29 ປີ ແຫ່ງການກຳເນີດເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊ ຂອງກອງພັນໃຫຍ່ຕີພິເສດ 497
ເວລາອອກຂ່າວ: 2026-07-16 10:37:50 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 884 | ຄວາມນິຍົມ: ![]()
ກ່ອນໜ້ານີ້ 29 ປີ, ພາຍ ຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ການປະຕິວັດໄດ້ກ່າວເຂົ້າສູ່ໄລຍະໃໝ່, ເຊິ່ງແມ່ນໄລຍະແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ດັ່ງນັ້ນ, ເພື່ອຕອບສະໜອງກັບຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່ ກໍຄືການປັບປຸງກໍ່ສ້າງກອງທັບປະຕິວັດໃຫ້ເຕີບໃຫຍ່ເຂັ້ມແຂງໜັກແໜ້ນ, ກະຊວງປ້ອງກັນປະເທດ ຈຶ່ງໄດ້ເຕົ້າໂຮມເອົາບັນ ດາກອງພັນນ້ອຍຕີພິເສດຄື: ກອງພັນ 423, ກອງພັນ 424 ແລະ ກອງພັນ 428 ມາປະກາດ ສ້າງຕັ້ງເປັນກອງພັນໃຫຍ່ຕີພິ ເສດ 497 ໃນວັນທີ 16 ກໍລະກົດ 1997 ຢ່າງເປັນທາງການ, ຄະ ນະບັນຊາກອງພັນໃຫຍ່ລຸ້ນທຳອິດປະກອບມີສະຫາຍ ພັນຕີ ສົມພອນ ໄມບຸນ ເປັນຫົວໜ້າການທະຫານ, ສະຫາຍ ພັນຕີ ໂສນີ ອຸດົມສັກ ເປັນຫົວໜ້າການເມືອງ, ສະຫາຍ ພັນຕີ ສົມທອນ ວົງພະຈັນ ເປັນຮອງຫົວໜ້າການທະ ຫານ, ສະຫາຍ ພັນຕີ ຈັນທີ ທຳມະສິນ ເປັນຮອງຫົວໜ້າການ ເມືອງ ແລະ ສະຫາຍ ຮ້ອຍເອກ ບຸນເຈີ ຄຳມະວົງ ເປັນຫົວໜ້າພະລາທິການ, ໂຄງປະກອບການ ຈັດຕັ້ງປະກອບມີ: 3 ກອງພັນນ້ອຍ, 5 ພະແນກການ, 1 ກອງ ຮ້ອຍກຳລັງໄຟແບກຫາບທີ່ຂຶ້ນກັບ, ມີພາລະບົດບາດໃນການປັບ ປຸງກໍ່ສ້າງກຳລັງ, ກໍ່ສ້າງພະນັກ ງານ-ນັກຮົບໃຫ້ມີຄວາມໜັກ ແໜ້ນທາງດ້ານການເມືອງແນວ ຄິດ, ເຂັ້ມແຂງທາງດ້ານການ ຈັດຕັ້ງ, ເປັນກຳລັງກຽມພ້ອມສູ້ຮົບ ເຄື່ອນໄຫວຈຸດໜັກ ໃນຂອບ ເຂດທົ່ວປະເທດ ຕາມຄຳສັ່ງຂອງ ກະຊວງປ້ອງກັນປະເທດໂດຍກົງ.
ການສ້າງຕັ້ງກອງພັນໃຫຍ່ 497 ແມ່ນເຫດການປະຫວັດສາດທີ່ສຳຄັນ ຂອງກອງທັບປະຊາຊົນລາວ, ໂດຍຈຸດພິເສດຂອງກອງ ພັນໃຫຍ່ 497 ເປັນເຫຼົ່າລົບຕີພິເສດການປະກອບແບບກະທັດຮັດເບົາບາງ ແຕກຕ່າງຈາກເຫຼົ່າຮົບອື່ນ, ວິທີຕີແມ່ນເອົານ້ອຍຕີຫຼາຍ, ເອົາຄຸນນະພາບຊະນະປະ ລິມານ, ຕີຖືກເປົ້າໝາຍຈຸດໜັກ, ຕີໄວດັບສູນກ້ຽງ, ປະສານສົມທົບແໜ້ນກັບ 5 ຫຼັກການ ຄື: ຕີນຮອດ, ມືເຖິງ, ຫູຟັງ, ດັງດົມ, ຕາເຫັນ ແລະ ໄດ້ສຳພັດກັບຕົວ ຈິງ. ນັບແຕ່ມື້ໄດ້ຮັບການສ້າງຕັ້ງຂຶ້ນມາເຖິງປັດຈຸບັນ ກໍໄດ້ມີການ ຊັບຊ້ອນການຈັດຕັ້ງສືບທອດ ປ່ຽນແທນຄະນະພັກ-ຄະນະບັນ ຊາແຕ່ລະລຸ້ນຢ່າງຕໍ່ເນື່ອງ ເພື່ອຮັບປະກັນໃຫ້ແກ່ການ ເຄື່ອນໄຫວເຮັດສຳເລັດໜ້າທີ່ການເມືອງຂອງພັກ ໃນໄລຍະໃໝ່, ໂດຍສືບທອດມູນເຊື້ອອັນດີງາມຂອງກົມກອງໃນຕະຫຼອດໄລຍະ 25 ປີຜ່ານມາ, ພາຍໃຕ້ການນຳພາຂອງພັກ ກໍຄື ຄະນະພັກກະຊວງປ້ອງກັນປະເທດ, ຄະນະພັກ-ຄະ ນະບັນຊາ ແລະ ພະນັກງານ-ນັກ ຮົບແຕ່ລະລຸ້ນ ສາມາດເຮັດສຳ ເລັດໜ້າທີ່ການເມືອງຂອງກົມກອງດ້ວຍດີຕະຫຼອດມາ.
ໃນເມື່ອກ່ອນກົມກອງຕີພິ ເສດເປັນພຽງໝວດ, ກອງຮ້ອຍ, ກອງພັນນ້ອຍ ທີ່ກະແຈກກະຈາຍຢູ່ໃນຂອບເຂດທົ່ວປະເທດ, ໃນໄລຍະຕໍ່ສູ້ກູ້ຊາດ ບັນດາກົມກອງເຫຼົ່າຮົບຕີພິເສດເຫຼົ່ານັ້ນ ໄດ້ມີມູນເຊື້ອອັນອົງອາດກ້າຫານໃນການເຄື່ອນໄຫວດັບສູນສັດຕູຄຽງບ່າຄຽງໄຫຼ່ຮ່ວມກັບບັນດາກົມກອງເຫຼົ່າຮົບອື່ນ, ເປັນຕົ້ນແມ່ນໄດ້ເຂົ້າຮ່ວມບັ້ນຫຼອນຕີໜອງຄ້າງປີ 1967, ບັ້ນຫຼອນຕີເດີ່ນບິນຫຼວງພະບາງປີ 1971, ບັ້ນຫຼອນຕີທ່າລາດ, ພູເຂົາຄວາຍ, ເມືອງເກົ່າ, ທ່າບົກ, ປາກຊັນ, ບັ້ນຕີພູວຽງ, ພູລານ, ດົງເຫັນເຊໂນ ແຂວງສະຫວັນນະເຂດ, ບັ້ນຕີພູບາຈຽງ, ນ້ຳພາກ ແຂວງຈຳປາກສັກ, ບັ້ນຫຼອນຕີ ໝາກກອງກຳລັງຕັນ ແຂວງອັດຕະປື ປີ 1971-1972, ອັນພົ້ນເດັ່ນແມ່ນ ໄດ້ເຂົ້າຮ່ວມບັ້ນຮົບປົດປ່ອຍຜ່າຖີ່ແຂວງຫົວພັນ ປີ 1968 ແລະ ບັ້ນຮົບສຳຄັນອື່ນໆອີກ.
ໃນໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກົມກອງເຫຼົ່າຮົບຕີພິເສດ ກໍໄດ້ສືບຕໍ່ເຄື່ອນໄຫວສູ້ຮົບຕີສັດຕູ ເປັນຕົ້ນແມ່ນ ບັ້ນກວາດລ້າງຕີພວກປຸ້ນຢູ່ໜອງແປນ-ຜາຮຸງ-ຜາມົນ ເຂດຊຽງຮ່ອນ ເມືອງຫົງສາປີ 1980-1983, ພິເສດແມ່ນ ບັ້ນຫຼອນຕີການບຽດຢຶດຂອງທະຫານໄທ ຢູ່ 3 ໝູ່ບ້ານ ເມືອງທົ່ງ ແຂວງໄຊຍະບູລີ ປີ 1984, ສາມາດປັດເຂ່ຍສັດຕູອອກຈາກວົງສູ້ຮົບໄດ້ 119 ຄົນ, ດັບສູນກັບທີ່ 79 ຄົນ ແລະ ທຳລາຍອາ ວຸດສົງຄາມຈຳນວນໜຶ່ງ. ຈາກນັ້ນ, ກໍໄດ້ສືບຕໍ່ເຄື່ອນໄຫວບັ້ນກວາດລ້າງພວກປຸ້ນ ຢູ່ຜາຫຼັງ-ຜາແດງ, ລອງເຢັນ-ລອງຈານ, ກິ່ວເງິນ-ຖ້ຳອົງ ເຂດກາສີ-ວັງວຽງປີ 1985-1986, ວັນທີ 24 ພຶດສະພາ 1987 ກອງພັນຕີພິເສດ 424 ໄດ້ນຳໃຊ້ກຳລັງ 23 ສະຫາຍ, ສົບທົບກັບກອງຮ້ອຍ 415 ປິດລັບຫຼອນຕີພວກພັດຖິ່ນລາວຢູ່ພູປ່າຫວານ (ປະເທດ ໄທ), ເຂົ້າຮ່ວມບັ້ນຮົບບໍ່ແຕນ ແຂວງໄຊຍະບູລີ ປີ 1987-1988, ບັ້ນກວາດລ້າງພວກປຸ້ນຢູ່ເມືອງໝອກ ເຂດພິເສດ ໄຊສົມບູນ ປີ 1991-1992, ບັ້ນກວາດລ້າງພວກປຸ້ນຢູ່ຍອດຫ້ວຍປາຊີວ, ນ້ຳເຕົ້າສາມແສນ, ຍອດຫ້ວຍນ້ຳແຈ, ເຂດພິເສດໄຊສົມ ບູນ ປີ 1995-1996 ແລະ ບັນຫຼອນຕີ-ບັ້ນຮົບອື່ນໆ ຢ່າງພິລະອາດຫານ ແລະ ຍາດໄດ້ໄຊຊະນະເປັນກ້າວໆມາ.
ໃນປີ 2001 ກົມໃຫຍ່ເສນາທິການກອງທັບ ໄດ້ມອບໝາຍໃຫ້ກອງພັນໃຫຍ່ 497 ອອກເຄື່ອນໄຫວປ້ອງກັນກອງປະຊຸມສຸດຍອດອາຊຽນ 10 ຢູ່ນະຄອນຫຼວງວຽງຈັນ, ປີ 2003 ກົມກອງໄດ້ອອກເຄື່ອນໄຫວກວາດລ້າງຕີພວກປຸ້ນຢູ່ບໍລິເວນເຂດນ້ຳຊັງ, ນ້ຳປວນ, ຕາດແກ້ວ ສາມາດປັດເຂ່ຍສັດຕູອອກຈາກວົງສູ້ຮົບໄດ້ 300 ຄົນ, ຢຶດອາວຸດໄດ້ 6 ກະບອກ ແລະ ລູກປືນຄົກ 60 ລູກ, ໃນປີດຽວກັນນັ້ນ, ກອງພັນໃຫຍ່ 497 ກໍໄດ້ ຮັບຄຳສັ່ງໃຫ້ອອກເຄື່ອນໄຫວເຮັດໜ້າທີ່ສູ້ຮົບ ກໍ່ສ້າງຮາກຖານການເມືອງຢູ່ແຂວງຫົວພັນ ເຊິ່ງນຳໃຊ້ກຳລັງ 428 ບັນຊາໂດຍສະຫາຍ ພັນຕີ ຄຳສຸກ ໄຊມ່ວນສິນ ແລະ ສະຫາຍ ຮ້ອຍເອກ ແພງແກ້ວ ແສງຄຳມີ ສາມາດດັບສູນສັດຕູໄດ້ 27 ຄົນ, ຍິງບາດ ເຈັບ 8 ຄົນ, ຈັບເປັນສະເລີຍເສິກ 16 ຄົນ ແລະ ຢຶດອາວຸດໄດ້ 16 ກະບອກ.
ປີ 2004 ກອງພັນໃຫຍ່ 497 ໄດ້ຮັບໜ້າທີ່ໃຫ້ອອກເຄື່ອນໄຫວສູ້ຮົບຢູ່ເຂດ ຜາງູ ເມືອງໄຊສົມບູນ ແລະ ເຄື່ອນໄຫວແກ້ໄຂພວກປຸ້ນ, ພວກພັດຖິ່ນລາວ ແລະ ກຸ່ມຄົນບໍ່ດີທີ່ລີ້ຊ້ອນ ແລະ ກໍ່ຄວາມບໍ່ຫງົບຢູ່ບາງບໍລິເວນຂອງປະເທດຊາດ. ນອກນັ້ນ, ຍັງໄດ້ເຂົ້າຮ່ວມປ້ອງກັນບັນດາວັນບຸນສຳຄັນຕ່າງໆ ຂອງພັກ, ຂອງຊາດ, ປ້ອງກັນການນຳພັກ-ລັດ, ແຂກທັງພາຍໃນ ແລະ ຕ່າງປະເທດທີ່ມາຢ້ຽມ ຢາມກົມກອງ ໃຫ້ມີຄວາມສະ ຫງົບປອດໄພ. ໄປຄຽງຄູ່ກັນນັ້ນ, ຄະນະພັກ-ຄະນະບັນຊາກອງພັນໃຫຍ່ 497 ແຕ່ລະລຸ້ນ, ຍັງໄດ້ຫັນເອົາກຳລັງລົງກໍ່ສ້າງຮາກຖານການເມືອງ ຕິດພັນກັບການພັດທະນາຊົນນະບົດຮອບດ້ານ, ເພື່ອແກ້ໄຂຊີວິດການເປັນຢູ່, ລົບ ລ້າງຄວາມທຸກຍາກຂອງປະຊາ ຊົນ, ໂດຍເຊື່ອມຊຶມກຳແໜ້ນຍຸດທະສາດການຫັນລົງກໍ່ສ້າງຮາກຖານການເມືອງ ແລະ ສືບທອດມູນເຊື້ອຂອງກອງທັບ, ຂອງກົມກອງ ບໍ່ວ່າໄລຍະໃດ ແລະ ຕັ້ງທັບຢູ່ບ່ອນໃດ ກອງພັນໃຫຍ່ 497 ກໍໄດ້ຖືສຳຄັນຕໍ່ວຽກງານກໍ່ສ້າງຮາກຖານການເມືອງ ເຊິ່ງໄດ້ຈັດຕັ້ງປະຕິບັດດ້ວຍຫຼາຍຮູບການຕົ້ນຕໍຄື: ຮູບການທາງກວ້າງ ແລະ ທາງເລິກ, ຜ່ານການຈັດຕັ້ງປະຕິບັດໃນການຫັນລົງກໍ່ສ້າງຮາກຖານການເມືອງ ໃນໄລຍະຜ່ານມາ, ໄດ້ປະກອບສ່ວນເຮັດໃຫ້ສະພາບຢູ່ທ້ອງຖິ່ນຮາກຖານມີຄວາມສະຫງົບ, ສັງຄົມມີຄວາມເປັນລະບຽບຮຽບຮ້ອຍ, ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມຕໍ່ແນວທາງຂອງພັກ-ລັດ, ການພັດ ທະນາເສດຖະກິດແກ້ໄຂຊີວິດ ການເປັນຢູ່ຂອງປະຊາຊົນນັບມື້ດີຂຶ້ນ, ໂດຍສະເພາະແມ່ນຢູ່ແຂວງໄຊສົມບູນ ເຊິ່ງເປັນເຂດທີ່ຫຍຸ້ງຍາກ, ທຸລະກັນດານ, ກຸ່ມຄົນບໍ່ດີຍັງເຄື່ອນໄຫວກໍ່ຄວາມບໍ່ສະຫງົບ ຢ່າງລຽນຕິດ ດັ່ງນັ້ນ, ກອງພັນໃຫຍ່ 497 ຈຶ່ງໄດ້ຮັບມອບໝາຍໃຫ້ລົງເຄື່ອນໄຫວກໍ່ສ້າງຮາກຖານຢູ່ຂອບເຂດ ດັ່ງ ກ່າວ, ມາຮອດປັດຈຸບັນ ໄດ້ມີຄວາມສະຫງົບໂດຍພື້ນຖານ, ຊີ ວິດການເປັນຢູ່ຂອງປະຊາຊົນດີຂຶ້ນເທື່ອລະກ້າວ.
ຕະຫຼອດໄລຍະ 29 ປີຜ່ານມາ, ນອກຈາກກອງພັນໃຫຍ່ 497 ໄດ້ເຮັດສຳເລັດໜ້າທີ່ການເມືອງຂອງກົມກອງຕາມການຈັດຕັ້ງຂັ້ນເທິງມອບໝາຍໃຫ້ແລ້ວ, ຄະ ນະພັກ-ຄະນະບັນຊາແຕ່ລະຮຸ່ນ ຍັງໄດ້ເອົາໃຈໃສ່ປັບປຸງກໍ່ສ້າງກຳລັງ ໃຫ້ມີຄວາມໜັກແໜ້ນເຂັ້ມແຂງໃນທຸກດ້ານ, ຖັນແຖວພະ ນັກງານ-ນັກຮົບ ໄດ້ຮັບການກໍ່ ສ້າງນັບມື້ເຕີບໃຫຍ່ຂະຫຍາຍຕົວ, ໄປພ້ອມໆກັນນັ້ນ ຍັງໄດ້ເອົາໃຈ ໃສ່ສ້າງພະລາທິການດ້ວຍການອອກ ແຮງເພີ່ມພູນຜະລິດຜົນ ຍົກສູງນ້ຳໃຈເພິ່ງຕົນເອງ, ກຸ້ມຕົນເອງ ແລະ ສ້າງຄວາມເຂັ້ມ ແຂງດ້ວຍຕົນເອງ, ໂດຍການສຸມໃສ່ປູກຝັງ-ລ້ຽງສັດ ເພື່ອແກ້ ໄຂຊີວິດການເປັນຢູ່ຂອງພະນັກ ງານ-ນັກຮົບ ໃຫ້ດີຂຶ້ນເທື່ອລະກ້າວ, ມາຮອດປັດຈຸບັນກົມກອງ, ສຳນັກງານ, ຫ້ອງການ, ລະບົບສາງຄັງ ມີຄວາມແໜ້ນໜ້າຖາ ວອນ, ມີລະບົບໄຟຟ້າ, ນ້ຳປະ ປາ, ຄ້າຍຄູມີຄວາມສະອາດຈົບ ງາມເຕັມໄປດ້ວຍສີສັນນັກຮົບວັດ ທະນະທຳ-ກົມກອງວັດທະນະ ທຳ.
ຕໍ່ກັບຜົນງານ, ໄຊຊະນະ ແລະ ວິລະກຳອັນລ້ຳເລີດທີ່ກອງພັນ ໃຫຍ່ 497 ສ້າງມາໄດ້ຕະຫຼອດໄລຍະຜ່ານມານັ້ນ, ພັກ-ລັດຖະ ບານ ແລະ ກະຊວງປ້ອງກັນປະ ເທດ ຈຶ່ງໄດ້ຍ້ອງຍໍສັນລະເສີນ ປະດັບຫຼຽນໄຊ, ຫຼຽນກາ, ໃບຍ້ອງຍໍປະເພດຕ່າງໆ ໃຫ້ກົມກອງ ລວມໝູ່ ແລະ ບຸກຄົນຫຼາຍລະດັບ ຄື: ປະດັບຫຼຽນໄຊ, ຫຼຽນກາ ປະ ເພດຕ່າງໆ 1.338 ໜ່ວຍ, ໃບຍ້ອງຍໍ 5.712 ໃບ, ເປັນກົມ ກອງວິລະຊົນ 2 ກົມກອງ, ບຸກ ຄົນເປັນວິລະຊົນແຫ່ງຊາດ 3 ສະ ຫາຍ ແລະ ນັກຮົບແຂ່ງຂັນ 12 ສະຫາຍ ຢ່າງສົມກຽດ.
news to day and hot news
ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ
ຂ່າວມື້ນີ້
ຂ່າວຍອດນິຍົມ
ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ















