ອົງການຈັດຕັ້ງມະຫາຊົນ ສານທະຫານຂັ້ນສູງ ສ້າງຂະບວນການອອກແຮງງານຕ້ອນຮັບ 2 ວັນປະຫວັດສາດສຳຄັນຂອງຊາດ
ເວລາອອກຂ່າວ: 2026-07-10 14:54:01 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1020 | ຄວາມນິຍົມ: ![]()
ໃນວັນທີ 9 ກໍລະກົດ 2026, ອົງການຈັດຕັ້ງມະຫາຊົນ ສານທະຫານຂັ້ນສູງ (ໜ່ວຍຊາວໜຸ່ມ, ໜ່ວຍສະຫະພັນແມ່ຍິງ) ໄດ້ຮ່ວມກັນຈັດຂະບວນການອອກແຮງງານອະນາໄມ ເພື່ອສ້າງຂະບວນການຕ້ອນຮັບວັນສ້າງຕັ້ງສານທະຫານຂັ້ນສູງ ຄົບຮອບ 44 ປີ (13 ກໍລະກົດ 1982 – 13 ກໍລະກົດ 2026) ແລະ ວັນສ້າງຕັ້ງສະຫະພັນແມ່ຍິງລາວ ຄົບຮອບ 71 ປີ (20 ກໍລະກົດ 1955 – 20 ກໍລະກົດ 2026) ທີ່ຈະໝູນວຽນມາເຖິງນີ້, ນຳພາໂດຍ ສະຫາຍ ພັນຕີ ພູວອນ ສິນທະວົງ ເລຂາໜ່ວຍຊາວໜຸ່ມ ສານທະຫານຂັ້ນສູງ ແລະ ສະຫາຍ ພັນໂທ ນາງ ອຸ່ນຄຳ ສີອາວອນ ຄະນະໜ່ວຍສະຫະພັນແມ່ຍິງ ສານທະຫານຂັ້ນສູງ, ມີສະມາຊິກຊາວໜຸ່ມ, ສະມາຊິກສະຫະພັນແມ່ຍິງ ແລະ ພະນັກງານພາຍໃນກົມກອງ ເຂົ້າຮ່ວມຢ່າງເປັນຂະບວນຟົດຟື້ນ.
ການຈັດກິດຈະກຳໃນຄັ້ງນີ້, ມີຈຸດປະສົງເພື່ອຜັນຂະຫຍາຍທິດຊີ້ນຳຂອງ ຄະນະພັກ-ຄະນະບັນຊາ ສານທະຫານຂັ້ນສູງ ໃນການສ້າງສະພາບແວດລ້ອມຮອບດ້ານໃຫ້ມີຄວາມສະອາດ, ສວຍງາມ, ມີຄວາມເປັນລະບຽບຮຽບຮ້ອຍ ຢູ່ພາຍໃນກົມກອງ. ພ້ອມດຽວກັນນັ້ນ, ຍັງເປັນການຮັດແໜ້ນຄວາມສາມັກຄີເປັນປຶກແຜ່ນ ລະຫວ່າງ ຄະນະພັກ-ຄະນະບັນຊາ ແລະ ພະນັກງານ-ນັກຮົບ ທົ່ວສານທະຫານຂັ້ນສູງ ໃຫ້ແໜ້ນແຟ້ນຍິ່ງໆຂຶ້ນ.
ສຳລັບກິດຈະກຳອອກແຮງງານໃນຄັ້ງນີ້, ໄດ້ພ້ອມກັນຕິດຕັ້ງປ້າຍຄຳຂວັນຕ້ອນຮັບວັນສ້າງຕັ້ງສານທະຫານຂັ້ນສູງ ຄົບຮອບ 44 ປີ, ອະນາໄມຖາງຫຍ້າ, ເກັບຂີ້ເຫຍື້ອ ແລະ ປັດກວາດອະນາໄມອ້ອມຂ້າງກົມກອງ, ອະນາໄມພາຍໃນຕຶກອາຄານ ໃຫ້ມີຄວາມເປັນລະບຽບຮຽບຮ້ອຍ, ສະອາດຈົບງາມ.
ໂດຍ: ສານທະຫານຂັ້ນສູງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















