ໂຮງໝໍສູນກາງ 103 ກອງທັບ ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 29 ປີ
ເວລາອອກຂ່າວ: 2026-07-10 15:27:13 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 1021 | ຄວາມນິຍົມ: ![]()
ໃນວັນທີ 09 ກໍລະກົດ 2026 ນີ້, ໂຮງໝໍສູນກາງ 103 ກອງທັບ ໄດ້ຈັດພິທີປ່ອຍປາຂຶ້ນ ຢູ່ທີ່ ພະແນກຜະລິດ-ກະສິກຳ (ບ້ານໜອງດາ), ເນື່ອງໃນໂອກາດສະເຫຼີມສະຫຼອງ ວັນອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 29 ປີ (13 ກໍລະກົດ 1997 - 13 ກໍລະກົດ 2026) ທີ່ຈະໝູນວຽນມາເຖິງນີ້. ໂດຍມີ ສະຫາຍ ພົນຈັດຕະວາ ຮສ ປອ ດຣ ສະແຫວງໄຊ ດາລາສາດ ຫົວໜ້າການທະຫານໂຮງໝໍສູນກາງ 103 ກອງທັບ, ມີຄະນະພັກ-ຄະນະອຳນວຍການ, ຫົວໜ້າພະແນກ, ຮອງພະແນກ, ພ້ອມດ້ວຍພະນັກງານແພດໝໍ, ນາຍທະຫານ ແລະ ແຂກ ເຂົ້າຮ່ວມຢ່າງພ້ອມພຽງ.
ການປ່ອຍປາໃນຄັ້ງນີ້ ເພື່ອເປັນການປູກຈິດສຳນຶກ ໃຫ້ແກ່ພະນັກງານ-ນັກຮົບ, ແພດໝໍທຸກທົ່ວໜ້າ ໄດ້ເຫັນເຖິງຄວາມສຳຄັນຂອງການອະນຸລັກ, ປົກປັກຮັກສາ ແລະ ຟື້ນຟູຄວາມອຸດົມສົມບູນຂອງຊັບພະຍາກອນສັດນ້ຳ ກໍຄືການຮັກສາລະບົບນິເວດວິທະຍາໃຫ້ມີຄວາມສົມດຸນ ແລະ ຍືນຍົງ. ພ້ອມດຽວກັນນັ້ນ, ຍັງເປັນການເພີ່ມຜົນຜະລິດສັດນ້ຳເຂົ້າໃນການຮັບປະກັນຊີວິດການເປັນຢູ່ ແລະ ສ້າງແຫຼ່ງອາຫານທຳມະຊາດ ໃຫ້ແກ່ພະແນກຜະລິດ-ກະສິກຳ (ບ້ານໜອງດາ) ອີກດ້ວຍ.
ສຳລັບປາທີ່ນໍາມາປ່ອຍໃນຄັ້ງນີ້, ມີຈຳນວນທັງໝົດ 12.500 ໂຕ, ເຊິ່ງປະກອບມີ: ປານິນ 2.500ໂຕ, ປາກົດ 1.500 ໂຕ, ປາກິນຫຍ້າ 2.500ໂຕ, ປາປາກ 6.000ໂຕ.
ໂດຍ: ໂຊກທະວີ ແກ້ວບຸດຕະລາດ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















