ວປກ ປິດບັ້ນເຝິກອົບຮົມ-ຫັດແອບ ປະຈຳປີ 2026
ເວລາອອກຂ່າວ: 2026-07-13 08:53:46 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 111 | ຄວາມນິຍົມ: ![]()
ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ປິດບັ້ນເຝິກອົບຮົມ-ຫັດແອບປັບປຸງລະບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ໃຫ້ພະນັກ ງານ-ນັກຮົບ ປະຈຳປີ 2026, ໃນວັນທີ 3 ກໍລະກົດ 2026, ໂດຍການເປັນປະທານຂອງ ສະຫາຍ ພັນເອກ ປອ ຄຳຕ້ອຍ ມະນີວອນ ຮອງຫົວໜ້າການທະຫານ, ຫົວໜ້າກົມອົບຮົມ-ກໍ່ສ້າງ ວປກ, ມີຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍ, ພະນັກງານວິຊາການ ແລະ ນັກເຝິກອົບຮົມເຂົ້າຮ່ວມ.
ສະຫາຍ ພັນຕີ ສຸກພູວັນ ສຸລິຍະແສງ ຮອງຫົວໜ້າຫ້ອງການ ວປກ ໄດ້ຜ່ານບົດສະຫຼຸບການອົບຮົມ-ຫັດແອບ ປັບປຸງລະ ບຽບແບບແຜນ, ເຝິກຝົນກຳລັງແຮງກາຍ ໃຫ້ພະນັກງານ-ນັກຮົບ ປະຈຳປີ 2025 ຢູ່ ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິ ຫານ; ຜ່ານການຈັດຕັ້ງອົບຮົມ-ຫັດແອບ ໃນຄັ້ງນີ້ ລວມມີ: ພາກທິດສະດີ ແລະ ພາກປະຕິບັດຕົວຈິງ ມີນັກເຝິກອົບຮົມທັງໝົດ 35 ສະຫາຍ, ຍິງ 1 ສະຫາຍ ແລະ ສາມາດປະເມີນຜົນການເຝິກອົບຮົມບັນລຸໄດ້ 95%.
ສະຫາຍ ພັນເອກ ປອ ຄຳຕ້ອຍ ມະນີວອນ ໄດ້ຮຽກຮ້ອງໃຫ້ ນັກ
ເຝິກອົບຮົມແຕ່ລະສະຫາຍ ຈົ່ງພ້ອມກັນເອົາໃຈໃສ່ກຳເອົາບັນດາເນື້ອໃນບົດຮຽນໃນການເຝິກອົບຮົມຄັ້ງນີ້ ເພື່ອຍົກສູງລະ ດັບຄວາມຮູ້-ຄວາມສາມາດ ໃນການນຳໃຊ້ວຽກງານໃຫ້ຖືກຕ້ອງສອດຄ່ອງ ແລະ ເອກະພາບເປັນຢ່າງດີ ເພື່ອຮັບປະກັນທາງດ້ານຄຸນນະພາບ ແລະ ນຳໄປຈັດຕັ້ງຜັນຂະຫຍາຍໃຫ້ໄດ້ຮັບໝາກຜົນສູງ.
ໂດຍ: ເຂັງພອນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















