ກອງບັນຊາການທະຫານແຂວງໄຊຍະບູລີ ຢ້ຽມຢາມຄົນເຈັບຢູ່ ໂຮງໝໍທະຫານແຂວງ
ເວລາອອກຂ່າວ: 2026-07-16 10:24:03 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 262 | ຄວາມນິຍົມ: ![]()
ໃນວັນທີ 14 ກໍລະກົດ 2026 ນີ້, ສະຫາຍ ພັນເອກ ບຸນພົບ ວິໄລສັກ ຫົວໜ້າການເມືອງກອງ ບັນຊາການທະຫານແຂວງໄຊ ຍະບູລີ ພ້ອມດ້ວຍຄະນະໄດ້ລົງ ຢ້ຽມຢາມພະນັກງານທີ່ໄດ້ຮັບ ບາດເຈັບ ຈາກການປະຕິບັດໜ້າ ທີ່ ທີ່ກຳລັງນອນປິ່ນປົວຢູ່ໂຮງໝໍທະຫານແຂວງໄຊຍະບູລີ.
ການລົງຢ້ຽມຢາມຄົນເຈັບຄັ້ງນີ້, ສະຫາຍ ພັນເອກ ບຸນພົບ ວິໄລສັກ ກໍໄດ້ນຳເອົາຄວາມຢື້ຢາມຖາມຂ່າວ ແລະ ຄວາມເປັນຫ່ວງເປັນໄຍຈາກຄະນະພັກ-ຄະ
ນະບັນຊາ ກອງບັນຊາການທະຫານແຂວງໄຊຍະບູລີ ຍາມໃດກໍໃຫ້ຄວາມສຳຄັນຕໍ່ພະນັກງານ-ນັກຮົບທີ່ປະຕິບັດໜ້າທີ່ເປັນຮົ້ວປ້ອງກັນຊາດ ແລະ ອວຍພອນ ໄຊອັນປະເສີດມາຍັງສະຫາຍຜູ້ ຮັບບາດເຈັບທີ່ກຳລັງນອນປິ່ນ ປົວຢູ່ໂຮງໝໍຈົ່ງຫາຍດີໂດຍໄວ ແລະ ມີຈິດໃຈອຸ່ນອຽນທຸ່ນທ່ຽງໃນການເຮັດໜ້າທີ່ຂອງຕົນ. ໃນໂອກາດລົງມາຢ້ຽມຢາມຄັ້ງນີ້ ຄະນະພັກ-ຄະນະບັນຊາ, ພ້ອມດ້ວຍອົງການຈັດຕັ້ງມະຫາຊົນ ຊາວໝຸ່ມ-ແມ່ຍິງ ກອງບັນຊາການທະຫານແຂວງໄຊຍະບູລີ ຍັງໄດ້ນຳເອົາວັດຖຸປັດໄຈຈຳ ນວນໜຶ່ງມອບໃຫ້ສະຫາຍຜູ້ທີ່ໄດ້ຮັບບາດເຈັບອີກດ້ວຍ.
ໂດຍ: ໄຊຍະສັກ ມະນີວັນ
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















