6 ເດືອນ ຕົ້ນປີ 2026 ກອງພັນໃຫຍ່ 702 ສ້າງໄດ້ຜົນງານຫຼາຍດ້ານ
ເວລາອອກຂ່າວ: 2026-07-15 09:18:20 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 163 | ຄວາມນິຍົມ: ![]()
ສະຫາຍ ພັນໂທ ສີແພງ ດວງທິໄຊ ຫົວໜ້າການເມືອງກອງພັນໃຫຍ່ 702 ໃຫ້ຮູ້ວ່າ: ຕະຫຼອດໄລຍະ 6 ເດືອນຜ່ານມາ, ກອງພັນໃຫຍ່ 702 ສາມາດເຮັດສຳເລັດໜ້າທີ່ການເມືອງ ຂອງຕົນຫຼາຍດ້ານ ໃນນີ້, ໄດ້ເອົາໃຈໃສ່ສຶກສາ ອົບຮົມການເມືອງ-ແນວຄິດ ໃຫ້ພະນັກງານ-ສະມາຊິກພັກ ແລະ ນັກຮົບໃນທົ່ວກົມກອງຮັບປະ ກັນເຮັດໃຫ້ສະພາບແນວຄິດຂອງພະນັກງານ-ນັກຮົບມີຄວາມ ສະຫງົບໂດຍພື້ນຖານ, ມີຄວາມຫ້າວຫັນໃນການປະຕິບັດໜ້າທີ່ ວຽກງານທີ່ໄດ້ຮັບການມອບ ໝາຍ, ເອົາໃຈໃສ່ຕັ້ງໜ້າຮ່ຳ ຮຽນການເມືອງ, ຫັດແອບການ ທະຫານ, ພະລາທິການ, ເຕັກ ນິກ ແລະ ວຽກງານວິຊາສະເພາະ ຕັ້ງໜ້າປະກອບສ່ວນປັບປຸງ ກໍ່ສ້າງກົມກອງໃຫ້ມີຄວາມເຂັ້ມ ແຂງ ເຊື່ອໝັ້ນຕໍ່ການນຳພາ ແລະ ອຸດົມການຂອງພັກ, ເອົາ ໃຈໃສ່ຊີ້ນຳ-ນຳພາອົງການຈັດ ຕັ້ງມະຫາຊົນປະຕິບັດບົດບາດ, ສິດ ແລະ ໜ້າທີ່ຕາມທິດ 4 ບຸກຂອງຊາວໜຸ່ມ ແລະ ຂໍ້ແຂ່ງ ຂັນ 3 ດີ ຂອງແມ່ຍິງລາວ, ຕິດ ຕາມກວດກາການເຄື່ອນໄຫວຂອງພະນັກງານ-ນັກຮົບ ເພື່ອສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ຈະສົ່ງຜົນກະທົບຕໍ່ກົມກອງ.
ດ້ານວຽກງານວິຊາສະເພາະອົບຮົມ-ຫັດແອບ ພາກສ່ວນນັກ ບິນ, ນາຍຊ່າງກໍໄດ້ຕັ້ງໜ້າປະຕິ ບັດວຽກງານການບິນ ເຝິກແອບ ເຮືອບິນ k-8 ຍັງບິນເຝິກແອບຢູ່ ສະໜາມບິນສາກົນວັດໄຕ, ເຮືອ ບິນ YAK-130, LE-500 ແລະ IL-103 ບິນເຝິກຫັດແອບຢູ່ສະ ໜາມບິນທົ່ງໄຫ, ການບິນ ເຝິກ ແອບເຮືອບິນ LE- 500 ແລະ lL-103 ແຕ້ມແຜນບິນ 24 ຄັ້ງ 24 ສະບັບ ມີ 24 ແຮງງານ; ຈັດຕັ້ງກຽມບິນ 24 ຄັ້ງ 72 ຊົ່ວໂມງ ມີ 432 ແຮງງານ; ບິນເຝິກແອບຕົວຈິງ 395 ຖ້ຽວ 170 ຊົ່ວໂມງ 08 ນາທີ ມີ 43 ແຮງງານ; ການບິນເຝິກແອບເຮືອບິນ YAK-130, ການຈັດຕັ້ງການບິນ YAK -130 ໄດ້ 10 ຄັ້ງ10 ຊົ່ວໂມງ ມີ 70 ແຮງງານ, ບິນຫັດແອບຕົວຈິງ 42 ຖ້ຽວ 39 ຊົ່ວໂມງ 22 ນາທີ ມີ 50 ແຮງງານ;ການບິນເຝິກແອບ ເຮືອບິນ K-8 ຈັດຕັ້ງການບິນ 14 ຊົ່ວໂມງ ມີ 84 ແຮງງານ, ບິນເຝິກແອບຕົວຈິງ 49 ຖ້ງວ 110 ຊົ່ວໂມງ 25 ນາທີ, ມີ 90 ແຮງງານ; ວຽກງານຫ້ອງຂັບຈຳລອງ ເປີດເຄື່ອງ ແລະ ອຸ່ນເຄື່ອງຫ້ອງຂັບຈຳລອງ YAK-130, 35 ຄັ້ງ 25 ຊົ່ວໂມງ 50 ນາທີ ມີ 12 ແຮງງານ, ວຽກງານການໂດດ ຈ້ອງກອບກູ້ ຮັບໃຊ້ການບິນຢູ່ສະໜາມບິນສາກົນວັດໄຕ 26 ຄັ້ງ ມີ 37 ແຮງງານ; ວຽກງານຮັບປະກັນເຕັກນິກໃຫ້ແກ່ການບິນ ເຮືອບິນ YAK - 130, K-8, LE-500 ແລະ lL-103; ກຽມກ່ອນບິນ 35 ຄັ້ງ ມີ 638 ແຮງງານ, ກຽມຫຼັງບິນ 28 ຄັ້ງ ມີ 592 ແຮງງານ, ກຽມບິນໃຫ້ນັກບິນໃໝ່ແລ່ນໜ້າດິນ ເຮືອບິນ LE-500 ຈຳນວນ 02 ຄັ້ງ ມີ 36 ແຮງງານ, ຈັດຕັ້ງການບິນເຝິກແອບ 32 ຄັ້ງ ມີ 910 ແຮງງານ, ສ້ອມແປງບຳລຸງປະຈຳ 6 ເດືອນ 4 ຄັ້ງ ມີ 120 ແຮງງານ, ສ້ອມແປງປະຈຳປີ 17 ຄັ້ງ ມີ 499 ແຮງງານ, ຕິດຈັກເຮືອບິນ 30 ຄັ້ງ ມີ 781 ແຮງງານ, ແກ້ໄຂຂໍ້ຕິດຄັດຕ່າງໆ 14 ຄັ້ງ ມີ 123 ແຮງງານ, ກວດກາປະຈຳທິດ 17 ຄັ້ງ ມີ 456 ແຮງງານ, ກວດກາປະຈຳເດືອນ 6 ຄັ້ງ ມີ 263 ແຮງງານ ,ກວດກາສະພາບຍົນ 5 ຄັ້ງ ມີ 18 ແຮງງານ, ຮັບ ຍົນເຂົ້າອູ່ພ້ອມສ້ອມແປງ 7 ຄັ້ງ ມີ 97 ແຮງງານ, ກວດກາປະ ຫວັດຕິດຕາມເຮືອບິນ ເບີ: 045 ແລະ 046 ຈຳນວນ 2 ຄັ້ງ ມີ 40 ແຮງງານ, ເອົາເຮືອບິນອອກ ແລ່ນ 2 ຄັ້ງ ມີ 130 ແຮງ ງານ. ນອກຈາກນີ້, ຍັງມີຫຼາຍຂົງເຂດວຽກງານ ທີ່ປິ່ນອ້ອມກໍໄດ້ຮັບການຈັດຕັ້ງປະຕິບັດມີໝາກຜົນຕົວຈິງ.
ໂດຍ: ເລື່ອນເພັດ
ພາບ: ນາງ ດວງມະນີ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















