ລັດຖະບານຕ້ອງພິຈາລະນາ ແລະ ກຳນົດໃຫ້ຈະແຈ້ງ ການຈັດຕັ້ງປະຕິບັດວາລະແຫ່ງຊາດ
ເວລາອອກຂ່າວ: 2026-07-08 15:13:54 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 678 | ຄວາມນິຍົມ: ![]()
ທ່ານ ມອນໄຊ ລາວມົວຊົ່ງ ຮອງປະທານສະພາແຫ່ງຊາດ, ຕາງໜ້າຄະນະປະຈຳສະພາແຫ່ງຊາດ ໄດ້ປະກອບຄຳເຫັນຕໍ່ບົດລາຍງານວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ I ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 7 ກໍລະກົດ 2026 ນີ້, ທີ່ສະພາແຫ່ງຊາດ, ໂດຍການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.
ທ່ານ ມອນໄຊ ລາວມົວຊົ່ງ ກ່າວວ່າ: ຄະນະປະຈຳສະພາແຫ່ງຊາດ ສະເໜີໃຫ້ລັດຖະບານພິຈາລະນາ ແລະ ກຳນົດໃຫ້ຈະແຈ້ງຕື່ມ ໃນເງື່ອນໄຂທີ່ພວກເຮົາມີງົບປະມານຈຳກັດ ຈະສຸມໃສ່ເຮັດອັນໃດກ່ອນ, ເຮັດອັນໃດລຸນ ເນື່ອງຈາກວ່າບັນຫານີ້ ແມ່ນຕິດພັນກັບການຈັດສັນງົບປະມານ, ບຸກຄະລາກອນ, ເຄື່ອງມື, ອຸປະກອນ ແລະ ພາຫະນະຮັບໃຊ້ຕ່າງໆ. ໃນນັ້ນ, ກ່ຽວກັບກົນໄກການຈັດຕັ້ງປະຕິບັດ ແລະ ການແບ່ງຄວາມຮັບຜິດຊອບ, ດ້ານພື້ນຖານ ແມ່ນເຫັນດີ ຕໍ່ກັບບັນດາກົນໄກ ແລະ ການຈັດແບ່ງຄວາມຮັບຜິດຊອບທີ່ໄດ້ກຳນົດ, ແຕ່ຄະນະປະຈຳສະພາແຫ່ງຊາດ ສະເໜີເພີ່ມຕື່ມບາງບັນຫາ ດັ່ງນີ້: ພິຈາລະນາ ກໍານົດແຈ້ງຕື່ມກ່ຽວກັບມາດຕະການຈັດຕັ້ງປະຕິບັດ ວາລະແຫ່ງຊາດ ວ່າດ້ວຍການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຕົວຈິງ, ຮັບປະກັນປະສິດທິພາບ ແລະ ປະສິດທິຜົນ; ສະເໜີໃຫ້ປັບປຸງກົນໄກການປະສານງານ ລະຫວ່າງ ພາກລັດ ແລະ ເອກະຊົນ, ອົງການຈັດຕັ້ງສັງຄົມ, ອົງການຈັດຕັ້ງສາກົນໃຫ້ຈະແຈ້ງ ແລະ ຮັດກຸມກວ່າເກົ່າ; ພິຈາລະນານະໂຍບາຍຕໍ່ຜູ້ທີ່ມີຜົນງານ ຫຼື ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຈັດຕັ້ງປະຕິບັດ ວາລະແຫ່ງຊາດສະບັບນີ້ ຢ່າງສົມເຫດ-ສົມຜົນ ເພື່ອສ້າງແຮງຈູງໃຈໃຫ້ທຸກພາກສ່ວນຂອງສັງຄົມເຂົ້າຮ່ວມຢ່າງກວ້າງຂວາງ. ໃນນັ້ນ, ທັດສະນະ ຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ກັບການພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ. ໃນໄລຍະຜ່ານມາ, ຄະນະປະຈຳສະພາແຫ່ງຊາດ ກໍຄືສະມາຊິກສະພາແຫ່ງຊາດ ຊຸດທີ IX ກໍໄດ້ ຕິດຕາມ, ກວດກາ, ຊຸກຍູ້ການຈັດຕັ້ງປະຕິບັດວຽກງານພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກຕາມພາລະບົດບາດຂອງຕົນ, ຜ່ານການຕີລາຄາຜົນການຕິດຕາມ ກວດກາ, ຄະນະປະຈຳສະພາແຫ່ງຊາດມີບາງທັດສະນະ ດັ່ງນີ້: ການພັດທະນາຊົນນະບົດໃນໄລຍະຜ່ານມາ ໂດຍສະເພາະແມ່ນການກໍ່ສ້າງພື້ນຖານໂຄງລ່າງເຫັນວ່າ: ຍັງບໍ່ທັນມີຈຸດສຸມເທົ່າທີ່ຄວນ ເຊັ່ນ: ເສັ້ນທາງຄົມມະນາຄົມ, ໄຟຟ້າ, ໂທລະຄົມ ແລະ ການສື່ສານ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ສໍານັກງານອົງການ ອັນໃດແທ້ທີ່ພວກເຮົາຈະສຸມໃສ່ກ່ອນ, ອັນໃດຄວນເຮັດລຸນ, ພ້ອມນີ້ ພື້ນຖານໂຄງລ່າງ ທີ່ໄດ້ຮັບການກໍ່ສ້າງສໍາເລັດ ບາງບ່ອນຍັງບໍ່ທັນຮັບປະກັນທາງດ້ານຄຸນນະພາບເທົ່າທີ່ຄວນ, ການແກ້ໄຂບັນຫາຊີວິດການເປັນຢູ່ຂອງປະຊາຊົນຍັງບໍ່ທັນໄດ້ສຸມໃສ່ຢ່າງສົມເຫດ-ສົມຜົນ; ການຈັດສັນພູມລໍາເນົາ ແລະ ອາຊີບຄົງທີ່ ຕ້ອງຮັບປະກັນຄວາມຍືນຍົງ; ການໂຮມບ້ານ ຕ້ອງໃຫ້ສອດຄ່ອງກັບສະພາບຄວາມເປັນຈິງ ຂອງທ້ອງຖິ່ນ ໂດຍສະເພາະແມ່ນເຂດຍຸດທະສາດປ້ອງກັນຊາດ, ການໂຮມບ້ານ ບາງບ່ອນສາມາດໂຮມໄດ້ແຕ່ການຈັດຕັ້ງ, ແຕ່ປະຊາຊົນແມ່ນບໍ່ສາມາດໂຮມກັນໄດ້ ເນື່ອງຈາກທີ່ດິນທໍາການຜະລິດບໍ່ພຽງພໍ ເຮັດໃຫ້ປະຊາຊົນຈຳນວນໜຶ່ງກັບຄືນໄປຢູ່ບ້ານເກົ່າເພື່ອທໍາການຜະລິດ ແລະ ຕົກເຂົ້າສູ່ກໍລະນີ ແຍກຕົວອອກຫ່າງຈາກອໍານາດການປົກຄອງບ້ານ ແລະ ອຳນາດການປົກຄອງບ້ານ ບາງບ່ອນກໍບໍ່ສາມາດຄຸ້ມຄອງໄດ້ຢ່າງທົ່ວເຖິງ ກາຍເປັນຊ່ອງຫວ່າງ ກໍ່ໃຫ້ເກີດປະກົດການຫຍໍ້ທໍ້ ເຊັ່ນ: ບັນຫາຢາເສບຕິດ, ການຄ້າຂາຍເຖື່ອນ, ການບຸກລຸກຊັບພະຍາກອນທຳມະຊາດ ແລະ ອື່ນໆ ຊຶ່ງໄດ້ສົ່ງຜົນກະທົບເຖິງຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ; ພິຈາລະນາ ຄົ້ນຄວ້ານະໂຍບາຍ, ກຳນົດມາດຕະການ ຈັດຕັ້ງປະຕິບັດສໍາລັບປະຊາຊົນ ແລະ ພາກທຸລະກິດ ທັງພາຍໃນ ແລະ ຕ່າງປະເທດຢູ່ໃນຈຸດສຸມວຽກ ທີ່ 3, 4, 5 ໃຫ້ມີຄວາມເໝາະສົມ ເພື່ອຮັບປະກັນໃຫ້ປະຊາຊົນ ແລະ ພາກທຸລະກິດທັງພາຍໃນ ແລະ ຕ່າງປະເທດ ສາມາດປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວາລະແຫ່ງຊາດສະບັບນີ້ໄດ້ຢ່າງມີປະສິດທິພາບ ແລະ ປະສິດທິຜົນ; ພິຈາລະນາ ແບ່ງຄວາມຮັບຜິດຊອບໃຫ້ບາງຂະແໜງການຕື່ມ ເປັນຕົ້ນ ແມ່ນກະຊວງປ້ອງກັນປະເທດ ເນື່ອງຈາກວ່າ: ບາງຈຸດສຸມທີ່ລັດຖະບານກຳນົດ ຕິດພັນກັບເຂດພື້ນຖານການປະຕິວັດ, ເຂດລຽບຊາຍແດນ, ທະນາຄານແຫ່ງ ສປປ ລາວ ຄົ້ນຄວ້າ, ສົ່ງເສີມບັນດາທະນາຄານທຸລະກິດ, ສະຖາບັນການເງິນ ມີນະໂຍບາຍປ່ອຍເງິນກູ້ທີ່ເໝາະສົມ ເພື່ອຮັບປະກັນໃຫ້ປະຊາຊົນເຂດຊົນນະບົດເຂົ້າເຖິງແຫຼ່ງທຶນກູ້ຢືມ; ຕ້ອງເພີ່ມທະວີຄວາມເຂັ້ມງວດ ແລະ ເດັດຂາດໃນການບັງຄັບໃຊ້ກົດໝາຍ ເພື່ອຄຸ້ມຄອງລັດ-ຄຸ້ມຄອງສັງຄົມ, ປົກປັກຮັກສາ ແລະ ນໍາໃຊ້ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຢ່າງມີປະສິດທິຜົນ ໂດຍສະເພາະແມ່ນການຄຸ້ມຄອງບັນດາໂຄງການຂຸດຄົ້ນແຮ່ທາດຕ່າງໆ ແລະ ຄຸ້ມຄອງບັນຫາສິ່ງແວດລ້ອມ; ສຸມໃສ່ສ້າງບຸກຄະລາກອນກັບທີ່ ຕິດພັນກັບການຫັນພະນັກງານລົງກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດ ແລະ ແກ້ໄຂຄວາມທຸກຍາກ ຕາມທິດ 3 ສ້າງ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















