ ແລະ ລົບລ້າງທຸກ ການກະທໍາທີ່ເປັນການສໍ້ລາດ ບັງຫຼວງ. ໃນໂອກາດມາຢ້ຽມຢາມ ແລກປ່ຽນບົດຮຽນຢູ່ສປປ ລາວ, ຄະນະຜູ້ແທນຂັ້ນສູງຄະນະກຳ ມະການຕ້ານການສໍ້ລາດບັງ ຫຼວງໄດ້ເຂົ້າຢ້ຽມຂໍ່ານັບການ ນໍາຂັ້ນສູງພັກ-ລັດ ຂອງລາວ, ແລກປ່ຽນບົດຮຽນວຽກງານ ຕ້ານການສໍ້ລາດບັງຫຼວງຢູ່ ແຂວງວຽງຈັນ ແລະ ທ່ຽວຊົມ ສະຖານທີ່ວັດທະນະທໍາຂອງ ລາວອີກຈຳນວນໜຶ່ງ. ໂດຍ: ນາງ ສີອາມອນ ໄຍຮຽງອ່ອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ