ກອງທັບປະຊາຊົນລາວ
 
ວັນພຸດ, ວັນທີ 09 ກັນຍາ 2026

  

ທ່ານ ບຸນທອງ ຈິດມະນີ ຕ້ອນຮັບຄະນະຜູ້ແທນຂັ້ນສູງ ສສ ມຽນມາ
ເວລາອອກຂ່າວ: 2018-11-25 13:11:41 | ຜູ້ຂຽນ : ພິດສະໄໝ ສອນວິໄລ | ຈຳນວນຄົນເຂົ້າຊົມ: 1644 | ຄວາມນິຍົມ:



ທ່ານ ບຸນທອງ ຈິດມະນີ ຮອງນາຍົກລັດຖະມົນຕີ, ປະທານ ອົງການກວດກາລັດຖະບານ ແລະ ຫົວໜ້າອົງການຕ້ານການ ສໍ້ລາດບັງຫຼວງຂັ້ນສູນກາງ ໄດ້ ຕ້ອນຮັບ ທ່ານ ຊໍວິນ ຮອງປະ ທານຄະນະກໍາມະການຕ້ານການ ສໍ້ລາດບັງຫຼວງ ສສ ມຽນມາ ພ້ອມຄະນະເຂົ້າຢ້ຽມຂໍ່ານັບ ໃນຕອນແລງ ວັນທີ 21 ພະຈິກ 2018 ທີ່ໂຮງແຮມດອນຈັນພາ ເລດ. ໃນໂອກາດທີ່ເດີນທາງມາ ຢ້ຽມຢາມ ແລະ ເຮັດວຽກຢູ່ ສປປ ລາວ ໃນລະຫວ່າງວັນທີ 20-23 ພະຈິກ ນີ້. ໃນໂອກາດ ດັ່ງກ່າວ ທ່ານ ຮອງນາຍົກລັດຖະມົນຕີໄດ້ ກ່າວສະແດງຄວາມຕ້ອນຮັບ ແລະ ຊົມເຊີຍຕໍ່ທ່ານ ຊໍວິນ ພ້ອມຄະນະ ທີ່ໄດ້ເດີນທາງ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ລາວໃນຄັ້ງນີ້, ເຊິ່ງເປັນການ ປະກອບສ່ວນທີ່ສໍາຄັນໃນການ ສົ່ງເສີມສາຍພົວພັນມິດຕະ ພາບ, ການຮ່ວມມືທີ່ໃກ້ຊິດຖານ ບ້ານໃກ້ເຮືອນຄຽງລະຫວ່າງ ຄຽງລະຫວ່າງສອງລັດຖະບານ ແລະ ປະຊາຊົນ 2 ຊາດລາວ-ມຽນມາ ໂດຍສະເພາະແມ່ນເປັນການປະຕິບັດບົດບັນທຶກ ຄວາມເຂົ້າໃຈກ່ຽວກັບການຮ່ວມ ມືສອງຝ່າຍລະຫວ່າງ 2 ອົງການ ຕ້ານການສໍ້ລາດບັງຫຼວງລາວ-ມຽນມາ ໃຫ້ໄດ້ຮັບໝາກຜົນ ແລະ ເສີມຂະຫຍາຍການພົວພັນຮ່ວມມືໃຫ້ນັບມື້ມີປະສິດທິພາບສູງ ຂຶ້ນ. ຈາກນັ້ນ, ທ່ານ ຊໍວິນ ຕາງໜ້າ ໃຫ້ຄະນະກ່າວສະແດງຄວາມ ຂອບໃຈຕໍ່ ທ່ານ ບຸນທອງ ຈິດມະ ນີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງ ອົບອຸ່ນ ແລະ ລາຍງານສະພາບ ການມາຢ້ຽມຢາມພົບປະແລກ ປ່ຽນບົດຮຽນວຽກງານຕ້ານ ການ ສໍ້ລາດບັງຫຼວງຢູ່ ສປປ ລາວ ໃນຄັ້ງນີ້ຕໍ່ທ່ານຮອງນາ ຍົກລັດຖະມົນຕີໄດ້ຮັບຊາບ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ