ກອງທັບປະຊາຊົນລາວ
 
ວັນອັງຄານ, ວັນທີ 18 ສິງຫາ 2026

  

ຫ້ອງ​ການເມືອງ​ກອງ​ພົນ​ທີ 4 ເລີ່ມ​ລົງມື ສຸມ​ໃສ່​ການ​ປັກ​ດຳ​ເຂົ້ານາ​ປີ​ໃຫ້​ທ່ວງ​ທັນ​ກັບ​ລະດູ​ການ
ເວລາອອກຂ່າວ: 2026-07-17 08:58:59 | ຜູ້ຂຽນ : admin1 | ຈຳນວນຄົນເຂົ້າຊົມ: 241 | ຄວາມນິຍົມ:



ໃນ​ວັນ​ທີ 6 ກໍລະກົດ 2026 ນີ້, ສະຫາຍ ພັນ​ເອກ ຈັນ​ທຸມມາ ນໍ​ອາ ມາດ ຫົວໜ້າ​ຫ້ອງ​ການເມືອງ​ກອງ​ພົນ​ທີ 4 ພ້ອມ​ດ້ວຍ ຄະນະ​ພັກ-ຄະນະ​ຫ້ອງ, ຫົວໜ້າ​ພະ​ແນກ, ຮອງ​ພະ​ແນກ, ຕະຫຼອດ​ຮອດ​ພະນັກງານ-ນັກຮົບ ພາຍ​ໃນ ​ກົມ​ກອງ ໄດ້​ພ້ອມ​ກັນ​ເລີ່ມ​ຕົ້ນ​ລົງມື ສຸມ​ໃສ່​ການ​ປັກ​ດຳ​ເຂົ້ານາ​ປີ 2026 ໃຫ້​ທ່ວງ​ທັນ​ກັບ​ລະດູ​ການ . ສະຫາຍ ພັນ​ເອກ ຈັນ​ທຸມມາ ນໍ​ອາມາດ ໄດ້​ໃຫ້​ທັດສະນະ​ວ່າ: ກ່ອນ​ອື່ນ​ຕ້ອງ​ສະແດງ​ຄວາມ​ຍ້ອງຍໍ​ຊົມເຊີຍ​ຕໍ່​ພະນັກງານ-ນັກຮົບ ທົ່ວ​ຫ້ອງ​ການເມືອງ​ທີ່​ໄດ້​ພ້ອມພຽງ​ຮຽງ​ໜ້າ​ກັນ ໃນ​ການ​ສຸມ​ໃສ່​ຂະ​ບວນ​ການ​ດັ່ງກ່າວ​ຢ່າງ​ເຕັມ​ສ່ວນ ບົນ​ພື້ນຖານ​ຄວາມ​ສາມັກຄີ​ຢ່າງ​ເປັນ​ແກ່ນສານ. ຂະ​ບວນ​ການ​ຜະລິດຜົນ​ປັກ​ດຳ​ເຂົ້ານາ​ປີ 2026 ນີ້, ຈະ​ໃຫ້​ໄດ້​ຮັບ​ໝາກຜົນ​ສູງ ແມ່ນ​ຮຽກຮ້ອງ​ໃຫ້ ພະນັກງານ - ນັກຮົບ ທົ່ວ​ຫ້ອງ​ການເມືອງ​ຕ້ອງ​ພ້ອມ​ໃຈ​ກັນ​ສຸມ​ທຸກ​ເຫື່ອແຮງ, ກຳລັງວັງຊາ​ຂອງ​ແຕ່​ລະ​ສະຫາຍ ໃຫ້​ເຕັມ​ສ່ວນ, ເອົາ​ຈິງ​ເອົາ​ຈັງ, ບໍ່​ວ່າ​ຈະ​ແດດ ຫຼື ຝົນ​ເຮົາ​ກໍ່​ຕ້ອງ​ກ້າວ​ຂ້າມ​ຜ່ານ​ມາ​ໄປ​ໃຫ້​ໄດ້, ທັງ​ເຄື່ອນ​ໄຫວ​ໜ້າທີ່​ວິຊາ​ສະເພາະ​ຂອງ​ຕົນ ທີ່​ຂັ້ນ​ເທິ່ງ​ມອບ​ໝາຍ​ໃຫ້​ແລ້ວ ກໍ່​ຕ້ອງ​ສຸມ​ໃສ່​ການ​ຜະລິດ​ເຂົ້ານາ​ປີ​ໃຫ້​ທ່ວງ​ທັນ​ກັບ​ລະດູ​ການ​ເພື່ອ​ພ້ອມ​ກັນ​ຍົກ​ສູງ "ນ້ຳໃຈ​ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ" ຕາມ​ທ່າແຮງ​ບົ່ມ​ຊ້ອນ​ຂອງ​ກົມ​ກອງ ເຮັດ​ໃຫ້​ກົມ​ກອງ​ນັບ​ມື້​ມີ​ຢູ່​ມີ​ກິນ​ໂດຍ​ບໍ່​ອີງໃສ່​ແຕ່​ເບ້ຍລ້ຽງ​ຂອງ​ຂັ້ນ​ເທິງ​ຕອບ​ສະໜອງ​ໃຫ້​ພຽງ​ແຕ່​ດ້ານ​ດຽວ ເຮັດ​ໃຫ້​ກົມ​ກອງ​ນັບ​ມື້​ມີ​ຢູ່​ມີ​ກິນ​ຂຶ້ນ​ໄປ​ເລີຍໆ. ຂ່າວ: ສາຍ​ນ້ຳ ເຊ​ຈຳ​ພອນ ພາບ: ພອນ​ເທບ ຈອມ​ມະນີ​ວັນ



 news to day and hot news

ຂ່າວມື້ນີ້ ແລະ ຂ່າວຍອດນິຍົມ

ຂ່າວມື້ນີ້












ຂ່າວຍອດນິຍົມ













ຫນັງສືພິມກອງທັບປະຊາຊົນລາວ, ສຳນັກງານຕັ້ງຢູ່ກະຊວງປ້ອງກັນປະເທດ, ຖະຫນົນໄກສອນພົມວິຫານ.
ລິຂະສິດ © 2010 www.kongthap.gov.la. ສະຫງວນໄວ້ເຊິງສິດທັງຫມົດ