ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ປະກາດການອະນຸມັດ ໃຫ້ນາຍທະຫານຂັ້ນສູງ ພັກການຮັບອຸດໜູນບຳນານ
ເວລາອອກຂ່າວ: 2026-07-16 16:02:40 | ຜູ້ຂຽນ : admin2 | ຈຳນວນຄົນເຂົ້າຊົມ: 625 | ຄວາມນິຍົມ:



ວັນທີ 16 ກໍລະກົດ 2026 ນີ້, ກະຊວງປ້ອງກັນປະເທດ ໄດ້ປະກາດການອະນຸມັດ ໃຫ້ນາຍທະຫານຂັ້ນສູງ ພັກການຮັບອຸດໜູນບຳນານ, ໂດຍການເປັນປະທານ ຂອງສະຫາຍ ພົນໂທ ວົງສອນ ອິນປານພິມ ຄະນະເລຂາທິການສູນກາງພັກ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າກົມໃຫຍ່ການເມືອງກອງທັບ, ມີບັນດາສະຫາຍຄະນະນຳກະຊວງ, ກົມໃຫຍ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ. ສະຫາຍ ພົນຕີ ເດືອນສະຫວັນ ສາຍພິມຄຳປະທຸມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ໄດ້ຂຶ້ນຜ່ານດຳລັດ ຂອງນາຍົກລັດຖະມົນຕີ ວ່າດ້ວຍການອະນຸມັດໃຫ້ນາຍທະຫານຂັ້ນສູງ ພັກການຮັບອຸດໜູນບຳນານ ຕາມນະໂຍບາຍຂອງພັກ ແລະ ລັດຖະບານ ຈຳນວນ 16 ສະຫາຍ. ທັງນີ້, ເພື່ອແນໃສ່ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການ ຂອງໜ້າທີ່ການເມືອງໃນໄລຍະໃໝ່ ແລະ ປະຕິບັດໂຄງປະກອບບຸກຄະລາກອນໃຫ້ສອດຄ່ອງ. ໂອກາດນີ້, ສະຫາຍ ພົນໂທ ວົງສອນ ອິນປານພິມ ໄດ້ໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານ, ຄຸນງາມຄວາມດີ ແລະ ຄວາມເສຍສະຫຼະອັນໃຫຍ່ຫຼວງ ຂອງບັນດາສະຫາຍນາຍທະຫານຂັ້ນສູງ ທີ່ໄດ້ອຸທິດເຫື່ອແຮງ, ສະຕິປັນຍາ ເຂົ້າໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ກໍຄືການປັບປຸງກໍ່ສ້າງກອງທັບ ໃຫ້ເຕີບໃຫຍ່ເຂັ້ມແຂງຕະຫຼອດໄລຍະຜ່ານມາ. ພ້ອມທັງ ອວຍພອນໃຫ້ບັນດາສະຫາຍ ທີ່ພັກຜ່ອນຮັບອຸດໜູນບຳນານ ຈົ່ງມີສຸຂະພາບແຂງແຮງ ສືບຕໍ່ເປັນຄອບຄົວຕົວແບບ ແລະ ປະກອບສ່ວນໃຫ້ຄຳຄິດຄຳເຫັນທີ່ເປັນປະໂຫຍດແກ່ຮຸ່ນລູກຮຸ່ນຫຼານ ເພື່ອເສີມຂະຫຍາຍມູນເຊື້ອອັນດີງາມ ຂອງກອງທັບ. ໂດຍ: ລຸນທອງ ສີບຸນເຮືອງ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ