ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຫ້ອງ​ການເມືອງ ກອງ​ພົນ​ທີ 4 ສຸມ​ໃສ່​ການ​ປັກ​ດຳ​ເຂົ້ານາ​ປີ ໃຫ້​ທັນ​ກັບ​ລະດູ​ການ
ເວລາອອກຂ່າວ: 2026-07-10 09:13:30 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 217 | ຄວາມນິຍົມ:



ການ​ຍົກ​ສູງ​ນ້ຳໃຈ “ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ” ເປັນ​ອີກ​ມາດຖານ​ໜຶ່ງ ທີ່​ເຮັດ​ໃຫ້​ ພະນັກງານ-ນັກຮົບ​ໃນ​ກົມກອງ​ ນັບ​ມື້​ຊີວິດ​ການ​ເປັນ​ຢູ່ຕາມ​ແບບ ແຜນ ແລະ ຂໍ້​ກຳນົດ ຂອງ​ກົມ​ໃຫຍ່​ພະລາທິການ​ກອງທັບ​ວາງ​ອອກ ໂດຍ​ສຸມ​ໃສ່​ວຽກ​ງານ 4 ປູກ 4 ລ້ຽງ ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ. ເລີ່ມ​ແຕ່​ວັນ​ທີ 6 ກໍລະກົດ 2026 ເປັນຕົ້ນມາ, ສະຫາຍ ພັນ​ເອກ ຈັນ​ທຸມມາ ນໍ​ອາມາດ ຫົວໜ້າ​ຫ້ອງ​ການ ເມືອງ ກອງ​ພົນ​ທີ 4 ພ້ອມດ້ວຍຄະນະ ​ພັກ-ຄະນະ​ຫ້ອງ, ບັນດາ​ພະແນກ ການຕະຫຼອດ​ຮອດພະນັກງານ-ນັກຮົບ ໄດ້​ພ້ອມພຽງ​ກັນ​ສຸມ​ໃສ່​ການ​ປັກ​ດຳ​ເຂົ້ານາ​ປີ 2026 ໃຫ້​ທ່ວງ​ທັນ​ກັບ​ລະດູ​ການ. ຄະນະ​ຊີ້​ນຳ​ການ​ຜະລິດ​ເຂົ້າ ນາ​ປີ ຂອງ​ຫ້ອງ​ການເມືອງ ໃຫ້​ຮູ້​ວ່າ: ໃນ​ເບື້ອງ​ຕົ້ນ ພວກເຮົາໄດ້​ ແບ່ງ​ອອກ​ເປັນ 2 ຈຸ​ຄື: ຈຸ​ທີ 1 ແມ່ນ​ ຈຸ​ລົດ​ໄຖ, ເຊິ່ງ​ຈະ​ໄດ້​ໄຖ ແລະ ຄາດ ​ນາ ໃຫ້​ສຳເລັດ, ສ່ວນຈຸ​ທີ 2 ແມ່ນ ຫຼົກ​ກ້າໃຫ້ໄດ້ຕາມແຜນການໂດຍ ​ກຳນົດ​ເອົາ 1 ຄົນ ໃຫ້​ໄດ້ 30 ມັດ ເພື່ອ​ກະກຽມ​ໃຫ້​ແກ່​ການ​ປັກ​ດຳ​ເຂົ້ານາ​ໃນ​ມື້​ຖັດ​ໄປ, ໂດຍ​ຈະ​ເລັ່ງ​ປັກ​ດຳນາ ໃຫ້​ສຳເລັດ​ໃນ​ທ້າຍ​ເດືອນ​ກໍລະກົດ 2026 ນີ້. ສະຫາຍ ພັນ​ເອກ ຈັນ​ທຸມມາ ນໍ​ອາມາດ ໄດ້​ກ່າວ​ວ່າ: ກ່ອນ​ອື່ນ ​ຕ້ອງ​ສະແດງ​ຄວາມ​ຍ້ອງຍໍ​ຊົມ ເຊີຍຕໍ່​ພະນັກງານ-ນັກຮົບ ທົ່ວ​ຫ້ອງ​ການເມືອງ ທີ່​ໄດ້​ພ້ອມພຽງ​ຮຽງ​ໜ້າ​ກັນ ສຸມ​ໃສ່​ຂະ​ບວນ​ການ​ຜະລິດ​ປັກ​ດຳ​ເຂົ້ານາ​ປີ 2026 ຢ່າງ​ເຕັມ​ສ່ວນ ບົນພື້ນຖານຄວາມ​ ສາມັກຄີ​ຢ່າງ​ເປັນ​ປຶກ​ແຜ່ນ. ພ້ອມ​ທັງ​ຮຽກຮ້ອງ​ໃຫ້ ພະນັກງານ-ນັກຮົບ ພ້ອມ​ກັນ​ສຸມ​ເຫື່ອແຮງ, ກຳລັງວັງຊາ​ຂອງ​ຕົນ ເຂົ້າ​ໃນ​ການ​ປັກ​ດຳ​ເຂົ້ານາ​ປີ ໃຫ້​ເຕັມ​ເມັດ​ເຕັມ​ໜ່ວຍ, ອົດທົນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ​ຕໍ່​ສະພາບ​ອາກາດ​ໃຫ້​ໄດ້, ທັງ​ເຄື່ອນ​ໄຫວ​ເຮັດ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ ທີ່​ຂັ້ນ​ເທິ່ງ​ມອບ​ໝາຍ​ໃຫ້​ແລ້ວ ທັງ​ສຸມ​ໃສ່​ການ​ຜະລິດ​ເຂົ້ານາ​ປີ ໃຫ້​ທ່ວງ​ທັນ​ກັບ​ລະດູ​ການ ເພື່ອ​ພ້ອມ​ກັນ​ຍົກ​ສູງ “ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ” ຕາມ​ທ່າແຮງ​ບົ່ມ ​ຊ້ອນ​ຂອງ​ກົມ​ກອງ ເຮັດ​ໃຫ້​ພະ ນັກງານ-ນັກຮົບ ນັບ​ມື້​ມີ​ຊີວິດ​ການ​ເປັນ​ຢູ່​ທີ່​ດີ​ຂຶ້ນ, ໂດຍ​ບໍ່​ອີງໃສ່​ແຕ່​ເບ້ຍລ້ຽງ​ຂອງ​ຂັ້ນ​ເທິງ ຕອບ​ສະໜອງ​ໃຫ້​ພຽງ​ແຕ່​ດ້ານ​ດຽວ. ຂ່າວ: ສາຍ​ນ້ຳ ເຊ​ຈຳ​ພອນ ພາບ: ພອນ​ເທບ ຈອມ​ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ