ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ສໍາມະນາເຊື່ອມຊຶມ ເອກະສານກະກຽມການດຳເນີນກອງປະຊຸມ ວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ 1
ເວລາອອກຂ່າວ: 2026-07-13 14:59:16 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 515 | ຄວາມນິຍົມ:



ກອງປະຊຸມວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ 1 ຈະໄດ້ຈັດຂຶ້ນຢ່າງເປັນທາງການ ໃນລະຫວ່າງ ວັນທີ 14-15 ກໍລະກົດ 2026, ກ່ອນການດຳເນີນກອງປະຊຸມ, ໃນວັນທີ 13 ກໍລະກົດ 2026 ໄດ້ຈັດສໍາມະນາ ເຊື່ອມຊຶມເອກະສານກະກຽມໃຫ້ແກ່ການດຳເນີນກອງປະຊຸມ ວຽກງານສື່ມວນຊົນ ທົ່ວປະເທດ ຄັ້ງທີ 1 ພາຍໃຕ້ຫົວຂໍ້ "ເພີ່ມທະວີບົດບາດການນໍາພາຂອງພັກ, ພັດທະນາວຽກງານສື່ມວນຊົນໃຫ້ຫັນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ", ໂດຍການເປັນປະທານຂອງ ສາດສະດາຈານ ປະລິນຍາເອກ ກິແກ້ວ ໄຂຄໍາພິທູນ ກຳມະການກົມການເມືອງສູນກາງພັກ, ປະທານສູນກາງແນວລາວສ້າງຊາດ, ປະທານສະພາທິດສະດີສູນກາງພັກ, ຜູ້ຊີ້ນໍາອົງການຈັດຕັ້ງມະຫາຊົນ, ມີສະຫາຍ ປະລິນຍາເອກ ຄໍາພັນ ເຜີຍຍະວົງ ກຳມະການກົມການເມືອງສູນກາງພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ, ມີບັນດາສະຫາຍເລຂາທິການສູນກາງພັກ, ກຳມະການສູນກາງພັກສົມບູນ-ສໍາຮອງ, ບັນດາສະຫາຍການນໍາ-ອະດີດການນໍາ, ລັດຖະມົນຕີ-ຮອງລັດຖະມົນຕີ ກະຊວງ, ອົງການ ພ້ອມດ້ວຍສື່ມວນຊົນ ທັງສູນກາງ ແລະ ທ້ອງຖິ່ນ ເຂົ້າຮ່ວມ. ສະຫາຍ ສາດສະດາຈານ ປະລິນຍາເອກ ກິແກ້ວ ໄຂຄໍາພິທູນ ໄດ້ເຜີຍແຜ່ເອກະສານເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ ແລະ ຈັນຍາບັນຊື່ມວນຊົນ ໃຫ້ຮູ້ເຖິງການເພີ່ມທະວີບົດບາດການນໍາພາຂອງພັກ ທີ່ໝາຍເຖິງການຍົກສູງຖານະ, ອິດທິພົນຂອງພັກ ໃນການນໍາພາ, ຄຸ້ມຄອງສື່ມວນຊົນ ພາຍໃຕ້ລະບຽບກົດໝາຍທີ່ກໍານົດໄວ້; ເພີ່ມທະວີການນໍາພາຂອງພັກ ຕໍ່ສື່ມວນຊົນ ແມ່ນການກໍານົດແນວທາງໜ້າທີ່ການເມືອງ ເພື່ອຮັບປະກັນໃຫ້ສື່ມວນຊົນ ເປັນກະບອກສຽງທີ່ແຫຼມຄົມຂອງການຈັດຕັ້ງພັກ, ລັດ ແລະ ສັງຄົມ; ເພີ່ມທະວີການນໍາພາຂອງພັດ ແມ່ນການຍົກສູງຄວາມສາມາດ ໃນການນໍາພາຢ່າງຮອບດ້ານຕໍ່ສື່ສິ່ງພິມ, ສື່ເອເລັກໂຕຣນິກ ແນໃສ່ພັດທະນາສື່ມວນຊົນ ໃຫ້ຮັບປະກັນການປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບມອບໝາຍ. ພ້ອມດຽວກັນນີ້, ຍັງໄດ້ຍົກໃຫ້ເຫັນເຖິງຄວາມໝາຍຄວາມສໍາຄັນຂອງຈັນຍາບັນສື່ມວນຊົນ ແມ່ນຫຼັກການທາງສິນທໍາ, ເປັນຂໍ້ບັງຄັບ ແລະ ມາດຕະຖານຄວາມປະພຶດທີ່ຜູ້ປະກອບວິຊາຊີບສື່ມວນຊົນ (ນັກຂ່າວ, ບັນນາທິການ, ຜູ້ຜະລິດລາຍການ, ລວມເຖິງນັກສື່ອອນລາຍ) ຕ້ອງໄດ້ຍຶດຖື ແລະ ປະຕິບັດຕາມຢ່າງເຄັ່ງຄັດ ເພື່ອຮັບປະກັນໃຫ້ການນໍາສະເໜີຂໍ້ມູນຂ່າວສານ ມີຄວາມຖືກຕ້ອງ, ເປັນທໍາ ແລະ ເປັນປະໂຫຍດຕໍ່ສັງຄົມ. ໃນຍຸກປັດຈຸບັນທີ່ຂໍ້ມູນຂ່າວສານແຜ່ກະຈາຍຢ່າງໄວວາ ໂດຍສະເພາະ ໃນສື່ສັງຄົມອອນລາຍ, ຈັນຍາບັນສື່ແມ່ນມີຄວາມຈໍາເປັນ ທີ່ເປັນກຳແພງປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍແກ່ພັກ, ລັດລວມໝູ່, ບຸກຄົນ ແລະ ສັງຄົມ. ພ້ອມດຽວກັນນັ້ນ, ຜູ້ເຂົ້າຮ່ວມຍັງຈະໄດ້ຮັບຟັງເຊື່ອມເອກະສານ ກົດໝາຍສື່ມວນຊົນ ແລະ ນິຕິກຳທີ່ກ່ຽວຂ້ອງ ຕື່ມອີກ. ໃນຍຸກແຫ່ງການປະຕິວັດອຸດສາຫະກຳ 4.0 ທີ່ຂໍ້ມູນຂ່າວສານໄຫຼວຽນຢ່າງໄຮ້ພົມແດນ ແລະ ການກ້າວກະໂດດຂອງເຕັກໂນໂລຊີປັນຍາປະດິດ (AI) ວຽກງານສື່ມວນຊົນ ໄດ້ກາຍເປັນແນວຮົບທາງດ້ານການເມືອງ-ແນວຄິດທີ່ແຫຼມຄົມ ແລະ ວ່ອງໄວກວ່າທຸກຍຸກສະໄໝ, ການທີ່ສູນກາງພັກໄດ້ຕົກລົງປັບປຸງກົງຈັກການຈັດຕັ້ງ ໂດຍໂອນວຽກງານສື່ມວນຊົນ ມາຂຶ້ນກັບ ຄະນະໂຄສະນາອົບຮົມສູນກາງພັກ ແມ່ນບາດກ້າວຫັນປ່ຽນສູ່ຄຸນນະພາບໃໝ່ ຢ່າງແຂງແຮງ ເພື່ອຮັບປະກັນການນໍາພາ-ຊີ້ນໍາ ຢ່າງໃກ້ຊິດ, ເດັດຂາດ, ໂດຍກົງ ແລະ ຮອບດ້ານ. ດັ່ງນັ້ນ, ກອງປະຊຸມສໍາມະນາຄັ້ງນີ້ ຈຶ່ງມີຄວາມໝາຍສໍາຄັນຍິ່ງ ເຊິ່ງເປັນການກະກຽມຄວາມພ້ອມດ້ານທິດສະດີ ແລະ ພຶດຕິກຳ ກ່ອນຈະກ້າວເຂົ້າສູ່ກອງປະຊຸມວຽກງານສື່ມວນຊົນທົ່ວປະເທດ ຄັ້ງທີ 1. ທັງນີ້, ກໍເພື່ອເຮັດໃຫ້ຖັນແຖວພະນັກງານນໍາພາ-ຄຸ້ມຄອງ ແລະ ນັກຮົບສື່ມວນຊົນທັງໝົດ ກຳແໜ້ນທັດສະນະຫຼັກການ ແລະ ການເພີ່ມທະວີບົດບາດການນໍາພາຂອງພັກ ຕໍ່ວຽກງານສື່ມວນຊົນ, ຍົກສູງຈັນຍາບັນວິຊາຊີບ ແລະ ເຊື່ອມຊຶມກົດໝາຍ, ບັນດານິຕິກຳລຸ່ມກົດໝາຍ ເພື່ອຫັນປ່ຽນວຽກງານສື່ມວນຊົນ ໄປສູ່ຄຸນນະພາບໃໝ່ຢ່າງແຂງແຮງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ