ໂຮງໝໍສູນກາງ 103 ກອງທັບ ປະດັບຍ້ອງຍໍຜົນງານ 5 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ
ເວລາອອກຂ່າວ: 2026-07-10 15:12:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1045 | ຄວາມນິຍົມ: ![]()
ໃນວັນທີ 08 ກໍລະກົດ 2026 ນີ້, ຢູ່ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີ ປະດັບຍ້ອງຍໍຜົນງານ 5 ປີ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ ຢ່າງສົມກຽດ. ໂດຍການເປັນປະທານຂອງ ສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານ ໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອຳນວຍການໂຮງໝໍ, ມີບັນດາສະຫາຍອະດີດການນຳ ພ້ອມດ້ວຍພະນັກງານແພດໝໍ, ນາຍ ແລະ ພົນທະຫານ ພາຍໃນໂຮງໝໍສູນກາງ 103 ເຂົ້າຮ່ວມ.
ໃນພິທີ, ສະຫາຍ ພັນໂທ ສຸກສະໄໝ ວົງພັກດີ ຮອງຫົວໜ້າຫ້ອງການເມືອງ ໂຮງໝໍສູນກາງ 103 ກອງທັບ ຜູ້ຕາງໜ້າຄະນະພັກ-ຄະນະອຳນວຍການໂຮງໝໍສູນກາງ 103 ກອງທັບ ໄດ້ຜ່ານລັດຖະດໍາລັດຂອງນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ປະດັບຫຼຽນກາແຮງງານ ແລະ ມອບໃບຍ້ອງຍໍ ໃຫ້ຜູ້ທີ່ມີຜົນງານດີເດັ່ນ ປະກອບສ່ວນເຂົ້າໃນການປະຕິບັດໜ້າທີ່ວຽກງານ ປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ຕະຫຼອດໄລຍະ 5 ປີ (2019-2024) ເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ (20 ມັງກອນ 1949-20 ມັງກອນ 2024) ໃນນີ້, ພະນັກງານໂຮງໝໍສູນກາງ 103 ກອງທັບ ໄດ້ຮັບຫຼຽນໄຊແຮງງານຊັ້ນ II ຈໍານວນ 58 ສະຫາຍ, ໄດ້ຮັບຫຼຽນໄຊແຮງງານຊັ້ນ III ຈໍານວນ 31 ສະຫາຍ, ໄດ້ຮັບຫຼຽນກາແຮງງານ ຈໍານວນ 284 ສະຫາຍ, ໄດ້ຮັບໃບຍ້ອງຍໍ ຈໍານວນ 225 ສະຫາຍ. ພ້ອມດຽວກັນນີ້ ຍັງໄດ້ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ເພື່ອຍ້ອງຍໍສັນລະເສີນຜົນງານໃຫ້ແກ່ຄະນະເຝິກຊ້ອມກອບກູ້ໄພພິບັດ 3 ກອງທັບ ກອງທັບປະຊາຊົນລາວ-ກອງທັບຣາຊະອານາຈັກກໍາປູເຈຍ-ກອງທັບປະຊາຊົນຫວຽດນາມ ປີ 2025 ໃນນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນ III ຈໍານວນ 6 ສະຫາຍ, ໄດ້ຮັບໃບຍ້ອງຍໍລວມໝູ່ ແລະ ບຸກຄົນ 2 ສະຫາຍ ແລະ ໄດ້ຮັບການຍ້ອງຍໍຂັ້ນກົມໃຫຍ່ການເມືອງກອງທັບ ອີກຈໍານວນ 3 ສະຫາຍ ແລະ ຜ່ານຂໍ້ຕົກລົງຂອງກະຊວງປ້ອງກັນປະເທດ ວ່າດ້ວຍການມອບຫຼຽນໄຊພິລະອາດຫານ ແລະ ໃບຍ້ອງຍໍ ເພື່ອຍ້ອງຍໍຜົນງານໃຫ້ແກ່ນາຍ ແລະ ພົນທະຫານ ກອງທັບປະຊາຊົນລາວ ທີ່ມີຜົນງານດີເດັ່ນໃນການຊ່ວຍເຫຼືອມະນຸດສະທໍາ ແລະ ບັນເທົາທຸກໄພພິບັດຈາກເຫດການແຜ່ນດິນໄຫວ ຢູ່ເມືອງເຈົາແຊ ແຂວງມັນດາເລ ສສ ມຽນມາ ໃນນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຮັບຫຼຽນໄຊພິລະອາດຫານຊັ້ນII 1 ສະຫາຍ, ຫຼຽນໄຊພິລະອາດຫານຊັ້ນ III 4 ສະຫາຍ, ໄດ້ຮັບໃບຍ້ອງຍໍ 2 ສະຫາຍ.
ໃນຕອນທ້າຍ, ສະຫາຍປະທານ ໄດ້ມີຄຳເຫັນໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ກັບຜົນງານທີ່ຍາດມາໄດ້ ພ້ອມທັງເນັ້ນໜັກໃຫ້ ຄະນະພັກ-ຄະນະອຳນວຍການ, ພະນັກງານແພດໝໍ ແລະ ນາຍແລະພົນທະຫານທຸກສະຫາຍ ຈົ່ງສືບຕໍ່ຮັກສາມູນເຊື້ອອັນດີງາມ, ເພີ່ມທະວີຄວາມສາມັກຄີພາຍໃນ, ຍົກສູງສະຕິຄວາມຮັບຜິດຊອບ ແລະ ຈັນຍາບັນແພດໝໍປະຕິວັດ ເພື່ອພັດທະນາໂຮງໝໍສູນກາງ 103 ກອງທັບ ໃຫ້ກ້າວຂຶ້ນຢ່າງແຂງແຮງ, ທັນສະໄໝ ແລະ ເປັນທີ່ພຶ່ງພາທາງດ້ານສຸຂະພາບຂອງກອງທັບ ແລະ ປະຊາຊົນ ຢ່າງແທ້ຈິງ.
ໂຊກທະວີ ແກ້ວບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















