ກອງທັບປະຊາຊົນລາວ
 
ວັນຈັນ, ວັນທີ 17 ສິງຫາ 2026

  

ວປກ ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ
ເວລາອອກຂ່າວ: 2026-07-14 09:59:41 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 412 | ຄວາມນິຍົມ:



ວັນທີ 13 ກໍລະກົດ 2026 ນີ້, ວິທະຍາຄານປ້ອງກັນຊາດ ໄກສອນ ພົມວິຫານ (ວປກ) ໄດ້ຈັດພິທີປ່ອຍປາ ເນື່ອງໃນໂອກາດວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າ ແຫ່ງຊາດ ຄົບຮອບ 29 ປີ, ໂດຍການເປັນທານ ຂອງສະຫາຍ ພົນຕີ ພັນແສງ ບຸນພັນ ຫົວໜ້າການທະຫານ ວປກ, ມີຄະນະພັກ-ຄະນະອໍານວຍການ, ມີທ່ານ ນາງ ສຸດາພອນ ວັງຫານ ປະທານມູນນິທິ ສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ, ມີຄະນະພັກ-ຄະນະບັນຊາ 15 ຫົວໜ່ວຍກົມກອງ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນເອກ ປອ ສົມພິນ ພົມມະຈັນ ຮອງອໍານວຍການ, ຫົວໜ້າກົມພະລາທິການ-ເຕັກນິກ ວປກ ໄດ້ກ່າວວ່າ: ການຈັດຕັ້ງປ່ອຍປາຄັ້ງນີ້ ມີຄວາມໝາຍຄວາມສໍາຄັນ ແລະ ເປັນຂະບວນການຟົດຟຶ້ນ ທັງເປັນການປູກຈິດສໍານຶກ ໃຫ້ພະນັກງານ-ນັກຮົບ ເຫັນໄດ້ເຖິງຄວາມສໍາຄັນໃນການສ້າງຂະບວນການຄຸ້ມຄອງປົກປັກຮັກສາຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ໂດຍສະເພາະວຽກງານຄຸ້ມຄອງ, ປົກປັກຮັກສາ, ພັດທະນາ, ອະນຸລັກ ແລະ ການນໍາໃຊ້ສັດນໍ້າ-ສັດປ່າ ໃຫ້ມີຄຸນນະພາບ, ປອດໄພ, ຮັບປະກັນໄດ້ຄວາມໝັ້ນຄົງ ທາງດ້ານສະບຽບອາຫານ ແລະ ສ້າງຄວາມສົມດູນທາງລະບົບນິເວດທໍາມະຊາດ ໃຫ້ມີຄວາມຍືນຍົງ. ດັ່ງນັ້ນ, ພັກ ແລະ ລັດຖະບານ ຈິ່ງກໍານົດເອົາວັນທີ 13 ກໍລະກົດ ຂອງທຸກໆ ປີເປັນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ. ນອກນັ້ນ, ຍັງສະແດງເຖິງຄວາມຮັບຜິດຊອບ, ຄວາມສາມັກຄີ ແລະ ເປັນການເພີ່ມພູນຄູນສ້າງແຫຼ່ງອາຫານທໍາມະຊາດ ພາຍໃນບໍລິເວນ ວປກ ໃຫ້ມີຄວາມອຸດົມສົມບູນຂຶ້ນຕື່ມ ແລະ ເປັນການປະກອບເຂົ້າໃນການຍົກລະດັບຊີວິດການເປັນຢູ່ ຂອງພະນັກງານ-ນັກຮົບ, ນັກຮຽນ-ນັກສຶກສາ ໃນທົ່ວ ວປກ ໃຫ້ດີຂຶ້ນເທື່ອລະກ້າວ. ປາທີ່ນໍາມາປ່ອຍຄັ້ງນີ້, ມີປານິນໝັນ ຈໍານວນ 930 ກິໂລກຣາມ ແລະ ປານິນນ້ອຍ ຈໍານວນ 2.000 ໂຕ ໃນນັ້ນ, ໄດ້ຮັບອຸປະຖໍາຈາກຫຼາຍພາກສ່ວນ ຄື: ທ່ານ ພູວອນ ຈັນມາລາ ບໍລິສັດ ລົງທຶນກໍ່ສ້າງ ຈໍາກັດຜູ້ດຽວ ຈໍານວນ 430 ກິໂລກຣາມ ເປັນເງິນ 11.100.000 ກີບ; ມູນນິທິ ສຸດາພອນ ເພື່ອຊ່ວຍເຫຼືອສັງຄົມ, ບໍລິສັດ ເອັດດີພີ ການລົງທຶນ ຈໍາກັດຜູ້ດຽວ, ບໍລິສັດ ເຊຊູນ ການລົງທຶນ ຈໍາກັດຜູ້ດຽວ ຈໍານວນ 2.000 ໂຕ; ບໍລິສັດ VS ກໍ່ສ້າງ ຈໍາກັດຜູ້ດຽວ ອຸປະຖໍາເງິນ 5.000.000 ກີບ, ບໍລິສັດ ນຸດຊານົນໄຊ ລົງທຶນກໍ່ສ້າງ ຈໍາກັດຜູ້ດຽວ ອຸປະຖໍາເງິນ 2.000.000 ກີບ ນອກນັ້ນ, ຍັງມີປານິນໝັນ ຂອງ ວປກ ຈໍານວນ 500 ກິໂລກຣາມ. ໂດຍ: ເຂັງພອນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ