ກອງທັບປະຊາຊົນລາວ
 
ວັນສຸກ, ວັນທີ 07 ສິງຫາ 2026

  

ກອງພັນ​ໃຫຍ່​ຕີ​ພິເສດ 497 ເປີດ​ອົບຮົມ​ກວດ​ສອບ​ເລຂາ-ຮອງ​ເລຂາ ໜ່ວຍ​ພັກ ຄັ້ງ​ທີ III
ເວລາອອກຂ່າວ: 2026-07-10 09:07:51 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 166 | ຄວາມນິຍົມ:



ໃນ​ວັນ​ທີ 1 ມີ​ຖຸ​ນາ 2026 ທີ່​ຜ່ານ​ມາ, ຄະນະ​ພັກ ກອງພັນ​ໃຫຍ່​ຕີ​ພິເສດ 497 ໄດ້​ເປີດ​ເຝີກ​ອົບຮົມ​ກວດ​ສອບ​ເລຂາ-ຮອງ​ເລຂາ ໜ່ວຍ​ພັກ ຄັ້ງ​ທີ III, ໂດຍ​ການ​ເປັນ​ປະທານ ຂອງ​ສະຫາຍ ພັນ​ເອກ ພອນ​ໄຊ ບໍ​ລະດົມ ເລຂາ​ຄະນະ​ພັກ ຫົວໜ້າ​ການເມືອງ ກອງພັນ​ໃຫຍ່ 497, ມີ​ສະຫາຍ ພັນ​ເອກ ບຸນ​ຍົງ ພົມມາ​ລາ ຮອງ​ຫົວໜ້າ​ກົມ​ຈັດ​ຕັ້ງ​ພັກ ກົມ​ໃຫຍ່​ການເມືອງ​ກອງທັບ, ມີ​ບັນດາ​ສະຫາຍ​ຄະນະ​ຮັບຜິດຊອບ​ເຝີກ​ອົບຮົມ, ບັນດາ​ສະຫາຍ​ເລຂາ, ຮອງ​ເລຂາ, ກຳມະການ​ຄະນະ​ພັກ​ຮາກ​ຖານ, ໜ່ວຍ​ພັກ​ທີ່​ເຂົ້າ​ເຝີກ​ອົບຮົມ​ເຂົ້າ​ຮ່ວມ. ສະຫາຍ ພັນ​ເອກ ບຸນ​ຍົງ ພົມມາ​ລາ ຮອງ​ຫົວໜ້າ​ກົມ​ຈັດ​ຕັ້ງ​ພັກ; ໄດ້​ຜ່ານ​ຂໍ້​ຕົກລົງ​ຂອງ​ກົມ​ໃຫຍ່​ການເມືອງ​ກອງທັບ ວ່າ​ດ້ວຍ​ການ​ອະນຸມັດ ການ​ເປີດ​ເຝີກ​ອົບຮົມ​ກວດ​ສອບ​ເລຂາ​ຮອງ​ເລຂາຮາກ​ຖານ​ພັກ ຢູ່​ຄະນະ​ພັກ ກອງພັນ​ໃຫຍ່ 497 ວ່າ​ດ້ວຍ​ການຈັດຕັ້ງ​ເຝີກ​ອົບຮົມ ແລະ ກວດ​ສອບ​ເລຂາ, ຮອງ​ເລຂາ ຮາກ​ຖານ​ພັກ​ໃນ​ທົ່ວ​ກອງທັບ ເພື່ອ​ເຮັດ​ໃຫ້ການ​ເຝິກ​ອົບຮົມ​ກວດ​ສອບ​ເລຂາ, ຮອງ​ເລຂາ​ພັກ​ຮາກ​ຖານ​ພັກ ດຳເນີນ​ໄປ​ຕາມ​ແຜນການ ແລະ ໄດ້​ຮັບ​ຜົນ​ດີ. ຈາກ​ນັ້ນ, ສະຫາຍ ພັນ​ໂທ ບຸນ​ທອນ ໝື່ນ​ແກ້ວ ກຳມະການ​ຄະນະ​ພັກ ຮອງ​ຫົວໜ້າ​ພະ ແນກການ​ເມືອງ ກອງພັນ​ໃຫຍ່ 497 ກໍ່​ໄດ້​ຂຶ້ນ​ຜ່ານ​ແຜນການ​ເຝີກ​ອົບຮົມ, ຜ່ານ​ມະຕິ​ຕົກລົງ​ຂອງ​ຄະນະ​ພັກ ກອງພັນ​ໃຫຍ່​ຕີ​ພິເສດ 497 ພ້ອມ​ທັງ​ແຈ້ງ​ລາຍ​ຊື່​ອະນຸ​ກຳມະການ​ກວດ​ສອບ, ນັກ​ກວດ​ສອບ​ແຕ່​ລະ​ໜ່ວຍ ແລະ ສະຖານທີ່​ຄົ້ນຄວ້າ​ກວດ​ສອບ ເຊິ່ງ​ເປົ້າ​ໝາຍ​ທີ່​ເຂົ້າ​ຮ່ວມ​ເຝີກ​ອົບຮົມ​ໃນ​ຄັ້ງ​ນີ້, ແມ່ນ​ມີ​ບັນດາ​ສະຫາຍເລຂາ, ຮອງ​ເລຂາ, ກຳມະການ​ຄະນະ​ພັກ​ຮາກ​ຖານ-ຄະນະ​ໜ່ວຍ​ພັກ ລວມ​ມີ​ອະນຸ​ກຳມະ ການ​ກວດ​ສອບ 18 ສະຫາຍ ແລະ ນັກ​ກວດ​ສອບ 103 ສະຫາຍ, ຍິງ 02 ສະຫາຍ, ແບ່ງ​ອອກ​ເປັນ 6 ຈຸ​ຄົ້ນຄວ້າ. ສ່ວນ​ເນື້ອ​ໃນ​ເອກະສານ​ທີ່​ນຳ​ມາ​ເຝີກ​ອົບຮົມ​ແບ່ງ​ອອກ​ເປັນ 02 ພາກ: ພາກ​ທິດ​ສະ​ດີ ມີ 20 ຄຳ​ຖາມ 20 ຄຳ​ຕອບ ແລະ ພາກ​ປະຕິບັດ​ຕົວ​ຈິງ ມີ 20 ຄຳ​ຖາມ 20 ຄຳ​ຕອບ. ຈຸດປະສົງ ຂອງ​ການ​ເຝີກ​ອົບຮົມ​ໃນ​ຄັ້ງ​ນີ້, ແມ່ນ​ເພື່ອ​ຍົກ​ສູງ​ລະດັບ​ຄວາມ​ສາມາດ​ນຳພາ​ຂອງ​ການຈັດຕັ້ງ​ຮາກ​ຖານ​ພັກ ໂດຍ​ສະເພາະ​ແມ່ນ​ຖັນ​ແຖວ ເລຂາ, ຮອງ​ເລຂາ​ໜ່ວຍ​ພັກ ທົ່ວ​ຄະນະ​ພັກ​ກອງພັນ​ໃຫຍ່ ຕີ​ພິເສດ 497 ແນ​ໃສ່​ປັບປຸງ​ການຈັດຕັ້ງ​ພັກ​ຮາກ​ຖານ ໃຫ້​ໜັກ​ແໜ້ນ, ເຂັ້ມແຂງ ສາມາດ​ເສີມ​ຂະຫຍາຍ​ກຳລັງ​ແຮງ, ຄວາມ​ສາມາດ​ສູ້​ຮົບ ແລະ ເຮັດ​ສຳເລັດ​ໜ້າທີ່​ການເມືອງ​ໃນ​ໄລຍະ​ໃໝ່, ເປັນ​ການ​ຊຸກຍູ້, ປຸກລະດົມ​ຂະ​ບວນ​ການ​ສ້າງ​ໜ່ວຍ​ພັກ​ປອດ​ໃສ, ເຂັ້ມແຂງ, ໜັກ​ແໜ້ນ ໃນ​ທົ່ວ ຄະນະ​ພັກ ກອງພັນ​ໃຫຍ່​ຕີ​ພິເສດ 497 ໃຫ້​ເປັນ​ຂະ​ບວນ​ການ​ຟົດຟື້ນ, ໂດຍ​ຖື​ເອົາ​ຄຸນ​ນະ​ພາບ​ເປັນ​ບັນຫາ​ສຳຄັນ ຮັບປະກັນ​ເຮັດ​ໃຫ້​ກົມ​ກອງ​ມີ​ທ່ວງ​ທ່າ​ຂະຫຍາຍຕົວ​ຂຶ້ນ​ອີກ​ດ້ວຍ. ໂດຍ: ເປິ້ນແສງ​ຄຳ​ມີ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ