ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ກອງບັນນາທິການໜັງສືພິມກອງທັບ ສະຫຼຸບວຽກງານຮອບດ້ານ 6 ເດືອນຕົ້ນປີ 2026
ເວລາອອກຂ່າວ: 2026-07-16 15:16:45 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 464 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2026 ນີ້, ກອງບັນນາທິການ ໜັງສືພິມກອງທັບ ໄດ້ຈັດກອງປະຊຸມສະຫຼຸບວຽກງານຮອບດ້ານ ປະຈໍາ 6 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ, ພ້ອມທັັງ ຜ່ານມາດຖານ ແລະ ເງື່ອນໄຂ ຂໍ້ແຂ່ງຂັນ “ຮັກຊາດ ແລະ ພັດທະນາ” ປະຈໍາປີ 2026, ໂດຍການເປັນປະທານ ຂອງສະຫາຍ ພັນເອກ ວັນເຮືອງ ສີວິໄລ ຫົວໜ້າກອງບັນນາທິການ ໜັງສືພິມກອງທັບ, ມີຄະນະພັກ-ຄະນະບັນນາທິການ, ຫົວໜ້າ-ຮອງຫົວໜ້າພະແນກ ແລະ ພະນັກງານ-ນັກຮົບ ເຂົ້າຮ່ວມ. ສະຫາຍ ພັນໂທ ສຸພັນສາ ຄໍາມີ ຫົວໜ້າພະແນກບໍລິຫານ ໄດ້ຜ່ານບົດສະຫຼຸບວຽກງານຮອບດ້ານ ໃນໄລຍະ 6 ເດືອນຜ່ານມາ ສາມາດເຮັດສໍາເລັດວຽກງານຫຼາຍດ້ານ ເປັນຕົ້ນແມ່ນໄດ້ຕິດຕາມກຳແໜ້ນສະພາບແນວຄິດ ຂອງພະນັກງານ-ນັກຮົບ ໃນກົມກອງກໍລະນີມີບັນຫາປະກົດການເກີດຂຶ້ນກໍຮີບຮ້ອນແກ້ໄຂແຕ່ຫົວທີ, ສຶກສາອົບຮົມໃຫ້ຮັບຮູ້ ແລະ ເຂົ້າໃຈແນວທາງນນະໂຍບາຍ ຂອງ ພັກ-ລັດ, ຮູ້ຈໍາແນກໄດ້ມິດ ແລະ ສັດຕູ, ມີນໍ້າໃຈຮັກປະເທດຊາດ, ຮັກລະບອບໃໝ່, ມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ, ປະຕິບັດມະຕິຄໍາສັ່ງຂອງຂັ້ນເທິງ, ຫ້າວຫັນເຮັດວຽກງານຕາມການຈັດຕັ້ງມອບໝາຍ, ສຸມໃສ່ໂຄສະນາໃຫ້ແກ່ການເຄື່ອນໄຫວ ຂອງການນໍາ ພັກ-ລັດ ກໍຄືຂອງກະຊວງປ້ອງກັນປະເທດ. ຕະຫຼອດໄລຍະ 6 ເດືອນຕົ້ນປີ 2026 ນີ້ ສາມາດຜະລິດໜັງສືພິມໄດ້ 120 ເທື່ອລວມເປັນ 69.600 ສະບັບ, ລົງຂ່າວພາຍໃນໄດ້ 3.480 ຂ່າວ, ຂ່າວຕ່າງປະເທດ, ຂ່າວວິທະຍາສາດ-ເຕັກນິກການທະຫານ 1.118 ຂ່າວ, ບົດ 504 ບົດ, ຮູບ 3.600 ກວ່າຮູບ, ໄດ້ຈັດຕັ້ງການອັບເດດເວບໄຊໜັງສືພິມເອເລັກໂຕຣນິກພາສາລາວ ແລະ ພາສາອັງກິດໄດ້ 2.213 ຂ່າວ, ມີຜູ້ເຂົ້າເບິ່ງ 18.960.000 ກວ່າຄົນຈາກ 90 ກວ່າປະເທດ ໃນທົ່ວໂລກ. ຈາກນັ້ນ, ສະຫາຍ ພັນໂທ ຄອນສະຫວັນ ໄຊຍະລາດ ຮອງຫົວໜ້າບັນນາທິການ ໜັງສືພິມກອງທັບ ໄດ້ຜ່ານເນື້ອໃນຂະບວນການຂໍ້ແຂ່ງຂັນ ໂດຍພາຍໃຕ້ຄຳຂວັນ: "ຮັກຊາດ ແລະ ພັດທະນາ" ຈຸດປະສົງ-ຄາດໝາຍ ແມ່ນເພື່ອເຮັດໃຫ້ພະນັກງານ-ນັກຮົບ ກຳແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ, ມະຕິຄໍາສັ່ງ, ຂໍ້ກໍານົດກົດລະບຽບຂອງກອງທັບ ແລະ ບັນດາມູນເຊື້ອອັນດີງາມຂອງຊາດ, ຂອງພັກ ແລະ ຂອງກອງທັບ, ຕອບຕ້ານທຸກກົນອຸບາຍຫັນປ່ຽນໂດຍສັນຕິຂອງສັດຕູ, ເພື່ອເປັນການປຸກລະດົມການຈັດຕັ້ງຜັນຂະຫຍາຍ ມະຕິກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ VI ຂອງອົງຄະນະພັກກະຊວງປ້ອງກັນປະເທດ ແລະ ອົງຄະນະພັກ ກົມໃຫຍ່ການເມືອງກອງທັບ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງໜ່ວຍພັກໜັງສືພິມກອງທັບ ຕິດພັນກັບ 4 ໜ້າທີ່ໃຫຍ່ 26 ແຜນງານທີ່ກະຊວງປ້ອງກັນປະເທດວາງອອກ ໃຫ້ປະກົດເປັນຈິງ ທັງເປັນປັບປຸງກໍ່ສ້າງກົມກອງໃນທຸກດ້ານ ເປັນຕົ້ນການສ້າງນັກຮົບວັດທະນະທໍາ ຕິດພັນກັບການສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ກອງປອດໃສ, ປອດໄພ ແລະ ປອດຄະດີ ເຮັດໃຫ້ນາຍ ແລະ ພົນທະຫານ ມີຄວາມບຸກບືນພັດທະນາຕົນເອງໃນທຸກດ້ານ, ພ້ອມກັນເຮັດສຳເລັດໜ້າທີ່ ທີ່ພັກ-ລັດ ແລະ ປະຊາຊົນມອບໝາຍໃຫ້. ພ້ອມດຽວກັນນັ້ນ, ສະຫາຍ ພັນໂທ ອາໄພ ອະໄພຍະວົງ ຮອງຫົວໜ້າບັນນາທິການ ໜັງສືພິມກອງທັບ ໄດ້ຜ່ານໃບມອບສິດ ຂອງປະທານປະເທດ ແລະ ນາຍົກລັດຖະມົນຕີ ວ່າດ້ວຍການປະດັບຫຼຽນໄຊແຮງງານ, ຫຼຽນກາແຮງງານ ແລະ ໃບຍ້ອງຍໍລັດຖະບານ ໃຫ້ພະນັກງານ-ນັກຮົບ ກອງບັນນາທິການໜັງສືພິມກອງທັບ ໃນນີ້, ໄດ້ຮັບຫຼຽນໄຊແຮງງານ ຊັ້ນ II ຈໍານວນ 6 ສະຫາຍ, ຫຼຽນໄຊແຮງງານ ຊັ້ນ III ຈໍານວນ 6 ສະຫາຍ, ຫຼຽນກາແຮງງານ 6 ສະຫາຍ ແລະ ໃບຍ້ອງຍໍລັດຖະບານ 1 ສະຫາຍ. ໃນກອງປະຊຸມ ຍັງໄດ້ຮັບຟັງການໂອ້ລົມໃຫ້ທິດຊີ້ນຳ ຫຼາຍບັນຫາທີ່ສຳຄັນ ຈາກ ສະຫາຍ ປະທານ ຕື່ມອີກ. ໂດຍ: ຈອນນີ້



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ