ກອງພົນທີ 4 ມອບເງິນປະກັນໄພ ໃຫ້ຄອບຄົວພະນັກງານຜູ້ທີ່ເສຍຊີວິດ
ເວລາອອກຂ່າວ: 2026-07-13 08:48:16 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 114 | ຄວາມນິຍົມ: ![]()
ໃນວັນທີ 2 ກໍລະກົດ 2026, ກອງພົນທີ 4 ໄດ້ມອບເງິນປະກັນໄພ ໃຫ້ຄອບຄົວພະນັກງານ ຜູ້ທີ່ເສຍຊີວິດ, ໂດຍການເປັນປະທານຂອງ ສະຫາຍ ພັນໂທ ບົວຄຳ ດວງມາລາ ຮອງຫົວໜ້າຫ້ອງການເມືອງກອງພົນທີ 4, ມີຄະນະ
ພັກ-ຄະນະບັນຊາ ອົງການ 5 ຫ້ອງ, ພະແນກການວິຊາສະເພາະທີ່ກ່ຽວຂ້ອງ ແລະ ຜູ້ຕາງໜ້າຄອບຄົວຂອງພະນັກງານຜູ້ທີ່ເສຍຊີວິດ ເຂົ້າຮ່ວມ.
ສະຫາຍ ພັນໂທ ພົງວິຈິດ ສິລິປັນໂຍ ຫົວໜ້າພະແນກນະ ໂຍບາຍ ຫ້ອງການເມືອງ ກອງພົນທີ 4 ໄດ້ໃຫ້ຄຳຊີ້ແຈງ ກ່ຽວກັບການປະຕິບັດການມອບເງິນປະກັນໄພ ໃຫ້ຄອບພະນັກງານຜູ້ທີ່ເສຍຊີວິດ; ສຳລັບການມອບເງິນປະກັນໄພໃນຄັ້ງນີ້, ໄດ້ມອບໃຫ້ຜູ້ຕາງໜ້າໃຫ້ຄອບຄົວພະນັກ ງານທີ່ເສຍຊີວິດ ມີຈຳນວນ 1 ຄອບຄົວ, ລວມເປັນເງິນທັງໝົດ 25.000.000 ກີບ.
ສະຫາຍ ພັນໂທ ບົວຄຳ ດວງມາລາ ໄດ້ຮຽກຮ້ອງໃຫ້ ຜູ້ຕາງໜ້າຄອບຄົວພະນັກງານຜູ້ທີ່ເສຍຊີວິດຈົ່ງນຳໃຊ້ເງິນຈຳນວນດັ່ງກ່າວເຂົ້າໃນວຽກງານທີ່ຈຳເປັນຂອງຄອບຄົວເພື່ອປັບປຸງແກ້ໄຂຊີວິດການເປັນຢູ່ຂອງຄອບຄົວໃຫ້ນັບມື້ດີຂຶ້ນ.
ໂດຍ: ພອນເທບ ຈອມມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















