ກອງພັນໃຫຍ່ 605 ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ (ສະບັບປັບປຸງ)
ເວລາອອກຂ່າວ: 2026-07-16 10:23:10 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 138 | ຄວາມນິຍົມ: ![]()
ໃນວັນທີ 9 ກໍລະກົດ 2026 ນີ້, ກອງພັນໃຫຍ່ 605 ໄດ້ຈັດຕັ້ງເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ (ສະບັບປັບປຸງ), ໂດຍການເປັນປະທານ ຂອງສະຫາຍ ພັນໂທ ວຽງປະເສີດ ສີປະເສີດ ຫົວໜ້າພະແນກເສນາທິການ ກອງພັນໃຫຍ່ 605, ມີຄະນະພັກ-ຄະນະບັນຊາ, ພະແນກການ ແລະ ພະນັກງານ-ນັກຮົບເຂົ້າຮ່ວມ.
ສະຫາຍ ພັນໂທ ວຽງປະເສີດ ສີປະເສີດ ໄດ້ເຜີຍແຜ່ກົດລະບຽບ ຂອງກອງທັບປະຊາຊົນລາວ (ສະບັບປັບປຸງ) ປີ 2026, ເຊິ່ງປະກອບມີ XVI ພາກ, 56 ໝວດ ແລະ 299 ມາດຕາ, ຈຸດປະສົງການເຜີຍແຜ່ກົດລະບຽບຄັ້ງນີ້, ເພື່ອແນໃສ່ເຮັດໃຫ້ຄະນະພັກ-ຄະນະບັນຊາທຸກຂັ້ນ ຕະຫຼຼຼອດຮອດນາຍ ແລະ ພົນທະຫານ ໄດ້ຮັບຮູ້ ແລະ ເຂົ້າໃຈຕໍ່ບັນດາຂໍ້ກຳນົດ, ກົດລະບຽບຂອງກອງ
ທັບປະຊາຊົນລາວ ເພື່ອພ້ອມກັນຕັ້ງໜ້າປັບປຸງແກ້ໄຂ ແລະ ປະຕິບັດໃຫ້ຖືກຕ້ອງ ຕາມລະບຽບການຂອງກອງທັບປະຊາຊົນລາວຢ່າງເຂັ້ມງວດ, ໃນການຈັດຕັ້ງເຄື່ອນໄຫວປະຕິບັດໜ້າທີ່, ປັບປຸງກໍ່ສ້າງກຳລັງຢ່າງເປັນເອກະພາບ ແລະ ກາຍເປັນກຳລັງແຮງສັງລວມໃຫ້ກອງທັບ ສາມາດເຮັດສຳເລັດໜ້າທີ່ ຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້, ເຊິ່ງກົດລະບຽບສະບັບນີ້ ແມ່ນຄຳສັ່ງອັນເດັດຂາດ ຂອງຜູ້ບັນຊາສູງສຸດ, ແມ່ນກົດບັງຄັບໃຫ້ນາຍ ແລະ ພົນທະຫານ ຂອງກອງທັບປະຊາຊົນລາວ ທຸກສະຫາຍ ຕ້ອງໄດ້ປະຕິບັດຢ່າງເຂັ້ມງວດ, ຍ້ອນແນວນັ້ນມັນຈຶ່ງມີຄວາມໝາຍຄວາມສຳຄັນ ຕັດສິນເຖິງການເຕີບໃຫຍ່ຂະຫຍາຍຕົວ ແລະ ຄວາມເຂັ້ມແຂງຂອງກອງທັບປະຊາຊົນລາວ ທັງເປັນເຂັມຊີ້ທິດໃຫ້ແກ່ການປັບປຸງກໍ່ສ້າງກອງທັບ ໃຫ້ໜັກແໜ້ນ, ເຂັ້ມແຂງ, ເປັນກອງທັບປະຕິວັດ ແລະ ມີແບບ ແຜນອັນແຫຼມຄົມ ແລະ ທັນສະໄໝ.
ຂ່າວ: ໜູແດງລາດສະແກ້ວ
ພາບ: ລຳພູນ ບຸນວົງໄຊ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















