ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງພົນທີ 1 ປາຖະກະຖາມູນເຊື້ອວັນປະຫວັດສາດສຳຄັນຕ່າງໆ
ເວລາອອກຂ່າວ: 2026-07-16 12:17:02 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 424 | ຄວາມນິຍົມ:



ວັນທີ 15 ກໍລະກົດ 2026 ນີ້, ກອງພົນທີ 1 ໄດ້ປາຖະກະຖາມູນເຊື້ອວັນຄ້າຍວັນເກີດ ຂອງ ປະທານ ສຸພານຸວົງ ຄົບຮອບ 117 ປີ; ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມືລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ, ໂດຍການເປັນປະທານ ຂອງສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ຫົວໜ້າການເມືອງ ກອງພົນທີ 1, ມີຄະນະພັກ-ຄະນະບັນຊານ ກອງພົນ, ອົງການ-ກົມກອງຮາກຖານອ້ອມຂ້າງ ແລະ ພະນັກງານຫຼັກແຫຼ່ງ ເຂົ້າຮ່ວມ. ການປະຖະກະຖາຄັ້ງນີ້ ເພື່ອເຊື່ອມຊຶມ ແລະ ເຕືອນສະຕິ ຂອງພະນັກງານ-ນັກຮົບ ຜູ້ທີ່ເປັນເສົາຫຼັກ ແລະ ຜູ້ສືບທອດການປະຕິວັດ ໃຫ້ຮັບຮູ້ເຂົ້າໃຈຢ່າງເລິກເຊິ່ງ, ກ້ວາງຂວາງ, ຮອບດ້ານ ແລະ ພາວະວິໄສ ຕໍ່ກັບມູນເຊື້ອປະຫວັດສາດສໍາຄັນດັ່ງກ່າວ ພ້ອມກັນນໍາເອົາເນື້ອໃນຈິດໃຈນີ້ ໄປຈັດຕັ້ງເຜີຍແຜ່ເຊື່ອມຊຶມ, ຜັນຂະຫຍາຍໃຫ້ໄດ້ຮັບຜົນດີ ແລະ ທົ່ວເຖິງທຸກເປົ້າໝາຍ ພ້ອມທັງ, ນໍາເອົາບົດຮຽນ ແລະ ພຶດຕິກໍາຕົວຈິງຂອງຄົນຮຸ່ນກ່ອນ ມາເປັນເຂັ້ມຊີ້ທິດເຍືອງທາງ ແລະ ເປັນແວ່ນແຍງທີ່ດີໃຫ້ແກ່ຄົນຮຸ່ນຫຼັງ ກໍຄືພະນັກງານ-ນັກຮົບ ເພື່ອນໍາໄປໝູນໃຊ້ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານຂອງຕົນ ແລະ ເຂົ້າໃນຊີວິດການເມືອງຂອງກົມກອງ ໃຫ້ມີຜົນສໍາເລັດຢ່າງສະຫງ່າງາມ. ການປາຖະກະຖາ ແມ່ນເຕັມໄປດ້ວຍບັນຍາກາດທີ່ຟົດຟື້ນ ແລະ ມີຄວາມໝາຍສໍາຄັນຍິ່ງ ເຊິ່ງໄດ້ດໍາເນີນໄປດ້ວຍຄວາມຮັບຜິດຊອບ ແລະ ມີຜົນສໍາເລັດຢ່າງຈົບງາມ ຢູ່ທ່າມກາງບັນຍາກາດ ທີ່ທົ່ວພັກ-ລັດ, ທົ່ວກອງທັບ ແລະ ທົ່ວປວງຊົນລາວບັນດາເຜົ່າ ພວມຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງສູນກາງພັກ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ, ມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກກອງພົນ ແລະ ຈັດຕັ້ງປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ທີ່ຄະນະພັກກະຊວງປ້ອງກັນປະເທດວາງອອກ, ແຜນພັດທະນາເສດຖະກິດຂອງລັດ ດ້ວຍຈິດໃຈຟົດຟື້ນປະຕິວັດ ຕິດພັນກັບການສ້າງຂະບວນການຕ່າງໆ ເພື່ອຂໍ່ານັບຮັບຕ້ອນວັນປະຫວັດສາດສໍາຄັນຕ່າງໆ ໃຫ້ເປັນຂະບວນການຟົດຟື້ນ ແລະ ກ້ວາງຂວາງ. ໂອກາດນີ້, ສະຫາຍ ພົນຈັດຕະວາ ຂາວມະນີ ສີພອນ ໄດ້ຊີ້ນໍາໃຫ້ການຈັດຕັ້ງທຸກຂັ້ນ ສືບຕໍ່ຄົ້ນຄ້ວາເຊື່ອມຊຶມມູນເຊື້ອອັນຍອດຍິ່ງນັ້ນ ເພື່ອນໍາໄປເຜີຍແຜ່ໃຫ້ພະນັກງານ-ນັກຮົບຮັບ ຮັບຮູ້ເຂົ້າໃຈຢ່າງທົ່ວເຖິງ ເພື່ອສຶກສາອົບຮົມການເມືອງນໍາພາ-ແນວຄິດ ໃຫ້ເຂົາເຈົ້າມີແນວຄິດການເມືອງໜັກແໜ້ນ, ຈົງຮັກພັກດີຕໍ່ຊາດ, ຕໍ່ພັກ-ລັດ ແລະ ປະຊາຊົນ, ເພີ່ມທະວີຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ຕັ້ງໜ້າຊູ້ຍູ້, ສົ່ງເສີມ, ກໍ່ສ້າງ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນດ້ວຍຄວາມຈິງໃຈ ບົນພື້ນຖານປະຕິບັດຕາມຫຼັກການ ຂອງພັກ-ລັດວາງອອກ, ຍົກສູງສະຕິລະວັງຕົວ ຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງສັດຕູ, ຕ້ານ ແລະ ສະກັດກັ້ນປະກົດການຫຍໍ້ທໍ້ຕ່າງໆ ທີ່ອາດຈະເກີດຂຶ້ນ, ເພີ່ມທະວີການນໍາພາ ຂອງພັກ, ການຄຸ້ມຄອງລັດ, ການປະຕິບັດລະບຽບກົດໝາຍ ໃຫ້ເຂົ້າສູ່ຄຸນນະພາບໃໝ່ ຕິດພັນກັບການຊຸກຍູ້ຂະບວນການຮັກຊາດ ແລະ ພັດທະນາ, ຂະບວນການຕ່າງໆໃນກົມກອງ ໃຫ້ຟົດຟື້ນຕໍ່ເນື່ອງ, ເອົາໃຈໃສ່ປຸກລະດົມຂະບວນການແກ້ໄຂຊີວິດການເປັນຢູ່ ແລະ ປົກປັກຮັກສາພາຫະນະຕິກນິກການທະຫານ ເພື່ອຮັບປະກັນກຽມພ້ອມເຮັດສໍາເລັດໜ້າທີ່. ໂດຍ: ໂກຮັງ ພັນທະວົງ.



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ