ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 14 ກໍລະກົດ 2026

  

ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ເຄື່ອນໄຫວ ຊີ້ນໍາວຽກງານການກະກຽມ ງານພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3
ເວລາອອກຂ່າວ: 2026-07-08 15:56:46 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 791 | ຄວາມນິຍົມ:



ໃນວັນທີ 8 ກໍລະກົດ 2026 ນີ້, ສະຫາຍ ພົນໂທ ສາຍໃຈ ກົມມະສິດ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະຮັບຜິດຊອບຈັດງານ ພົບປະມິດຕະພາບວຽກງານປ້ອງກັນຊາດ ຢູ່ເຂດຊາຍແດນ ຂັ້ນລັດຖະມົນຕີ ກະຊວງປ້ອງກັນປະເທດ ລາວ-ຫວຽດນາມ ຄັ້ງທີ 3 ໃນ ລະຫວ່າງ ວັນທີ 9-10 ກໍລະກົດ 2026 ນີ້, ຢູ່ທີ່ດ່ານທ້ອງຖິ່ນນໍ້າອ້ອນ ແຂວງບໍລິຄໍາໄຊ ສປປ ລາວ ແລະ ດ່ານທ້ອງຖິ່ນ ແທ້ງຖຸ້ຍ ແຂວງເຫງະອານ ສສ ຫວຽດນາມ ເພື່ອຮັບປະກັນໃນການກະກຽມວຽກງານທຸກດ້ານໃຫ້ມີຄວາມພ້ອມ ແລະ ສຳເລັດຕາມແຜນການ. ການລົງເຄື່ອນໄຫວຊີ້ນໍາໃນຄັ້ງນີ້, ສະຫາຍ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ໄດ້ເນັ້ນໜັກໃຫ້ ບັນດາອະນຸກຳມະການ ເອົາໃຈໃສ່ໃນວຽກງານປ້ອງກັນ, ພິທີການ, ການຮັບຮອງຄະນະຜູ້ແທນ, ການຈັດສະຖານທີ່, ການຈັດລະບົບການຈະລາຈອນ, ການຄຸ້ມຄອງຄວາມປອດໄພ, ວຽກງານຂ່າວສານ, ວຽກງານສາທາລະນະສຸກ ແລະ ການອໍານວຍຄວາມສະດວກໃນບັນດາກິດຈະກໍາປິ່ນອ້ອມ ເພື່ອຮັບປະກັນການຈັດງານດໍາເນີນໄປດ້ວຍຜົນສຳເລັດ. ກິດຈະກໍາຄັ້ງນີ້, ເປັນເຫດການສໍາຄັນທາງການເມືອງ ແລະ ການຕ່າງປະເທດ ຂອງສອງກະຊວງປ້ອງກັນປະເທດ ທີ່ສະທ້ອນໃຫ້ເຫັນເຖິງ ສາຍສໍາພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ. ໂດຍ: ໂຊເລ້ ບຸນເຮືອງ ພາບ: ໄພລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ