ກອງພົນທີ 1 ມອບເງິນອຸດໜູນຊົດເຊີຍ ໃຫ້ພະນັກງານ ພັກການ ຮັບບໍານານ
ເວລາອອກຂ່າວ: 2026-07-10 15:05:27 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 989 | ຄວາມນິຍົມ: ![]()
ໃນວັນທີ 09 ກໍລະກົດ 2026 ນີ້, ກອງພົນທີ 1 ໄດ້ຈັດພິທີມອບເງິນອຸດໜູນຊົດເຊີຍ ແລະ ເງິນ 15% ໃຫ້ພະນັກງານ ທີ່ພັກການຮັບເບ້ຍບໍານານ, ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊາ ອົງການ, ກົມກອງ, ພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ອີງຕາມ ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ; ອີງຕາມ ຂໍ້ຕົກລົງ ຂອງລັດຖະມົນຕີ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ນາຍທະຫານພັກການຮັບເບ້ຍບໍານານ; ອີງຕາມ ກົດໝາຍວ່າດ້ວຍປະກັນສັງຄົມ; ອີງຕາມການຄົ້ນຄວ້າ ແລະ ນໍາສະເໜີ ຂອງກົມໃຫຍ່ການເມືອງກອງທັບ. ກະຊວງປ້ອງກັນປະເທດຕົກລົງ ແລະ ເຫັນດີໃຫ້ນາຍທະຫານ ຢູ່ກອງພົນທີ 1 ພັກການຮັບບໍານານ ຈໍານວນ 19 ສະຫາຍ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ຜົນງານການເຄື່ອນໄຫວປະຕິບັດໜ້າທີ່ການເມືອງ ຂອງນາຍທະຫານທີ່ພັກການ ຮັບເບຍບໍານານໃນໄລຍະຜ່ານມາ, ເພື່ອປະຕິບັດຕາມແນວທາງຂອງພັກ, ນະໂຍບາຍຂອງລັດ ແລະ ນະໂຍບາຍຂອງກອງທັບປະຊາຊົນລາວ ທີ່ມີຕໍ່ນາຍທະຫານທີ່ພັກການ ຮັບເບ້ຍບໍານານ ໃນທົ່ວກໍາລັງປ້ອງກັນຊາດ ຈຶ່ງໄດ້ ມອບ-ຮັບເງິນອຸດໜູນຊົດເຊີຍ ໃຫ້ພະນັກງານອາວຸດໂສທີ່ພັກການ ຮັບເບ້ຍບໍານານ ຕາມແນວທາງນະໂຍບາຍຂອງພັກ-ລັດ ແລະ ຖືກຕ້ອງຕາມລະບຽບ, ຫຼັກການ ຈໍານວນ 19 ສະຫາຍ ຢ່າງເປັນທາງການ, ໂດຍການກ່າວມອບຂອງ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ແລະ ກ່າວຮັບ ໂດຍບັນດາສະຫາຍພະນັກງານບໍານານ ຕາມລໍາດັບ.
ໃນກອງປະຊຸມ ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ໄດ້ກ່າວສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຂອບອົກຂອບໃຈຢ່າງສູງ ທີ່ໄລຍະຜ່ານມາ ບັນດາສະຫາຍໄດ້ອຸທິດເຫື່ອແຮງ, ຈິດໃຈ, ສະຕິປັນຍາ, ຄວາມຮູ້, ຄວາມສາມາດ ຂອງຕົນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານລວມ ຂອງກົມກອງ ເຮັດໃຫ້ພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດຂອງກອງພົນ ກໍຄືໜ້າທີ່ການເມືອງຂອງແຕ່ລະກົມກອງຮາກຖານ ມີຜົນສໍາເລັດຫຼາຍດ້ານທີ່ໜ້າເພິ່ງພໍໃຈ; ຜົນງານ ແລະ ຄວາມດີດັ່ງກ່າວ ພະນັກງານ-ນັກຮົບ ກອງພົນທີ 1 ຈະນໍາເອົາມາເປັນບົດຮຽນອໍາລໍ້າຄ່າໃຫ້ແກ່ຕົນເອງ ແລະ ໃຫ້ແກ່ພະນັກງານ-ນັກຮົບຮຸ່ນຕໍ່ໄປ. ພ້ອມທັງຊີ້ນໍາ ໃຫ້ສືບຕໍ່ຍົກສູງຄວາມເປັນເຈົ້າ ແລະ ຮັກສາມູນເຊື້ອອັນດີງາມໄວ້ໃຫ້ໝັ້ນຄົງ; ປະກອບສ່ວນຊ່ວຍເຫຼືອອົງການປົກຄອງທ້ອງຖິ່ນ ແລະ ຮັດແໜ້ນຄວາມສາມັກຄີໃຫ້ແໜ້ນແຟ້ນ; ຕັ້ງໜ້າພັດທະນາຊີວິດການເປັນຢູ່ໃຫ້ນັບມື້ດີຂຶ້ນເລື້ອຍໆ; ເປັນເຈົ້າການສຶກສາອົບຮົມລູກຫຼານໃຫ້ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ຮີດຄອງປະເພນີອັນດີງາມຂອງປະຊາຊົນບັນດາເຜົ່າ ກາຍເປັນພົນລະເມືອງດີຂອງສັງຄົມ ແລະ ເປັນຜູ້ສືບທອດພາລະກິດຂອງຊາດ.
ໂດຍ: ໂກຮັງ ພັນທະວົງ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















