ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ອົງການໄອຍະການທະຫານຂັ້ນສູງ ເຜີຍແຜ່ເອກະສານກ່ຽວກັບກົດລະບຽບຂອງກອງທັບ ແລະ ການຈັດຕັ້ງບ້ານ
ເວລາອອກຂ່າວ: 2026-07-08 15:32:00 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 700 | ຄວາມນິຍົມ:



ວັນທີ 8 ກໍລະກົດ 2026 ນີ້, ທີ່ອົງການໄອຍະການທະຫານຂັ້ນສູງ ໄດ້ຈັດພິທີ ເຜີຍແຜ່ເອກະສານກ່ຽວກັບກົດລະບຽບຂອງກອງທັບ ແລະ ການຈັດຕັ້ງບ້ານ, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ຄໍາຫຼ້າ ນັນທະລັດ ຮອງຫົວໜ້າອົງການໄອຍະການທະຫານຂັ້ນສູງ, ມີຫົວໜ້າພະແນກ-ຮອງພະແນກ ພ້ອມດ້ວຍພະນັກງານ-ນັກຮົບ ທົ່ວອົງການໄອຍະການທະຫານຂັ້ນສູງເຂົ້າຮ່ວມ. ໃນພິທີ ສະຫາຍ ພັນໂທ ກັນຫາ ແສງມະນີ ຫົວໜ້າພະແນກກວດກາທົ່ວໄປ ໄດ້ເຜີຍແຜ່ກົດລະບຽບຂອງກອງທັບ ເຊິ່ງປະກອບມີ xvi ພາກ 299 ມາດຕາ ເຊິ່ງເປັນຄໍາແນະນໍາກ່ຽວກັບບ້ານ ແລະ ການຈັດຕັ້ງບ້ານ. ຫຼັງຈາກນັ້ນ, ສະຫາຍ ພັນໂທ ແອຮັກ ແກ້ວດາລາ ຮອງຫົວໜ້າພະແນກຕິດຕາມກວດກາທົ່ວໄປ ກໍໄດ້ເຜີຍແຜ່ເອກະສານກ່ຽວກັບການຈັດຕັ້ງບ້ານ ເພື່ອຜັນຂະຫຍາຍເນື້ອໃນ ກ່ຽວກັບສ້າງບ້ານ ເປັນການຈັດຕັ້ງຊຸມຊົນ ຂຶ້ນກັບຄະນະກຳມະການປົກຄອງຕາແສງ ໃຫ້ສອດຄ່ອງກັບກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ມີຄວາມເຂົ້າໃຈເປັນເອກະພາບ ໃນການຈັດຕັ້ງປະຕິບັດ ໃນຂອບເຂດທົ່ວປະເທດ; ເພື່ອເປັນບ່ອນອີງໃຫ້ແກ່ການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງການຈັດຕັ້ງບ້ານ ທີ່ເປັນການຈັດຕັ້ງຊຸມຊົນ ໃນຂອບເຂດທົ່ວປະເທດ; ເພື່ອເປັນຄູ່ມືໃຫ້ອົງການປົກຄອງທ້ອງຖິ່ນ ໃນການຊຸກຍູ້, ຕິດຕາມ, ກວດກາ ການຈັດຕັ້ງ ແລະ ການເຄື່ອນໄຫວ ປະຕິບັດໜ້າທີ່ວຽກງານຂອງບ້ານ ທີ່ເປັນການຈັດຕັ້ງຊຸມຊົນ. ການເຜີຍແຜ່ໃນຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ນາຍ ແລະ ພົນທະຫານ ໃນທົ່ວອົງການໄອຍະການທະຫານຂັ້ນສູງ ເຂົ້າໃຈຢ່າງເລິກເຊິ່ງ, ເຊື່ອມຊຶມ ແລະ ກຳແໜ້ນຕໍ່ບັນດາຂໍ້ກຳນົດ, ກົດລະບຽບຂອງກອງທັບ ແລະ ການຈັດຕັ້ງບ້ານ ເພື່ອພ້ອມກັນຕັ້ງໜ້າປັບປຸງ, ແກ້ໄຂ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ, ເຂັ້ມງວດ. ໂດຍ: ບຸນຊ້ອຍ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ