ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ມອບ​ເຄື່ອງ​ຊ່ວຍເຫຼືອ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແຂວງ​ຫຼວງ​ນ້ຳ​ທາ
ເວລາອອກຂ່າວ: 2026-07-10 09:02:23 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 169 | ຄວາມນິຍົມ:



ໃນ​ວັນ​ທີ 30 ມິຖຸນາ 2026, ພະ​ແນກ​ຊາວ​ໜຸ່ມ ຫ້ອງ​ການ ເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ໄດ້​ມອບ​ເຄື່ອງ​ຊ່ວຍເຫຼືອ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ ແຂວງ​ຫຼວງ​ນ້ຳ​ທາ ເປັນ​ເຄື່ອງ​ຈັກ​ຕັດ​ຫຍ້າ 1 ເຄື່ອງ ລວມ​ມູນ​ຄ່າ 2.200.000 ກີບ ໂດຍ​ການ​ກ່າວ​ມອບ​ຂອງ ສະຫາຍ ພັນ​ຕີ ສຸ​ເພັດ ວົງ​ຂັນ​ສາ ຫົວໜ້າ​ພະ​ແນກ​ຊາວ​ໜຸ່ມ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ພ້ອມ​ດ້ວຍ​ຄະນະ ແລະ ກ່າວ​ຮັບ​ຂອງ ສະຫາຍ ພັນ​ໂທ ຄຳ​ແພງ ບຸນ​ປະເສີດ ຫົວໜ້າ​ການເມືອງ ໂຮງຮຽນ​ການ​ທະຫານ​ທ້ອງຖິ່ນ​ແຂວງ​ຫຼວງ​ນ້ຳ​ທາ ພ້ອມ​ດ້ວຍ​ຄະນະ. ສະຫາຍ ພັນ​ໂທ ຄຳ​ແພງ ບຸນ​ປະເສີດ ໄດ້​ສະແດງ​ຄວາມ​ຂອບໃຈ​ມາ​ຍັງ ພະ​ແນກ​ຊາວ​ໜຸ່ມຫ້ອງ​ການເມືອງ ກອງ​ບັນຊາ​ການ​ທະຫານ​ແຂວງ​ຫຼວງ​ນ້ຳ​ທາ ທີ່​ໄດ້​ນຳ​ເອົາ​ເຄື່ອງ​ຈັກ​ຕັດ​ຫຍ້າ ມາ​ມອບ​ໃຫ້​ໃນ​ຄັ້ງ​ນີ້ ອວຍພອນ​ໄຊ​ແດ່ ທາງ​ພະ​ແນກ​ຊາວ​ໜຸ່ມ ຈົ່ງ​ມີ​ສຸຂະພາບ​ເຂັ້ມແຂງ, ມີ​ຄວາມ​ພາ​ສຸກ​ໃນ​ຊີວິດ​ສ່ວນ​ຕົວ ແລະ ຄອບຄົວ ມີ​ຜົນສຳເລັດ​ໃນ​ໜ້າທີ່​ວຽກ​ງານ ໃຫ້​ມີ​ຄວາມ​ກ້າວໜ້າ​ຂຶ້ນ​ເລື້ອຍໆ ແລະ ໃຫ້​ຄຳ​ໝັນ​ສັນຍາ​ວ່າ ຈະ​ນຳ​ເອົາ​ເຄື່ອງ​ດັ່ງກ່າວ​ໄປ​ໝູນ​ໃຊ້ ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ. ໂດຍ: ບຸນ​ປັນ ປັນຍາ​ລິນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ