ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງປະຊຸມຄົບຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ປະຈຳໄຕມາ II
ເວລາອອກຂ່າວ: 2026-07-10 15:07:42 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1001 | ຄວາມນິຍົມ:



ວັນທີ 9 ກໍລະກົດ 2026 ນີ້, ຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ໄດ້ເປີດກອງປະຊຸມຄົບຄະນະ ປະຈໍາໄຕມາດ II ແລະ ວາງທິດທາງແຜນການ ປະຈໍາໄຕມາດ III ປີ 2026, ໂດຍການເປັນປະທານ ຂອງສະຫາຍ ພົນຕີ ຈອມເພັດ ໄຊຍະສຸກ ກໍາມະການຄະນະປະຈຳພັກ ກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ເຕັກນິກກອງທັບ, ມີບັນດາສະຫາຍຄະນະປະຈຳພັກ ແລະ ຄະນະບໍລິຫານງານພັກ ອົງການກົມໃຫຍ່ເຕັກນິກກອງທັບ ເຂົ້າຮ່ວມ. ສະຫາຍ ພົນຈັດຕະວາ ຄໍາສິງ ລືເດດ ສົມບັດ ກໍາມະການຄະນະພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ເຕັກນິກກອງທັບ ໄດ້ຜ່ານບົດສະຫຼຸບການນຳພາ ຂອງຄະນະບໍລິຫານງານພັກ ກົມໃຫຍ່ເຕັກນິກກອງທັບ ປະຈຳໄຕມາດ II ແລະ ທິດທາງແຜນການ ປະຈໍາໄຕມາດ III, ເຊິ່ງຄະນະພັກ ໄດ້ເປັນເຈົ້າການນໍາພາ-ຊີ້ນໍາບັນດາກົມກອງ ຈັດຕັ້ງປະຕິບັດວຽກງານຮັບປະກັນເຮັດໃຫ້ສະພາບມີຄວາມສະຫງົບ, ຕ້ານ ແລະ ສະກັດກັ້ນ ປະກົດການຫຍໍ້ທໍ້ຕ່າງໆ ຢູ່ບັນດາກົມກອງຢ່າງທັນການ, ຊີ້ນໍາບັນດາກົມກອງ ຈັດຕັ້ງປະຕິບັດຄໍາສັ່ງແຈ້ງການຕ່າງໆ ຂອງລັດຖະບານ, ຂອງກະຊວງປ້ອງກັນປະເທດ, ເປັນເຈົ້າການຈັດຕັ້ງຄົ້ນຄວ້າ, ເຊື່ອມຊຶມ ແລະ ຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ II ຂອງຄະນະພັກກົມໃຫຍ່ເຕັກນິກ ເຂົ້າໃນໜ້າທີ່ການເມືອງຂອງກົມກອງ, ໂຄສະນາປາຖະກະຖາບັນດາວັນສໍາຄັນ ຂອງພັກຂອງຊາດ, ເຜີຍແຜ່ບັນດາມະຕິຄໍາສັ່ງຕ່າງໆ ຂອງພັກ ຂອງຊາດຢ່າງມີເນື້ອໃນເລິກເຊິ່ງກວ້າງຂວາງ, ໃນນີ້ ໄດ້ນໍາພາ-ຊີ້ນໍາຢ່າງໃກ້ຊິດ ເພື່ອຮັບປະກັນເຮັດໃຫ້ ການຈັດຕັ້ງພັກ-ສະມາຊິກພັກ ມີຄວາມໜັກແໜ້ນ ໂດຍປະຕິບັດຕາມ 5 ຫຼັກການ 3 ທິດນໍາ ໃນການປັບປຸງກໍ່ສ້າງພັກ, ເພື່ອນໍາພາ-ຊີ້ນໍາຂົງເຂດຄວາມຮັບຜິດຊອບ ມີຜົນສໍາເລັດຕາມແຜນການ. ນອກນັ້ນ, ຍັງໄດ້ຊີ້ນໍາການປັບປຸງກໍ່ສ້າງຂະແໜງການເຕັກນິກ ໃຫ້ບັນລຸຕາມວິໃສທັດຂອງຕົນ ໃນນີ້, ໄດ້ປະກາດສ້າງຕັ້ງກອງພັນສ້ອມແປງເຄື່ອນທີ່ ເລກ 1, ເລກ 2, ປະກາດແຕ່ງຕັ້ງພະນັກງານເຕັກນິກ ຢູ່ກອງບັນຊາການທະຫານແຂວງສະຫວັນນະເຂດ, ຄຽງຄູກັບວຽກງານວິຊາສະເພາະ ຍັງໄດ້ສ້າງພາລາທິການກັບທີ່ ໂດຍການປູກ-ການລ້ຽງ ເປັນຫຼັກເພື່ອປ້ອນຊີ້ນ ແລະ ຜັກເຂົ້າເຮືອນຄົວລວມ ຮັບປະກັນໄດ້ຕາມຂໍ້ກໍານົດຂັ້ນເທິງວາງອອກ ໃນມື້ໜຶ່ງກິນເຂົ້າ 3 ຄາບປົກກະຕິ, ອາຫານ 3 ເຍື່ອງຂຶ້ນໄປ ແລະ ເອົາໃຈໃສ່ຄຸ້ມຄອງບົວລະບັດປົກປັກຮັກສາພາຫະນະເຕັກນິກ ທີ່ຮັບໃຊ້ເຂົ້າໃນການລໍາລຽງຂົນສົ່ງ ແລະ ການຕ້ານໄພພິບັດທໍາມະຊາດ ໄດ້ທ່ວງທັນກັບສະພາບ, ເອົາໃຈໃສ່ບົວລະບັດປົກປັກຮັກສາຂອບເຂດຄ້າຍຄູ ເຮືອນນອນໂສດ, ຫ້ອງການ, ສະໂມສອນ, ຫ້ອງນໍ້າ, ລະບົບໄຟຟ້າ-ນໍ້າໃຊ້ ສະຖານທີ່ຕ່າງໆ ຮັບປະກັນໃຫ້ມີຄວາມສະອາດງາມຕາ. ຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານໃນໄລຍະຜ່ານມາ ສາມາດຍາດໄດ້ຜົນງານຫຼາຍດ້ານ ເປັນຕົ້ນແມ່ນໄດ້ຮັບໃບຍ້ອງຍໍຂັ້ນກະຊວງ ຈໍານວນ 4 ສະຫາຍ ແລະ ຫຼຽນກາລະນຶກ 50 ປີ 1.425 ສະຫາຍ. ຈາກນັ້ນ, ບັນດາຜູ້ແທນກອງປະຊຸມ ໄດ້ປະກອບຄຳຄິດເຫັນແລກປ່ຽນຖອດຖອນບົດຮຽນຢ່າງກົງໄປກົງມາ ເພື່ອປັງປຸງບັນດາຂໍ້ຄົງຄ້າງ ແລະ ສົ່ງເສີມດ້ານດີ ແນໃສ່ສ້າງໃຫ້ຂະແໜງການເຕັກນິກ ກາຍເປັນກົມກອງທີ່ມີລະບຽບແບບແຜນທັນສະໄໝຮອບດ້ານ. ໂດຍ: ຄຳສອນ ພົມໄຊຍາ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ