ປະກາດແຕ່ງຕັ້ງຫົວໜ້າ ແລະ ຮອງຫົວໜ້າຫ້ອງການກົມໃຫຍ່ພະລາທິການກອງທັບ
ເວລາອອກຂ່າວ: 2018-11-25 13:10:16 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1654 | ຄວາມນິຍົມ: ![]()
ໃນຕອນແລງຂອງວັນ ທີ 21 ພະຈິກ 2018 ນີ້, ຢູ່ທີ່ຫ້ອງ ປະຊຸມກົມໃຫຍ່ພະລາທິການ ກອງທັບ, ໄດ້ຈັດພິທີປະກາດ ການແຕ່ງຕັ້ງຫົວໜ້າ ແລະ ຮອງ ຫົວໜ້າຫ້ອງການກົມໃຫຍ່ພະລາ ທິການກອງທັບ ໂດຍການເປັນ ປະທານຂອງ ທ່ານ ພົນຕີ ວົງຄຳ ພົມມະກອນ ກຳມະການຄະນະ ປະຈຳພັກກະຊວງປ້ອງກັນປະ ເທດ, ເລຂາຄະນະພັກກົມໃຫຍ່, ຫົວໜ້າກົມໃຫຍ່ພະລາທິການ ກອງທັບ, ມີບັນດາກົມ, ຄະນະ ຫ້ອງການ ພ້ອມດ້ວຍພະນັກງານ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ພັນໂທ ໄພວັນ ໄຊພູບານ ຮອງ ຫົວໜ້າຫ້ອງການເມຶືອງ ກົມໃຫຍ່ ພະລາທິການກອງທັບ ໄດ້ຂຶ້ນ ຜ່ານຂໍ້ຕົກລົງຂອງກະຊວງປ້ອງ ກັນປະເທດ ວ່າດ້ວຍການແຕ່ງ ຕັ້ງຫົວໜ້າຫ້ອງການ ແລະ ຮອງ ຫົວໜ້າຫ້ອງການ ກົມໃຫຍ່ພະລາ ທິການກອງທັບ, ອີງຕາມທິດ ທາງກ່ຽວການບູລະນະກົງຈັກ ການຈັດຕັ້ງນຳພາ-ບັນຊາໃນກຳ ລັງປະກອບອາວຸດໃຫ້ເຂັ້ມແຂງ, ໜັກແໜ້ນ, ຮອບດ້ານ ເພື່ອເຮັດ ສຳເລັດໜ້າທີ່ປົກປັກຮັກສາ ແລະ ພັດທະນາປະເທດຊາດ, ອີງຕາມ ໜັງສືສະເໜີຂອງກົມໃຫຍ່ພະລາ ທິການກອງທັບ ກະຊວງປ້ອງ ກັນປະເທດຕົກລົງ ແຕ່ງຕັ້ງ ພັນ ໂທ ຄຳແຫວນ ຫຼ້າບົວມະຫາໄຊ ເປັນຫົວໜ້າຫ້ອງການກົມໃຫຍ່ ພະລາທິການກອງທັບ ແລະ ແຕ່ງ ຕັ້ງ ພັນໂທ ບຸນມີ ວິເສດສິນ ເປັນ ຮອງຫົວໜ້າຫ້ອງການກົມໃຫຍ່ ພະລາທິການກອງທັບ.
ໂອກາດນີ້, ທ່ານ ພົນຕີ ວົງຄຳ ພົມມະກອນ ກໍໄດ້ມີຄຳເຫັນໂອ້ ລົມຊີ້ທິດເຍືອງທາງຕໍ່ຜູ້ທີ່ໄດ້ ຖືກແຕ່ງຕັ້ງຮັບໜ້າທີ່ໃໝ່ໃນຄັ້ງ ນີ້ ໃຫ້ສືບຕໍ່ເຮັດສຳເລັດໜ້າທີ່ ການເມືອງຂອງຕົນໃນສະເພາະ ໜ້າ ແລະ ຍາວນານ, ເອົາໃຈໃສ່ ຍົກສູງຄວາມຮັບຜິດຊອບຕໍ່ໜ້າ ທີ່ ວຽກງານໃຫ້ສູງຂຶ້ນກວ່າເກົ່າ, ມີຄວາມສາມັກຄີເປັນເອກະ ພາບ, ປະຕິບັດແບບແຜນວິທີ ເຮັດວຽກຕາມຫຼັກການລວມສູນ ປະຊາທິປະໄຕ, ນຳພາເປັນໝູ່ ຄະນະ, ມອບໃຫ້ບຸກຄົນຮັບຜິດ ຊອບຢ່າງຈະແຈ້ງ, ເຝິກຝົນຫຼໍ່ ຫຼອມຕົນເອງ,ຮໍ່າຮຽນວຽກ ງານຕົວຈິງ,ຈິງໃຈຊ່ວຍເຫຼຶອ ຖອດຖອນບົດຮຽນເຊິ່ງກັນ ແລະ ກັນ, ປົກປັກຮັກສາ ແລະ ເສີມ ຂະຫຍາຍມູນເຊື້ອອັນດີງາມ ຂອງກອງທັບ, ເອົາໃຈໃສ່ດຳ ເນີນຊີວິດການເມືອງເປັນປະຈຳ ຕຳນິຕິຊົມຕົນເອງ ແລະ ໝູ່ເພື່ອນ ດ້ວຍຄວາມຈິງໃຈ, ກຳແໜ້ນໜ້າ ທີ່ການເມືອງຂອງກົມໃຫຍ່ ແລະ ຂອງກອງທັບແຕ່ລະໄລຍະ ເພື່ອ ຈັດຕັ້ງ-ນຳພາສຶກສາອົບຮົມການ ເມືອງນຳພາແນວຄິດຂອງກົມ ກອງໃຫ້ເລິກເຊິ່ງ, ທົ່ວເຖິງ, ສ້າງ ຍາດກ້າວບຸກທະລຸທາງດ້ານ ຄວາມຮັບຮູ້ ແລະ ເອົາໃຈໃສ່ປະຕິ ບັດແນວທາງການຕ່າງປະເທດ ຂອງພັກໃຫ້ຖືກຕ້ອງ ໂດຍສະ ເພາະຮັກສາມູນເຊື້ອຄວາມສາ ມັກຄີກັບບັນດາເພື່ອນມິດຍຸດທະ ສາດ ແລະ ເພື່ອມິດສາກົນອື່ນໆ.
ໂດຍ: ຄຳປະສົງ ລາດຊະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















